ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມປຶກສາຫາລື ຮ່າງວິໄສທັດ 2035, ຍຸດທະສາດ 2030 ແລະ ວຽກງານຈຸດສຸມ 2021-2025

ໃນວັນທີ 6 ກຸມພາ 2020 ນີ້, ຄະນະວິຊາການ ຂອງໂຄງການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ໃນການສົ່ງເສີມ ແລະ ປົກປ້ອງສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ໃຫ້ມີສ່ວນຮ່ວມ ໃນການຄຸ້ມຄອງນຳໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມປຶກສາຫາລື ຮ່າງວິໄສທັດ 2035, ຍຸດທະສາດ 2030 ແລະ ວຽກງານຈຸດສຸມ 2021-2025 ຂອງສູນກາງແນວລາວສ້າງຊາດ, ໂດຍການເປັນປະທານຂອງທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າກົມ ແລະ ສູນຝຶກອົບຮົມ ພ້ອມດ້ວຍພະ ນັກງານວິຊາການທີ່ກ່ຽວຂ້ອງ ສູນກາງແນວລາວສ້າງຊາດເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານປະຫວັດຄວາມເປັນມາ ຂອງໂຄງການສ້າງຄວາມເຂັ້ມແຂງ ໃຫ້ແນວລາວສ້າງຊາດ, ລາຍງານຜົນການລົງເກັບກໍາຂໍ້ມູນບ້ານຂຽວສະອາດງາມຕາ ຢູ່ບັນດາເມືອງຂອງນະຄອນຫຼວງວຽງຈັນ ແລະ ໄດ້ຮັບຟັງການຜ່ານຮ່າງວິໄສທັດ 2035, ຍຸດທະສາດ 2030 ແລະ ວຽກງານຈຸດສຸມ 2021-2025 ຂອງສູນກາງແນວລາວສ້າງຊາດ ໂດຍສັງເຂບ. ພ້ອມກັນນີ້, ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນແລກປ່ຽນຕໍ່ຮ່າງເອກະສານດັ່ງກ່າວ ຢ່າງກົງໄປກົງມາ.
ທ່ານ ປະທານກອງປະຊຸມ ກໍໄດ້ສະຫຼຸບ ແລະ ມີທິດຊີ້ນຳວ່າ: ຕ້ອງພ້ອມກັນສືບຕໍ່ໂດຍເລີ່ມຈາກແຕ່ລະກົມ ທີ່ຕິດພັນກັບພາລະບົດບາດຂອງຕົນ ທັງນີ້ເພື່ອແນໃສ່ໃຫ້ທຸກໂຄງການ, ກິດຈະກຳຂອງສູນກາງແນວລາວສ້າງຊາດ ສອດຄ່ອງກັບວິໄສທັດ ແລະ ແຜນຍຸດທະສາດ ຂອງພັກ-ລັດ ແລະ ຈະເປັນບ່ອນອີງໃນການສ້າງແຜນງານ, ໂຄງການ, ແຜນການໃນຊຸມປີຕໍ່ໜ້າ ເພື່ອກະກຽມໃສ່ກອງປະຊຸມໃຫຍ່ ຄັ້ງທີ XI ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ.

info@lfnd.org.la | 021 213754 | (856-21) 453191