ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກົມໂຄສະນາ ສູນກາງແນວລາວສ້າງຊາດ ແລະ ບໍລິສັດ ກາຣູດາ ມີເດຍ ຈໍາກັດ ທີ່ໄດ້ເຊັນຮ່ວມກັນ ໃຫ້ໄດ້ຮັບປະໂຫຍດສູງສຸດ ຈຶ່ງໄດ້ຈັດກອງປະຊຸມສໍາມະນາການຮ່ວມມື ແລະ ເປີດໂຕວາລະສານ ລາວສ້າງຊາດ ຂຶ້ນໃນວັນທີ 22 ກໍລະກົດ 2024  ທິ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ຝ່າຍ ສປປ ລາວ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ  ດຣ ນ. ອິນລາວັນ ແກ້ວບຸນພັນ ກໍາມະການສູນກາງພັກ, ຮອງປະທານສຸນກາງແນວລາວສ້າງຊາດ; ຝ່າຍ ສປ ຈີນ ມີທ່ານ ຊຸຍ ດິງ ຄັງ ປະທານບໍລິສັດ ກາຣູດາ ມີເດຍ ຈໍາກັດ,  ບັນດາທ່ານ ຄະນະທີ່ປຶກສາວຽກງານຂົນຂວາຍປະຊາຊົນ ຂອງສູນກາງແນວລາວສ້າງຊາດ, ບັນດາທ່ານ ຫົວໜ້າກົມ, ຮອງຫົວໜ້າກົມ ອ້ອມຂ້າງ ສູນກາງແນວສ້າງຊາດ, ບັນດາທ່ານ ຜູ້ຕາງໜ້າ 3 ອົງກາຈັດຕັ້ງມະຫາຊົນ; ຕາງໜ້າ ກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ; ຄະນະໂຄສະນາອົບຮົມ ສູນກາງພັກ; ມີພາກສ່ວນ ຈາກສະ ພາການຄ້າຈີນ ປະຈໍາລາວ, ສະຖານີ ວິທະຍຸ CMG; ສະພາການ ຄ້າຈີນຕ່າງດ້າວ ປະຈໍາລາວ; ສະພາການຄ້າ ຢຸນນານ ປະຈໍາລາວ; ສະພາການຄ້າ ກວາງຊີ ປະຈໍາລາວ, ພ້ອມດ້ວຍແຂກຖືກເຊີນທັງສອງຝ່າຍເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເພື່ອເປັນການເປີດໂຕ ວາລະສານ ລາວສ້າງຊາດ ສະບັບພິເສດ ກໍຄືສະບັບທີ່ທັງສອງພາກສ່ວນ ໄດ້ຮ່ວມກັນສ້າງຂຶ້ນ ເຊິ່ງເປັນສະບັບທໍາອິດ, ເປັນນິມິດໝາຍ ແລະ ເປັນໝາກຜົນແຫ່ງການຮ່ວມມື ຂອງທັງສອງຝ່າຍ ແລະ ຈະໄດ້ສືບຕໍ່ຮ່ວມກັນພັດທະນາ ວາລະສານ ລາວສ້າງຊາດ ໃຫ້ດີຂຶ້ນເປັນກ້າວໆ; ເປັນການໂຄສະນາເຜີຍແຜ່ໃຫ້ບັນດາທ່ານ ຮັບຮູ້ເຖິງເນື້ອໃນການຮ່ວມມື ລະຫວ່າງສູນກາງແນວລາວສ້າງຊາດ ແລະ ບໍລິສັດ ກາຣູດາ ມີເດຍ ຈໍາກັດ ກ່ຽວກັບການສ້າງ ແລະປັບປຸງວາລະສານ ລາວສ້າງຊາດ ໃຫ້ມີເນື້ອໃນ ອຸດົມສົມບູນ ແລະ ເຜີຍແຜ່ໄດ້ຢ່າງກວ້າງຂວາງສູ່ລະດັບສາກົນ; ເພື່ອສົ່ງເສີມການຈັດຕັ້ງຜັນຂະຫຍາຍ ສາຍພົວພັນຮ່ວມມື ລາວ-ຈີນ, ຈີນ-ລາວ ຕາມແຜນການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ແລະ ການປະຕິບັດ ຄູ່ຮ່ວມຊາຕາກໍາລາວ-ຈີນ ເຊິ່ງຈະໄດ້ນໍາເອົາ ບັນດາບົດ ປະກອບຄຳເຫັນ ຈາກພາກສ່ວນຕ່າງໆ ລົງໃນວາລະສານ ສະບັບຕໍ່ໄປ. ​ເຊີ່ງ​ຈະ​ໄດ້​ພີ​ມອອກ​ເປັນ​ສະບັບ​ທໍາ​ອິດ​ໃນ​ເດືອນ 8/2024 ​ເພື່ອ​ຕ້ອນຮັບ​ກອງປະຊຸມ​ສຸດ​ຍອດ​ອາ​ຊຽນຄັ້ງ​ທີ 44 ທີ່​ ສປປລາວ ​ເປັນ​ເຈົ້າພາບ​ໃນ​ທ້າຍ​ປີ 2024 ​ປຶ້ມດັ່ງກ່ານີ້ຈະແຈກ​ຢາຍ​ເປັນ​ຂອງ​ຂ້ວນ​ໃຫ້​ແກ່​ຜູ້​ແທນ 10 ປະ​ເທດ​ອາ​ຊຽນ+3 ທີ​ເດີນທາງ​ມາ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ​ໂດຍ​ຈະ​ໄດ້​ມີການ​ແປ​ເປັນ 3 ພາສາ​ຄື: ພາສາ​ລາວ, ຈີນ, ອັງກິດ. ຄຽງຄູ່ກັນນັ້ນ, ໄດ້ຮັບຟັງການລາຍງານຄວາມເປັນມາໂດຍຫຍໍ້ ກ່ຽວກັບວາລະສານ ລາວສ້າງຊາດ ແລະ ການຮ່ວມມືພັດທະນາວາລະສານ ລາວສ້າງຊາດ; ຈາກນັ້ນ, ໄດ້ຮັບຟັງການປະກອບຄໍາຄິດເຫັນ, ການແລກປ່ຽນບົດຮຽນ, ປະສົບການດ້ານຕ່າງໆຈາກ ສະມາ ຄົມມິດຕະພາບລາວ-ຈີນ; ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ; ສະພາການຄ້າຈີນ ປະຈໍາ ລາວ ແລະພາກສ່ວນທີ່ກ່ຽວຂ້ອງຂອງຝ່າຍຈີນ ແລະ ຝ່າຍລາວຕື່ມອີກ.