ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມປຶກສາຫາລື

ກອງປະຊຸມປຶກສາຫາລືວຽກງານໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ເຂດຈຸດສຸມ ໂພນສະຫວາດ (516) ເມືອງ ລ້ອງຊານ ແຂວງ ໄຊສົມບູນ ໂດຍເປັນປະທານຂອງທ່ານ ຈັນທະວົງ ແສນອາມາດມົນຕີ ຄະນະພັກ, ຮອງປະທານສູນກາງແນວລາວສ້າງຊາດ ເຂົ້າຮ່ວມມີ ທ່ານ ແດງ ປະທຸມທອງ ຮອງເຈົ້າແຂວງໆໄຊສົມບູນ ມີປະທານແນວລາວສ້າງຊາດແຂວງ ໄຊສົມບູນ, ເຈົ້າເມືອງໆລ້ອງຊານ, ປະທານແນວລາວສ້າງຊາດເມືອງ ລ້ອງຊານ, ກຸ່ມບໍລິສັດ ພົງສະຫວັນ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ໃນວັນທີ 10 ພະຈິກ 2020 ທີ່ ສູນຝຶກອົບຮົມສູນກາງແນວລາວສ້າງຊາດ.

ໃນກອງປະຊຸມ  ໄດ້ຮັບຟັງບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ, ການພັດທະນາກອງທຶນ ແລະ ການພັດທະນາກະສິກໍາຢູ່ເຂດໂຄງການ ບ້ານໂພນສະຫວາດ ເມືອງ ລ້ອງຊານ ແຂວງ ໄຊສົມບູນ. ເຊິ່ງໃນປັດຈຸບັນ ໂຄງການດັ່ງກ່າວແມ່ນໄດ້ກໍ່ສ້າງສໍາເລັດຂັ້ນພື້ນຖານແລ້ວ ແລະ ໄດ້ສ້າງສໍາເລັດເພີ່ມຈາກເມື່ອກ່ອນປະກອບມີ: ສໍາເລັດໃນການສ້າງຄອກສັດລ້ຽງ, ສໍາເລັດການສ້າງເຮືອນພັກໂຮມສະເຕຫຼັງທີ 2 ພ້ອມທັງຕິດຕັ້ງຖັງເກັບນໍ້າ 2,000 ລິດ ແລະ ໄດ້ປໍ້ສໍາເລັດຕິດຕັ້ງານໍ້າໂອໂຕ້ 2 ເຄື່ອງ, ພ້ອມທັງຕິດຕັ້ງເຄື່ອງປັບນໍ້າອຸ່ນໃສ່ຫໍພັກພະນັກງານ ຈໍານວນ 12 ເຄື່ອງ ແລະ ໂຮມສະເຕຈໍານວນ 8 ເຄື່ອງ, ພ້ອມທັງນໍາເອົາອຸປະກອນ ຫຼື ເຄື່ອງນອນເຂົ້າໃສ່ໃນໂຮມສະເຕ ທັງ 2 ຫຼັງ; ສ່ວນການກໍ່ສ້າງຫໍພັກພະນັກງານຫຼັງໃໝ່ ຈໍານວນ 19 ຫ້ອງ ແມ່ນຢູ່ໃນຂັ້ນຕອນພວມດໍາເນີນການກໍ່ສ້າງ; ສ່ວນການປູກຝັງ-ລ້ຽງສັດ ແມ່ນມີການຂະຫຍາຍຕົວ. ນອກຈາກນັ້ນ,  ໄດ້ປຶກສາຫາລື, ປະ ກອບຄໍາຄິດຄໍາເຫັນຂອງແຂວງ, ແນວລາວສ້າງຊາດແຂວງ, ເມືອງ ແລະ ກຸ່ມບໍລິສັດ ພົງສະຫວັນ ຕໍ່ກັບບົດລາຍງານ ເພື່ອຊ່ວຍກັນແກ້ໄຂຂໍ້ຄົງຄ້າງຕ່າງໆໃຫ້ຫຼຸດໜ້ອຍຖ້ອຍລົງ ແລະ ໂຄງການກ້າວໜ້າຂຶ້ນເລື້ອຍໆ.

ໂອກາດນີ້, ທ່ານຮອງປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການປົກຄອງແຂວງ, ເມືອງບ້ານ ແລະ ໂຄງການດັ່ງກ່າວທີ່ໄດ້ສຸມໃສ່ໃນການພັດທະນາຢ່າງຕໍ່ເນື່ອງ, ມີໃບໜ້າໃໝ່ ແລະ ເນັ້ນໃຫ້ອົງການປົກຄອງແຂວງ, ເມືອງ ເວົ້າລວມ, ເວົ້າສະເພາະ ກໍ່ຄືເມືອງລ້ອງຊານ ສືບຕໍ່ເອົາໃຈ່ໃສ່ໃຫ້ການສະໜັບສະໜູນ ບັນດາກິດຈະກຳຕ່າງໆຂອງໂຄງການໃຫ້ເປັນຮູບປະທໍາ ແລະ ສໍາເລັດຕາມຄາດໝາຍທີ່ວາງໄວ້. ພ້ອມນັ້ນ, ຄະນະຮັບຜິດຊອບໂຄງການ ກໍຄືກຸ່ມ ບໍລິສັດ ພົງສະຫວັນ ເຊິ່ງຜ່ານມາເຮັດໄດ້ດີ ໃຫ້ສືບຕໍ່ຈັດຕັ້ງບັນດາກິດຈະກຳທີ່ໄດ້ກໍານົດໃນແຜນການ, ໂດຍສະເພາະ ການຝຶກອົບຮົມໃຫ້ປະຊາຊົນທາງດ້ານຄວາມຮູ້, ດ້ານເຕັກນິກການປູກ-ການລ້ຽງ, ການສ້າງອາຊີບທີ່ໜັ້ນຄົງ  ແລະ ການສ້າງລາຍຮັບໃຫ້ແກ່ຄອບຄົວ; ເພື່ອພ້ອມກັນຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

 

 

info@lfnd.org.la | 021 213754 | (856-21) 453191