ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມສ່ອງແສງ ປະຈໍາໄຕມາດ IV ປີ 2020 ຂອງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ

ໃນວັນທີ 8 ມັງກອນ 2020 ນີ້, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເປີດກອງປະຊຸມສ່ອງແສງເຄື່ອນທີ່ປະຈໍາໄຕມາດ IV ປີ 2020 ໂດຍເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນກຽດເຂົ້າຮ່ວມມີ ສະຫາຍ ຈັນທະວົງ ແສນອາມາດມົນຕີ ຄະນະພັກ, ຮອງປະທານ ສນຊ, ມີບັນດາສະຫາຍເລຂາ-ຮອງເລຂາຄະນະບໍລິຫານງານຊາວໜຸ່ມຈາກກະຊວງ, ອົງການ ແລະ ນະຄອນຫຼວງ ວຽງຈັນເຂົ້າຮ່ວມ ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ.

ກອງປະຊຸມຄັ້ງນີ້, ຮັບຟັງການລາຍງານສະພາບການທີ່ພົ້ນເດັ່ນໃນການເຄື່ອນໄຫວວຽກງານຊາວໜຸ່ມຕະຫຼອດໄລຍະ 3 ເດືອນ ທ້າຍປີ 2020 ຜ່ານມາ ນັບທາງສູນກາງກໍ່ຄືບັນດາຊາວໜຸ່ມກະຊວງ-ອົງການ ແລະ ນະຄອນຫຼວງ ວຽງຈັນ; ເພື່ອແລກປ່ຽນບົດຮຽນກ່ຽວກັບການເຄື່ອນໄຫວວຽກງານຂະບວນການຂອງຊາວໜຸ່ມໃນໄລຍະ 3 ເດືອນຜ່ານມາຂອງແຕ່ລະພາກສ່ວນ; ເພື່ອຮັບຟັງຄໍາເຫັນຊີ້ນໍາຂອງຂັ້ນເທິງ ໂດຍສະເພາະແມ່ນຄໍາເຫັນຊີ້ນໍາຂອງສະຫາຍ ອາລຸນໄຊ ສູນນະລາດ  ແລະ ຄໍາເຫັນຂອງສະຫາຍ ຈັນທະວົງ ແສນອາມາດມົນຕີ.

info@lfnd.org.la | 021 213754 | (856-21) 453191