ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມພະນັກງານຂອງຄະນະພັກ ສູນກາງແນວລາວສ້າງຊາດ

ວັນທີ 7-8 ຕຸລາ 2020 ນີ້, ຄະນະພັກສູນກາງແນວລາວສ້າງຊາດ(ສນຊ) ໄດ້ເປີດກອງປະຊຸມພະນັກງານຂອງຄະນະພັກສູນກາງແນວລາວສ້າງຊາດຂຶ້ນ ໂດຍການເປັນປະທານຂອງສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານ ສນຊ ມີບັນດາສະຫາຍກຳມະການສູນກາງພັກ, ຄະນະປະຈໍາພັກ, ຄະນະພັກ, ເລຂາ_ຮອງເລຂາໜ່ວຍພັກ ຕະຫລອດຮອດສະມາຊິກພັກສົມບູນ, ສໍາຮອງ ແລະສະມາຊິກພັກອາວຸໂສບໍານານເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ສະຫາຍ ຄໍາໃບ ດຳລັດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ໄດ້ຜ່ານບົດສະຫຼຸບຕີລາຄາການຊີ້ນໍາໆພາວຽກງານຂອງອົງຄະນະພັກ ສນຊ ແຕ່ປີ 2016 ເຖິງປະຈຸບັນ ແລະ ທິດທາງແຜນການໃນ ປີ 2020-2021; ຮັບຟັງບົດສໍາຫຼວດ ການນໍາພາຂອງຄະນະພັກສູນກາງແນວລາວສ້າງຊາດ ທ້າຍສະໄໝທີ IV (2016-2020) ພ້ອມກັນນັ້ນທີ່ປະຊຸມໄດ້ປະກອບຄໍາຄິດຄໍາເຫັນໃສ່ບົດສະຫລຸບ ແລະບົດສໍາຫລວດຢ່າງຟົດຟື້ນ ແລະສ້າງສັນ.
ໃນໂອກາດນີ້ສະຫາຍນາງ ຄໍາຈັນ ພົມແສງສະຫວັນ ຄະນະປະຈໍາພັກ ສນຊ ໄດ້ຂຶ້ນອ່ານມະຕິຂອງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການກໍານົດຈໍານວນຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນລາວ ພ້ອມທັງດຳເນີນການປ່ອນບັດ. ກອງປະຊຸມໄດ້ຜ່ານມະຕິຕົກລົງ 5 ສະບັບ ໃນການປະຕິບັດນະໂຍບາຍພັກຜ່ອນບໍານານ 3 ສະຫາຍໃນນັ້ນຮອງປະທານ ສນຊ 2 ສະຫາຍ ແລະ ແຕ່ງຕັ້ງຮອງປະທານ ສນຊ ຜູ້ໃຫມ່ 1 ສະຫາຍ.
ໃນໂອກາດອັນມີຄວາມໝາຍນີ້ ສະຫາຍເລຂາຄະນະພັກ ສນຊ ໄດ້ເປັນກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ.
info@lfnd.org.la | 021 213754 | (856-21) 453191