ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມສໍາມະນາກ່ຽວກັບຊັ້ນຄົນໃນສັງຄົມລາວ ຢູ່ ແຂວງຫຼວງພະບາງ

ກອງປະຊຸມສໍາມະນາກ່ຽວກັບຊັ້ນຄົນໃນສັງຄົມລາວ ໄດ້ຈັດຂຶ້ນ ຢູ່ ຫ້ອງປະຊຸມຂອງແນວລາວສ້າງຊາດແຂວງຫຼວງພະບາງ ໃນວັນທີ 12 ມີນາ 2020 ນີ້ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ຄໍາແປງ ທິບມູນຕາລີ ຫົວໜ້າສະຖາບັນຄົ້ນຄວ້າສັງຄົມສາດ ສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ທ່ານ ເອິນ ລໍສະຫວັນ ກໍາມະການພັກແຂວງ, ປະທານແນວລາວສ້າງຊາດ ແຂວງຫຼວງພະບາງ, ມີ ທ່ານ ໄທລໍ ຫວາເຊັ້ງ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ, ທ່ານ ສໍສອນພິດ ພານຸວົງ ຫົວໜ້າກົມຊົນເຜົ່າ-ສາສະໜາ ກະຊວງພາຍໃນ, , ທ່ານ ຮສ.ປອ. ຄໍາມະນີ ສຸລິເດດ ຮອງຄະນະບໍດີຄະນະວິທະຍາສາດສັງຄົມ ມະຫາວິທະຍາໄລແຫ່ງຊາດ ຊື່ງມີພະນັກງານແນວລາວສ້າງຊາດແຂວງຫຼວງພະບາງ, ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງຫຼວງພະບາງ, ຕົວແທນຈາກແນວລາວສ້າງຊາດແຂວງອຸດົມໄຊ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງອຸດົມໄຊ ເຂົ້າຮ່ວມ ມີຜູ້ເຂົ້າຮ່ວມທັງໝົດ 47 ທ່ານ, ຍິງ 16 ທ່ານ.


ກອງປະຊຸມໄດ້ຮັບຟັງລາຍງານສະພາບການຄົ້ນຄວ້າຊັ້ນຄົນໃນໄລຍະຜ່ານມາໂດຍຫຍໍ້ ແລະຜ່ານເນື້ອໃນເອກະສານກ່ຽວກັບການຄົ້ນຄວ້າ 5 ຊັ້ນຄົນໃນສັງຄົມລາວ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນ ເພື່ອທາບທາມຜູ້ແທນຈາກສອງແຂວງເປົ້າໝາຍດັ່ງກ່າວ ວ່າມີຄວາມເປັນເອກະພາບກັບການຄົ້ນຄວ້າເບື້ອງຕົ້ນກ່ຽວກັບ 5 ຊັ້ນຄົນ ຫຼື ບໍ? ກອງປະຊຸມໄດ້ຍົກບັນຫາຂຶ້ນມາສົນທະນາແລກປ່ຽນບົດຮຽນ, ຜ່ານການປະກອບຄໍາເຫັນຈາກບັນດາຜູ້ແທນກອງປະຊຸມແມ່ນມີຄວາມເປັນເອກະພາບຢັ້ງຢືນເຫັນດີຕໍ່ກັບການຈັດແບ່ງ 05 ຊັ້ນຄົນໃນສັງຄົມລາວ ຄື:
1. ຊັ້ນຄົນກໍາມະກອນ; 2 ຊັ້ນຄົນກະສິກອນ; 3 ຊັ້ນຄົນນັກຮຽນຮູ້ປັນຍາຊົນ; 4 ຊັ້ນຄົນຜູ້ຊົງຄຸນວຸດທິ; 5 ຊັ້ນຄົນນັກທຸລະກິດ-ການຄ້າ.
ຕອນທ້າຍຂອງກອງປະຊຸມ ທ່ານ ປອ. ຄໍາແປງ ທິບມູນຕາລີ ຫົວໜ້າສະຖາບັນຄົ້ນຄວ້າສັງຄົມສາດ ສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ປະທານກອງປະຊຸມ ໄດ້ເໜັ້ນໃຫ້ຄະນະວິຊາການຄົ້ນຄວ້າຊັ້ນຄົນໃນສັງຄົມລາວ ສືບຕໍ່ຄົ້ນຄວ້າ, ປັບປຸງເນື້ອໃນເອກະສານການຈັດແບ່ງ 5 ຊັ້ນຄົນໃຫ້ລະອຽດຕື່ມ, ເພື່ອລາຍງານຂັ້ນເທິງພິຈາລະນາຮັບຮອງຕາມແຜນການທີ່ໄດ້ກໍານົດໄວ້ ເພື່ອເປັນເອກະສານ ນິຕິກໍາທາງການ ອໍານວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານ ໃນຕໍ່ໜ້າ.

info@lfnd.org.la | 021 213754 | (856-21) 453191