ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການ ສ້າງຄວາມເຂັ້ມແຂງ ໃຫ້ແນວລາວສ້າງຊາດ

ກອງປະຊຸມລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ໄດ້ຈັດຂຶ້ນພາຍໃຕ້ການເປັນປະທານ ຂອງ ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຄະນະປະຈຳພັກ, ຄະນະປະຈຳ, ຮອງປະທານສູນກາງແນວລາວສ້າງຊາດ; ເຂົ້າຮ່ວມມີ ທ່ານ ໄທລໍ່ ຫວາເຊັ້ງ ຫົວໜ້າກົມຊົນເຜົ່າ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະບໍລິຫານໂຄງການພາຍໃນ ສນຊ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມໃນ​ວັນ​ທີ 13 ພຶດສະພາ 2022 ທີ່ຫ້ອງປະຊຸມ (ຊັ້ນ 5)  ສູນກາງແນວລາວສ້າງຊາດ(ສນຊ).

ໃນວາລະກອງປະຊຸມ ທ່ານ ນາງ ມະນີວັນ ແກ້ວໂກມິນ ຮອງຫົວໜ້າກົມຊົນເຜົ່າ ຫົວໜ້າໂຄງ ການສ້າງຄວາມເຂັ້ມແຂງໃຫ້ແນວລາວສ້າງຊາດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວເປັນໂຄງການຮ່ວມມື ແລະ ສະໜັບສະໜູນທຶນ ໂດຍກອງທຶນປົກປັກຮັກສາສິ່ງແວດລ້ອມ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ສູນກາງແນວລາວສ້າງຊາດ ໃນໄລຍະ 6 ປີ (2018-2023); ກຸ່ມເປົ້າໝາຍຂອງໂຄງການປະກອບມີ: 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ 3 ເມືອງ, ແຂວງຄໍາມ່ວນ 3 ເມືອງ ແລະ ແຂວງອັດຕະປື 3 ເມືອງ; ໃນນີ້, ມີ 44 ບ້ານ;​ ໂດຍໄດ້ຈັດຕັ້ງປະຕິບັດໂຄງການ ຕາມ 4 ອົງປະກອບ, 37 ກິດຈະກໍາ; ພ້ອມນີ້, ຫົວໜ້າໂຄງການໄດ້ລາຍງານກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າຂອງໂຄງການ ໃຫ້ຮັບຊາບ; ຈາກນັ້ນ, ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າການຮ່າງວິໄສທັດ ແນວລາວສ້າງຊາດ 2035 ແລະ ຍຸດທະສາດ ຮອດປີ 2030 ຕື່ມອີກ.

ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ເນັ້ນໃຫ້ຄະນະຮັບຜິດຊອບໂຄງການ ສືບຕໍ່ໃນການຕິດຕາມ, ຊຸກຍູ້ ແລະ ພ້ອມກັນຈັດຕັ້ງປະຕິບັດບັນດາກິດຈະກຳຂອງໂຄງການ ນັບແຕ່ສູນກາງ, ນະ ຄອນຫຼວງ, ແຂວງ, ເມືອງ ແລະ ບ້ານເປົ້າໝາຍ ໃຫ້ສຳເລັດຜົນຕາມແຜນການ ທີ່ວາງໄວ້.

 

info@lfnd.org.la | 021 213754 | (856-21) 453191