ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມສະຫຼຸບວຽກງານຂອງລັດຖະບານ 6 ເດືອນຕົ້ນປີ ແລະ ທິດທາງແຜນການວຽກຈຸດສຸມ 6 ເດືອນທ້າຍປີ 2021

ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ດຣ. ນາງ ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ກໍາມະການສູນກາງພັກ, ປະທານສູນກາງສະຫະພັນກໍາມະບານລາວ ແລະ ຜູ້ຕາງໜ້າສູນກາງຊາວໜຸ່ມປະຊາຊົນລາວ, ສະຫະພັນນັກຣົບເກົ່າແຫ່ງຊາດລາວ ແລະ ບັນດາກະຊວງ-ອົງການໄດ້ເຂົ້າຮ່ວມກອງປະຊຸມອອນໄລສະຫຼຸບວຽກງານຂອງລັດຖະບານ 6 ເດືອນຕົ້ນປີ ແລະ ທິດທາງແຜນການວຽກຈຸດສຸມ 6 ເດືອນທ້າຍປີ 2021 ໂດຍການເປັນປະທານຂອງທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 6 ກໍລະກົດ 2021 ນີ້.
ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການສະຫຼຸບຕີລາຄາສະພາບການເຄື່ອນໄຫວວຽກງານຂອງລັດຖະບານ 6 ເດືອນຕົ້ນປີ 2021 ແລະ ທິດທາງແຜນການວຽກງານຈຸດສຸມ 6 ເດືອນທ້າຍປິີ 2021, ໄດ້ຮັບຟັງ ບົດລາຍງານສະພາບການຄຸ້ມຄອງລາຄາສິນຄ້າ ແລະ ການຈໍລະຈອນສິນຄ້າ ໃນສະພາບ ເງື່ອນໄຂທີ່ມີການແຜ່ລະບາດຂອງພະຍາດໂຄວິດ – 19, ໄດ້ຮັບຟັງລາຍການງານແຜນການຈັດການຮຽນ-ການສອນຕິດພັນກັບການປ້ອງກັນການແຜ່ລະບາດຂອງໂຄວິດ-19, ບົດລາຍງານກ່ຽວກັບນະໂຍບາຍດ້ານປະກັນສັງຄົມ ແລະ ການຈັດຫາວຽກເຮັດງານທໍາໃຫ້ແຮງລາວທີ່ກັບມາຈາກຕ່າງປະເທດ ໃນເງື່ອນໄຂການແຜ່ລະບາດຂອງພະຍາດໂຄວິດ-19, ບົດປະກອບຄໍາເຫັນການຂົນສົ່ງສິນຄ້າທາງບົກ, ທາງນໍ້າ ແລະ ທາງອາກາດ, ບົດລາຍງານກ່ຽວກັບການຄຸ້ມຄອງ ວັດທະນະທໍາ ແລະ ທ່ອງທ່ຽວ ໃນເງື່ອນໄຂການແຜ່ລະບາດຂອງພະຍາດໂຄວິດ-19, ບົດລາຍງານກ່ຽວກັບການສະຫຼຸບຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2021 ພ້ອມທັງໄດ້ຮັບຟັງບົດລາຍງານກ່ຽວກັບຜົນກະທົບຈາກໄພພິບັດ, ການແກ້ໄຂຜົນກະທົບຈາກໄພທໍາມະຊາດ ແລະ ການກະກຽມຮັບມືກັບໄພທໍາມະຊາດທີ່ອາດຈະເກີດຂຶ້ນ ໃນຕໍ່ໜ້າ ແລະ ເອກະສານອື່ນໆອີກ.
info@lfnd.org.la | 021 213754 | (856-21) 453191