ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມສາມັນຄົບຄະນະ ກຳມະການແນວລາວສ້າງຊາດ ແຂວງສະຫວັນະເຂດ

ຄະນະກຳມະການແນວລາວສ້າງຊາດແຂວງ ຈັດກອງປະຊຸມສາມັນຄົບຄະນະ ຄັ້ງທີ 7 ສະໄໝທີ VI ຂຶ້ນ ໃນຄັ້ງວັນທີ 5 ມີນາ 2020 ທີ່ຫ້ອງປະຊຸມຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ສົມເພັດ ອິນທະທິລາດ ກຳມະການປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີທ່ານຄະນະກຳມະການສູນກາງແນວລາວສ້າງຊາດປະຈຳແຂວງ, ກຳມະການແນວລາວສ້າງຊາດແຂວງຈາກພະແນກການອ້ອມຂ້າງແຂວງ ແລະ ປະທານແນວລາວສ້າງຊາດຈາກ 14 ເມືອງ ແລະ 1 ນະຄອນເຂົ້າຮ່ວມ92 ພຣະສົງ 05 ອົງ ແລະ ທ່ານ, ຍິງ 21ທ່ານ.


ໃນພິທີ ທ່ານ ບຸນຍົງ ຈັນນີຍະວົງ ກຳມະການພັກແຂວງ ຮອງປະທານແນວລາວສ້າງຊາດແຂວງ ໄດ້ສະຫຼຸບການເຄື່ອນໄຫວວຽກງານ ຂອງແນວລາວສ້າງຊາດແຂວງສະຫວັນະເຂດໃນ1ປີຜ່ານມາ ເປັນຕົ້ນວຽກງານກວດກາ ໄດ້ເປັນເຈົ້າການເກັບກຳສະພາບຫາງສຽງສັງຄົມ, ຄວາມຂັດຂ້ອງໝອງໃຈຂອງປະຊາຊົນລາວບັນດາເຜົ່າ ແລ້ວລາຍງານໃຫ້ການນຳຂອງແຂວງ ແລະ ສູນກາງແນວລາວສ້າງຊາດ, ຕິດຕາມການປະຕິບັດນະໂຍບາຍຕໍ່ປະຊາຊົນລາວບັນດາເຜົ່າທີ່ໄດ້ຮັບຜົນກະທົບດ້ານຕ່າງໆ, ໄດ້ລະດົມທຶນມອບເຄື່ອງຊ່ວຍເຫຼືອສັງຄົມ, ຮ່ວມໄກ່ເກ່ຍແກ້ໄຂບັນຫາຢູ່ຮາກຖານຫຼາຍຄັ້ງ, ວຽກສາສະໜາໄດ້ປະສານສົມທົບກັບພະແນກການກ່ຽວຂ້ອງ ແລະ ອົງການສາສະໜາພາຍໃນແຂວງ ໃນການສຶກສາອົບຮົມປຸກລະດົມປະກອບສ່ວນຊ່ວຍເຫຼືອສັງຄົມໄດ້ 15 ຄັ້ງ ມູນຄ່າ ຫຼາຍຮ້ອຍລ້ານກີບ, ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວຽກງານສາສະໜາໃຫ້ແກ່ຜູ້ຮັບຜິດຊອບສາສະໜາພຸດ ແລະ ສາສະໜາຕ່າງໆ ເຊິ່ງທົ່ວແຂວງມີ 3 ສາສະໜາຄື: ສາສະໜາພຸດມີ 2, ສາສະໜາເຢຊູຄຣິດ ແລະ ສາສະໜາບາຮາຍ ວຽກງານຊັ້ນຄົນ ແລະ ອົງການຈັດຕັ້ງສັງຄົມ ໄດ້ເອົາໃຈໃສ່ຊຸກຍູ້ ເຄື່ອນໄຫວຕາມພາລະບົດບາດຂອງຕົນຕາມແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ປະກອບສ່ວນໃນການປົກປັກຮັກສາ ແລະ ສ້າງສາພັດທະນາທ້ອງຖິ່ນຂອງຕົນ, ນອກນີ້ຍັງມີວຽກປິ່ນອ້ອມທີ່ເປັນເສນາທິການກໍ່ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ເປັນຕົ້ນວຽກງານຈັດຕັ້ງ, ໂຄສະນາ-ຂະບວນການ,ບໍລິຫານ-ການເງິນ.

info@lfnd.org.la | 021 213754 | (856-21) 453191