ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມເປີດໂຕຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວ ປີ 2021-2030

ກອງປະຊຸມທາງໄກເພື່ອປຶກສາຫາລືກ່ຽວກັບຜົນກະທົບຂອງພະຍາດ ໂຄວິດ – 19 ຕໍ່ຊາວໜຸ່ມເຍົາວະຊົນລາວ ແລະ ການເປີດໂຕຍຸດທະສາດການພັດທະນາຊາວໜຸ່ມລາວ-ເຍົາວະຊົນລາວ ປີ 2021 – 2030 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 17 ມິຖຸນາ 2021 ນີ້, ໂດຍການເປັນປະທານຂອງທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເປັນກຽດເຂົ້າຮ່ວມມີທ່ານ ນ. ມາລຽມ ຄານ ຜູ້ຕ່າງໜ້າອົງການ UNIFPA, ມີບັນດາທ່ານຈາກກະຊວງ, ອົງການ ທີ່ກ່ຽວຂ້ອງ ແລະ ອົງການຈັດຕັ້ງສາກົນສໍາລັບສູນກາງແນວລາວສ້າງຊາດແມ່ນທ່ານ ນ. ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາ ພ້ອມດ້ວຍຄະນະບໍລິຫານງານຊາວໜຸ່ມສູນກາງແນວລາວສ້າງຊາດເຂົ້າຮ່ວມ.

ໂດຍປະຕິບັດຕາມ ດໍາລັດ 625/ນຍ ລົງວັນທີ 22,12,2020 ວ່າດ້ວຍການຮັບຮອງ ປະກາດໃຊ້ຍຸດທະສາດ ການພັດທະນາຊາວໜຸ່ມ, ເຍົາວະຊົນ ປີ 2021-2030.

ກອງປະຊຸມຄັ້ງນີ້, ເພື່ອໃຫ້ຊາວໜຸ່ມ ແລະ ເຍົາວະຊົນລາວໃນທົ່ວປະເທດ ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອຮັບປະກັນຄວາມບໍສະເໜີພາບລະຫວ່າງ ຍິງ-ຊາຍໃນທຸກດ້ານ, ສົ່ງເສີມການລົງທືນຂອງລັດຖະບານ, ອົງການຈັດຕັ້ງສັງຄົມ, ພາກເອກະຊົນ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ເຂົ້າໃນວຽກງານປົກປ້ອງທາງສັງຄົມ, ພັດທະນາຮອບດ້ານ ແລະ ສົ່ງເສີມການມີສ່ວນຮ່ວມຂອງຊາວໜຸ່ມ ແລະ ເຍົາວະຊົນລາວຢ່າງທົ່ວເຖິງ, ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນ ປີ 2030 ບໍ່ປະ ຜູ້ໃດໄວ້ຂ້າງຫຼັງ, ເພື່ອຊຸກຍູ້ ການປຸກຈິດສໍານຶກ ກ່ຽວກັບບັນຫາທີ່ກະທົບເຖິງຊາວໜຸ່ມ ແລະ ເຍົາວະຊົນກອງປະຊຸມໄດ້ຮັບຟັງຄໍາເຫັນຂອງທ່ານ ນາງ ມາລຽມ ຄານ, ຮັບຟັງການນໍາສະເໜີການມີສ່ວນຮ່ວມຂອງຊາວໜຸ່ມໃນການຕອບໂຕ້ກັບການແຜ່ລະບາດຂອງພະຍາດໂຄວິດ -19 ຮັບຟັງຍຸດທະສາດການພັດທະນາຊາວໜຸ່ມ-ເຍົາວະຊົນລາວ ແລະ ທິດທາງຍຸດທະສາດກ່ຽວກັບສຸຂະພາບ, ການສຶກສາ, ການຈ້າງງານ, ການປົກປ້ອງ, ການມີສ່ວນຮ່ວມ ແລະ ຍຸດທະສາດການຈັດຕັ້ງປະຕິບັດ. ພ້ອມກັນນີ້ ຜູ້ເຂົ້າຮ່ວມກອງປະຊຸມກໍ່ໄດ້ປະກອບຄໍາຄິດຄໍາເຫັນຕາມຄໍາຖາມເຈາະຈີ້ມ.

 

info@lfnd.org.la | 021 213754 | (856-21) 453191