ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານຕ້ານພະຍາດໂຄວິດ-19

ສູນກາງແນວລາວສ້າງຊາດ(ສນຊ) ຮ່ວມກັບ ກະຊວງສາທາລະນະສຸກ ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານ ຕ້ານພະຍາດໂຄວິດ-19 ໃຫ້ແກ່ເຈົ້າອາທິການວັດ 4 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ຄື: ເມືອງສີໂຄດຕະບອງ, ເມືອງຈັນທະບູລີ, ໄຊເສດຖາ ແລະ ເມືອງສີສັດຕະນາກ ຂຶ້ນໃນລະຫວ່າງວັນທີ 23-24 ກໍລະກົດ 2020 ນີ້, ທີ່ສູນຝຶກອົບຮົມ ສນຊ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ຮສ.ດຣ. ສົມອົກ ກິ່ງສະດາ ຮອງປະທານແນວລາວສ້າງຊາດ, ທ່ານ ຮສ.ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ,  Dr. Peter M.Haymond ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ສປປ ລາວ, ຜູ້ຕາງໜ້າອົງການອະນາໄມໂລກ ປະຈຳຢູ່ ສປປລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການເຜີຍແຜ່ສະພາບການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ ສປປລາວ, ການປ້ອງກັນ ແລະ ການຄວບຄຸມການລະບາດ-ການນຳໃຊ້ຊີວິດປົກກະຕິແບບໃໝ່ທີ່ປອດໄພ. ພ້ອມກັນນັ້ນ, ກໍໄດ້ມີການແລກປ່ຽນປະກອບຄຳຄິດຄຳເຫັນ ຕໍ່ບັນດາເນື້ອເໃເອກະສານ ດັ່ງກ່າວ ເຮັດໃຫ້ສາມາດຮັບຮູ້ ແລະ ເຂົ້າໃຈຕໍ່ວິທີປ້ອງກັນ ແລະ ການຄວບຄຸມພະຍາດດັ່ງກ່າວ.

ກອງປະຊຸມຝຶກອົບຮົມຄັ້ງນີ້, ເພື່ອເຮັດໃຫ້ເຈົ້າອາທິການວັດ ນໍາໄປເຜີຍແຜ່ຕໍ່ຢູ່ບັນດາວັດ ໃນເວລາທີປະຊາຊົນ ແລະ ລູກຫຼານ ມາທໍາບຸນ ເພື່ອໃຫ້ເຂົາເຈົ້າໄດ້ຮຽນຮູ້, ເຂົ້າໃຈວິທີການປ້ອງກັນ ແລະ ການຄວບຄຸມພະຍາດໂຄວິດ-19 ເພື່ອຊ່ວຍກັນຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວໃຫ້ຮັບຜົນດີ.

info@lfnd.org.la | 021 213754 | (856-21) 453191