ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ

ວັນທີ 20 ຕຸລາ 2022, ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ ຮ່ວມກັບແນວລາວສ້າງຊາດແຂວງສະຫວັນນະເຂດ ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບວຽກງານຊັ້ນຄົນ-ການຈັດຕັ້ງສັງຄົມ, ພາຍໃຕ້ການເປັນປະທານຂອງ ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານ ສູນກາງແນວລາວສ້າງຊາດ, ມີທ່ານຮອງປະທານແນວລາວສ້າງຊາດແຂວງສະຫວັນນະເຂດ, ທ່ານ ວັນດີ ຈັນສົມບັດ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ສູນກາງແນວລາວສ້າງຊາດ, ບັນດາທ່ານຫົວໜ້າພະແນກການອ້ອມຂ້າງແຂວງ, ບັນດາປະທານສະມາຄົມ-ມູນນິທິ ພາຍໃນເທດສະບານແຂວງ ແລະ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫົວໜ້າກົມຊັ້ນຄົນ-ການຈັດຕັ້ງສັງຄົມ ໃຫ້ຮູ້ວ່າຍາມໃດພັກ-ລັດ ກໍຖືວ່າທຸກຊັ້ນຄົນເປັນວົງຄະນະຍາດແຫ່ງຊາດລາວ ອັນໜຶ່ງອັນດຽວກັນໃນຄອບຄົວໃຫຍ່, ສ້າງໃຫ້ມີຄວາມຖືກຕ້ອງປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອສ້າງສາພັດທະນາປະເທດຊາດໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ, ເຮັດໃຫ້ທຸກຊັ້ນຄົນອຸດົມຮັ່ງມີເຂັ້ມແຂງ ແລະ ມີຄວາມຜາສຸກຕະຫຼອດ ສິ່ງດັ່ງກ່າວແມ່ນອຸດົມການທີ່ບໍ່ມີການປ່ຽນແປງຂອງພັກເຮົາ ຕໍ່ວຽກງານການຈັດຕັ້ງສັງຄົມໃນໄລຍະຜ່ານມາກໍຄືປະຈຸບັນ, ແນວລາວສ້າງຊາດແຕ່ລະຂັ້ນໄດ້ເອົາໃຈໃສ່ສຶກສາອົບຮົມ ແລະ ໃຫ້ຄຳປຶກສາແກ່ບັນດາອົງການຈັດຕັ້ງສັງຄົມ(ສະມາຄົມ-ມູນນິທິ), ຊຸກຍູ້ບັນດາການຈັດຕັ້ງດັ່ງກ່າວເຄື່ອນໄຫວຕາມພາລະບົດ ຂອງຕົນໃນການປະກອບສ່ວນແກ້ໄຂຄວາມທຸກ ຍາກຂອງປະຊາຊົນ.

ກອງປະຊຸມຄັ້ງນີ້ ໄດ້ດຳເນີນໄປດ້ວຍບັນຍາກາດທີ່ດີ ໄດ້ມີການແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ລວມທັງບັນດາຂໍ້ສະເໜີເພື່ອນຳໄປປັບປຸງແກ້ໄຂວຽກງານດັ່າງກ່າວໃຫ້ດີກວ່າເກົ່າ.

info@lfnd.org.la | 021 213754 | (856-21) 453191