ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ສູນກາງແນວລາວສ້າງຊາດ ຄັ້ງທີ V

ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງແນວລາວສ້າງຊາດ ຄັ້ງທີ V ຂອງໄດ້ຈັດຂຶ້ນໃນວັນທີ 29 ທັນວາ 2021 ທີ່ຫ້ອງປະຊຸມສູນກາງແນວລລາວສ້າງຊາດ, ໂດຍການເປັນປະທານຂອງ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ. ເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຄະນະພັກ ສນຊ, ບັນດາ​ສະຫາຍ​ສະມາຊິກ​ພັກ​ອາວຸ​ໂສບຳນານ, ແຂກຖືເຊີນ ພ້ອມ​ດ້ວຍ​ບັນດາ​ສະຫາຍສະມາຊິກພັກ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ເປັນເອກກະພາບກັນຮັບຮອງເອົາລາຍງານການເມືອງ, ທິດທາງແຜນການໃນຕໍ່ໜ້າ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກ ສູນກາງແນວລາວສ້າງຊາດ ສະໄໝທີ IV.  ສະຫາຍ ສິນລະວົງ ຄຸດໄພ ທູນ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ຜ່ານຮ່າງລາຍງານການເມືອງ ຂອງຄະນະພັກ, ໂດຍທ່ານ ໄດ້ຍົກໃຫ້ເຫັນເຖິງຜົນງານທີ່ຍາດ​ມາ​ໄດ້ໃນໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງຄະນະພັກ ສູນກາງແນວລາວສ້າງຊາດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ. ສະມາຊິກພັກ, ພະນັກງານ-ລັດຖະກອນ ສູນກາງແນວລາວສ້າງຊາດ ໄດ້ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ປະຕິບັດໜ້າທີ່ການເມືອງຢ່າງມີຜົນສໍາເລັດໃນຫລາຍດ້ານ ​ເປັນ​ຕົ້ນ: ການ​ນຳພາ​ການ​ເມືອງ​ແນວ​ຄິດ: ຄະນະພັກ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາ ໃນການສຶກສາອົບຮົມສະມາຊິກພັກ-ພະນັກງານ ໃຫ້ຮຽນຮູ້ປະຫວັດສາດ ກໍຄືມູນເຊື້ອອັນດີງາມຂອງພັກ, ຂອງຜູ້ນໍາ ແລະ ມີຄວາມເຊື່ອໝັ້ນຕໍ່ແນວທາງ ແລະ ການນຳ ພາຂອງພັກ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນ, ຍົກສູງຄວາມຮັບຜິດຊອບການເມືອງ ແລະ ເຮັດສຳ ເລັດໜ້າທີ່ການເມືອງ ທີ່ການຈັດຕັ້ງມອບໝາຍ; ວຽກງານພັກ ແລະ ພະນັກງານ: ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ການກໍ່ສ້າງພັກ-ພະນັກງານ ຕິດພັນກັບນຳພາ-ຊີ້ນຳປັບປຸງການຈັດຕັ້ງພັກ ແລະ ບັນດາກົມ ໃຫ້ສອດ ຄ່ອງກັບຕົວຈິງ, ສາມາດຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ມີ 7 ໜ່ວຍພັກເທົ່າກັບ 87,5 ຂອງຈຳນວນໜ່ວຍພັກ ແລະ ມີສະມາຊິກພັກແຂງ ກວມຈຳນວນ 92; ແບບແຜນນໍາພາ ແລະ ວິທີເຮັດວຽກ: ໄດ້ຍຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ປຶກສາຫາລື, ຕົກລົງແກ້ໄຂບັນຫາເປັນໝູ່ຄະນະ, ໄດ້ແບ່ງຄວາມຮັບຜິດຊອບໃນຄະນະພັກ ລົງເລິກຊີ້ນຳແຕ່ລະຂົງເຂດ; ຖືສຳຄັນຕໍ່ການຮ່ວມຊີວິດພັກ, ການຕຳນິຕິຊົມຕົນເອງ ແລະ ຊ່ວຍເຫຼືອຊຶ່ງກັນແລະກັນ; ໄດ້ປະຕິ ບັດລະບອບສ່ອງແສງລາຍງານຢູ່ພາຍໃນ, ກອງປະຊຸມຄະນະພັກເປີດກວ້າງ ແລະ ລາຍງານຂັ້ນເທິງເປັນປົກກະຕິ; ວຽກງານຕິດຕາມກວດກາ: ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ແລະ ເປັນເຈົ້າການປະຕິບັດກົດລະບຽບ, ມະຕິ, ຄຳສັ່ງຂອງພັກ, ຂໍ້ຫ້າມຂອງສະມາຊິກພັກ, ຖືສໍາຄັນການຕໍານິສົ່ງຂ່າວຊ່ວຍເຫຼືອເຊິ່ງກັນແລະກັນ, ໂດຍລວມແລ້ວ ຍັງຮັກສາໄດ້ບົດບາດຂອງພັກ, ເປັນຫຼັກແຫຼ່ງເຕົ້າໂຮມຄວາມສາມັກຄີ ແລະ ມີຄຸນສົມບັດສິນທຳປະຕິວັດ ກໍຄືແບບແຜນວິທີເຮັດວຽກ ແລະ ແບບແຜນດຳລົງຊີວິດດີ; ວຽກງານປ້ອງກັນພັກ: ໄດ້ເອົາໃຈໃສ່ຕໍ່ວຽກງານປ້ອງກັນພາຍໃນພັກ, ປ້ອງກັນແນວທາງ, ປ້ອງກັນການນຳ, ລວມທັງສະມາຊິກພັກ ແລະພະນັກງານ ໂດຍເລັ່ງໃສ່ເຮັດໃຫ້ພາຍໃນມີຄວາມໂປ່ງໃສ, ມີຄວາມເຂັ້ມງວດ ໃນການປະຕິບັດລະບຽບກົດໝາຍ, ຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ກໍຄືມາດຖານຂອງຜູ້ເປັນສະມາຊິກພັກ; ການນໍາພາວຽກງານແນວໂຮມ: ໄດ້ນຳພາສຶກສາອົບຮົມເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ; ໄດ້ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການສ້າງຄອບຄົວ ແລະ ບ້ານສາມາມັກຄີປອງດອງ; ເສີມຂະຫຍາຍສິດປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນ ໃນການຕິດຕາມກວດກາການເຄື່ອນໄຫວຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ, ສະມາຊິກສະພາ ແລະ ພະນັກງານ-ລັດຖະກອນ; ໄດ້ຮ່ວມມືກັບອົງການພາຄີ ເຄື່ອນໄຫວຫຼາຍກິດຈະການຮ່ວມກັນ; ນໍາພາເຄື່ອນໄຫວວຽກງານການທູດປະຊາຊົນຮ່ວມມືກັບອົງການແນວໂຮມ ແລະ ບັນດາຄູ່ຮ່ວມມື ຂອງປະເທດເພື່ອນມິດຍຸດທະສາດ ແລະ ປະເທດເພື່ອນມິດອື່ນໆ; ການນໍາພາວຽກງານອົງການຈັດຕັ້ງມະຫາຊົນ: ຄະນະພັກໄດ້ຊີ້ນຳ  ແລະ ສ້າງເງື່ອນໄຂໃຫ້ອົງການຈັດຕັ້ງມະຫາຊົນຂັ້ນຂອງຕົນ ເຂົ້າຮ່ວມເຄື່ອນໄຫວສ້າງຂະບວນການຕ່າງໆ, ຊຸກຍູ້ໃຫ້ເຂົາເຈົ້າ ເອົາໃຈໃສ່ປະຕິບັດຂໍ້ແຂ່ງຂັນຂອງແຕ່ລະອົງການ ຕິດພັນກັບການປັບປຸງການຈັດຕັ້ງ. ພ້ອມດຽວກັນນີ້, ໄດ້ຮັບຟັງການປະກອບຄໍາເຫັນຂຂອງໜ່ວຍພັກຫ້ອງການ ແລະ ກົມໂຄສະນາ.

ພ້ອມກັນນັ້ນ ກອງ​ປະຊຸມ ຍັງໄດ້ປ່ອນ​ບັດເລືອກຕັ້ງ ເອົາຄະນະພັກ ສູນກາງແນວລາວສ້າງຊາດ ຄັ້ງທີ V  ບົນຫລັກການປະຊາທິປະໄຕ ທັງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້, ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງທັງໝົດ 16 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ 13 ສະຫາຍ, ຍິງ 02 ສະຫາຍ. ໃນນີ້, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ປະຊາມະຕິຮັບຮອງເອົາຄະນະປະຈໍາພັກ 5 ສະຫາຍ; ໃນນີ້ໄດ້ປະຊາມະຕິຮັບຮອງເອົາສະຫາຍ ສິນລະວົງ ຄຸດໄພທູນ ເປັນເລຂາຄະນະພັກ, ສະຫາຍ ຄໍາເຜີຍ ບຸດດາວຽງ ເປັນຮອງເລຂາຄະນະພັກ ແລະ ສະຫາຍ ນ. ສີພະຈັນ ນັນທະວົງສາ ເປັນປະທານກວດກາພັກ.

ກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ຮັບຟັງຄໍາເຫັນໂອ້ລົມຊີ້ນໍາ ຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໂດຍມີຄໍາເຫັນສໍາຄັນບາງຕອນວ່າ: ໃຫ້ສືບຕໍ່ຍົກລະດັບຄວາມສາມາດຂອງຄະນະພັກສູນກາງແນວລາວສ້າງຊາດ ຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ເປັນກົກ, ໃຫ້ມີຄວາມຕື່ນຕົວເປັນເຈົ້າການຝຶກຝົນຕົນເອງທຸກດ້ານ ເພື່ອນໍາພາແນວລາວສ້າງຊາດ ຂັ້ນສູນກາງ ແລະ ທ້ອງຖິ່ນ; ຄະນະພັກສູນກາງແນວລາວສ້າງຊາດ ຕ້ອງເພີ່ມທະວີການ ນໍາພາສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງ ໃນວຽກງານພະນັກງານ ຕາມມະຕິ 04 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຕິດພັນກັບການນໍາພາແນວລາວສ້າງຊາດ ເຄື່ອນໄຫວເຮັດວຽກງານແນວໂຮມ ໂດຍສຸມໃສ່ຝຶກອົບຮົມ ໃຫ້ສະມາຊິກພັກ-ພະນັກງານຂົງເຂດແນວລາວສ້າງຊາດ ໃຫ້ສູງຂຶ້ນກວ່າເກົ່າ; ຄະນະພັກ ຕ້ອງຍົກສູງຄວາມສາມາດນໍາພາ ຊີ້ນຳໃນຖານະເປັນແກນນໍາ ໃນອົງການສູນກາງແນວລາວສ້າງຊາດ, ເປັນເຈົ້າການນໍາພາສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນຄະນະບໍລິຫານງານພັກເປັນໃຈກາງນໍາພາເຕົ້າໂຮມຄວາມສາມັກຄີປອງດອງທົ່ວອົງຄະນະພັກ ກໍຄືອົງ  ການແນວລາວສ້າງຊາດທົ່ວປະເທດ; ເພີ່ມທະວີການຕິດຕາມ, ຊຸກຍູ້, ກວດກາ ແລະ ຕີລາຄາປະເມີນຕໍ່ການເຄື່ອນ ໄຫວຂອງຄະ ນະພັກ, ຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ກໍຄືຄວາມຮັບຜິດ ຊອບຂອງແຕ່ລະສະຫາຍ ໃຫ້ຮັບປະກັນຄວາມໂປ່ງໃສ, ຍຸຕິທໍາ ແລະ ພາວະວິໄສ ຕາມກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ສືບຕໍ່ເອົາໃຈໃສ່ປັບປຸງກົດໝາຍວ່າດ້ວຍແນວລາວສ້າງຊາດ ແລະ ນິຕິກໍາຕ່າງໆ ທີ່ຈຳເປັນ ທີ່ເຫັນວ່າບໍ່ທັນເປັນລະບົບຄົບຖ້ວນ ເພື່ອຊ່ວຍໜູນການເຕົ້າໂຮມຄວາມສາມັກຄີ ແລະ ເປັນບ່ອນອີງທີ່ຮັດກຸມໃນການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ; ເອົາໃຈໃສ່ການຊີ້ນໍາກ່ຽວກັບທິດທາງ, ເນື້ອໃນ ແລະ ວິທີການເຄື່ອນ ໄຫວຂອງແນວລາວສ້າງຊາດແຕ່ລະຂັ້ນ ໂດຍສະເພາະແມ່ນຂັ້ນທ້ອງຖິ່ນ-ຮາກຖານ ເພື່ອໃຫ້ການເຄື່ອນໄຫວຖືກກັບຄວາມຮຽກຮ້ອງຕ້ອງການ ກໍຄືບັນຫາເລັ່ງທວງໃນໄລຍະໃໝ່, ເປັນຕົ້ນແມ່ນການປຸກລະດົມປະຊາຊົນບັນດາ ເຜົ່າ, ຊັ້ນຄົນ, ສາສະໜາ ເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍສະເພາະແມ່ນ 2 ວາລະແຫ່ງຊາດ ຢ່າງແຂງແຮງ ແລະ ຕໍ່ເນື່ອງ;  ເພີ່ມທະວີການນຳພາ ຂອງຄະນະພັກສູນກາງແນວລາວສ້າງຊາດຊຸດໃໝ່ ຕໍ່ທຸກຂົງເຂດວຽກງານຂອງແນວລາວສ້າງຊາດ, ຮີບຮ້ອນຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ເຂົ້າສູ່ຊີວິດຕົວຈິງ ໃນທົ່ວອົງຄະນະພັກ ຂອງ ສນຊ ແລະ ທົ່ວອົງການແນວລາວສ້າງຊາດທົ່ວປະເທດ ໂດຍໃຫ້ສອດຄ່ອງ, ກົມກຽວ ກັບການຜັນຂະຫຍາຍຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິຂອງກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຂອງແນວລາວສ້າງຊາດ ຄັ້ງທີ XI ໃຫ້ມີປະສິດທິຜົນສູງ.

info@lfnd.org.la | 021 213754 | (856-21) 453191