ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຕິດຕາມກວດກາ ແນວລາວສ້າງຊາດ

ກົມກວດກາ ສູນກາງແນວລາວສ້າງຊາດ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຕິດຕາມກວດກາແນວລາວສ້າງຊາດ ທົ່ວປະເທດ 5 ປີ (2016-2020) ຂຶ້ນ ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ໃນລະຫວ່າງວັນທີ 15-16 ທັນວາ 2020 ໂດຍເປັນປະທານຂອງທ່ານ ນ. ຄໍາຈັນ ພົມແສງສະຫວັນ ຮອງປະທານ, ປະທານກວດກາພັກ-ລັດ ສູນກາງແນວລາວສ້າງຊາດ, ມີຄະນະກວດກາແນວລາວສ້າງຊາດ, ບັນດາຄະນະກົມ, ຫ້ອງການ, ສູນຝຶກອົບຮົມ ແລະ ຫົວໜ້າຂະແໜງການກວດກາແນວລາວສ້າງຊາດບັນດາແຂວງ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງບົດສະຫຼຸບຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ທິດທາງແຜນ ການໃນຕໍ່ໜ້າ ຈາກທ່ານ ນ. ສີພະຈັນ ນັນທະວົງສາ ຫົວໜ້າກົມກວດກາສູນກາງແນວລາວສ້າງຊາດ ເຊິ່ງຄະນະພັກ, ຄະນະກວດກາແນວລາວສ້າງຊາດແຕ່ລະຂັ້ນ ກໍໄດ້ປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ໃນການຕິດຕາມ, ກວດກາຢ່າງເຂັ້ມງວດ ເປັນຕົ້ນແມ່ນ: ການປະຕິບັດກົດໝາຍ, ກົດລະບຽບ, ແຜນພັດທະນາວຽກງານແນວໂຮມ, ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາຄົ້ນຄວ້າເຊື່ອມຊຶມ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ກົດລະບຽບຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແຕ່ຄັ້ງທີ 01-10 ສະໄໝທີ X ແລະ ມະຕິກອງປະ ຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດຄັ້ງທີ X; ກົດລະບຽບຂອງແນວລາວສ້າງຊາດ ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກຂັ້ນຂອງຕົນ, ໂດຍຫັນເປັນແຜນການ, ໂຄງການລະອຽດ ພ້ອມທັງນໍາພາຊີ້ນໍາຈັດຕັ້ງປະຕິບັດມີຜົນສໍາເລັດຫຼາຍດ້ານ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປຶກສາຫາລື, ຕີລາຄາ ແລະ ປະກອບຄໍາເຫັນໃນວຽກງານຕິດຕາມ, ກວດກາ ຂອງແນວລາວສ້າງຊາດ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອຊອກຫາວິທີໃນການແກ້ໄຂຂໍ້ຄົງຄ້າງ ແລະ ບັນຫາໃຫ້ຫຼຸດໜ້ອຍຖ້ອຍລົງ.

  

ໃນໂອກາດປິດກອງປະຊຸມ, ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໃຫ້ສືບຕໍ່ປະຕິບັດພາລະບົດບາດ-ໜ້າທີ່ໃນການຕິດຕາມ-ກວດກາຂອງອົງການແນວລາວສ້າງຊາດ ໃນການໂຄສະນາສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີປອງດອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ; ຄຽງຄູ່ກັນນັ້ນ, ພະນັກງານຂອງແນວລາວສ້າງຊາດ ທຸກຂັ້ນ ໂດຍສະເພາະຜູ້ຮັບຜິດຊອບ, ຜູ້ເຮັດວຽກງານຕິດຕາມ-ກວດກາ ຕ້ອງໄດ້ເພີ່ມທະວີການຄົ້ນຄ້ວາເຊື່ອມຊຶມ, ກໍາແໜ້ນພາລະບົດບາດ, ໜ້າທີ່ ກົດໝາຍວ່າດ້ວຍແນວລາວສ້າງຊາດ, ກົດໝາຍອື່ນໆ, ບັນດານິຕິກໍາຕ່າງໆຂອງພັກ, ຂອງລັດ​ຕໍ່ວຽກງານຕິດຕາມ-ກວດກາ, ຄໍາແນະນໍາໃນການເຄື່ອນໄຫວວຽກງານກວດກາຂອງແນວລາວສ້າງຊາດ ມີຫຼາຍນິຕິກໍາທີ່ເປັນບ່ອນອີງໃຫ້ການປະຕິບັດໜ້າທີ່ຕິດຕາມກວດກາຢ່າງເລິກເຊີ່ງເຖິງຖອງ; ສືບຕໍ່ເຜີຍແຜ່ສ້າງຄວາມຮັບຮູ້ເຂົ້າໃຈ ໃຫ້ແກ່ສະມາຊິກພັກ-ພະນັກງານ ແລະ ປະຊາຊົນບັນດາເຜົ່າ ຕໍ່ມະຕິ 108/ກມສພ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນຂອງພັກໃນໄລຍະໃໝ່; ພ້ອມກັນນີ້ກໍ່ໃຫ້ເອົາໃຈໃສ່ຕໍ່ການຄົ້ນຄ້ວາ, ເກັບກໍາຂໍ້ມູນ, ຫາງສຽງສັງຄົມ ຈາກຄໍາເຫັນ, ຄໍາສະເໜີຂອງປະຊາຊົນຕໍ່ບັນຫາຕ່າງໆ ຕາມພາລະບົດບາດ-ໜ້າທີ່ຂອງແນວລາວສ້າງຊາດ ເພື່ອຊ່ວຍປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ເພື່ອໃຫ້ມີຄວາມຊັດເຈນ, ມີຫຼັກຖານຂໍ້ມູນທີ່ເຊື່ອຖືໄດ້ ກ່ອນຈະນໍາຜ່ານສະພາແຫ່ງຊາດ; ປະສານສົມທົບກັບພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ ບັນຫາສໍາຄັນຜູ້ທີ່ເຮັດວຽກງານກວດກາ ຕ້ອງເປັນຜູ້ທີ່ມີທັດສະ ນະ, ມີຈັນຍາບັນທີ່ຖືກຕ້ອງ, ທ່ຽງທໍາ, ພາວະວິໄສ, ມີຄວາມກ້າຫານ ໃນການປະຕິບັດໜ້າທີ່ຕິດຕາມ-ກວດກາ ການຄົ້ນຄ້ວາສັງລວມຄໍາເຫັນຂອງປະຊາຊົນ ເພື່ອປະກອບຄໍາເຫັນຕໍ່ກອງປະຊຸມສະພາປະຊາຊົນຂັ້ນແຂວງ ຕາມບົດ ບາດ-ໜ້າທີ່ຂອງອົງການຢ່າງມີປະສິດທິພາບ.

 

info@lfnd.org.la | 021 213754 | (856-21) 453191