ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມໃຫຍ່​ຜູ້ແທນແນວລາວສ້າງຊາດແຂວງວຽງຈັນ ຄັ້ງທີ VII

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດແຂວງ ວຽງຈັນ ຄັ້ງທີ VII ໄດ້ໄຂຂຶ້ນໃນວັນທີ 7 ມັງກອນ 2021 ທີ່ສະໂມສອນເຂື່ອນໄຟຟ້ານ້ຳງື່ມ 1 ແຂວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງ, ກໍາມະການສູນກາງແນວລາວສ້າງຊາດ, ປະທານແນວລາວສ້າງຊາດແຂວງວຽງຈັນ, ເປັນກຽດເຂົ້າຮ່ວມມີ ທ່ານ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງແຂວງວຽງຈັນ, ທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ,  ຕາງໜ້າຈາກບັນດາພະແນກ, ອົງການຈັດຕັ້ງມະຊົນຂອງແຂວງ ແລະ ບັນດາເມືອງ ພ້ອມດ້ວຍຄະນະກຳມະການແນວລາວສ້າງຊາດທົ່ວແຂວງ ເຂົ້າຮ່ວມ.

ກອງປະຊຸມ, ທ່ານ ປະທານແນວລາວສ້າງຊາດ ແຂວງວຽງຈັນ ໄດ້ຜ່ານບົດລາຍງານການເມືອງ ທັງສອງ ພາກຄື: ຕີລາຄາຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງການແນວລາວສ້າງຊາດ ແຂວງວຽງຈັນ ຄັ້ງທີ VI ຄາດໝາຍສູ້ຊົນ, ທິດທາງໜ້າທີ່ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ເຊິ່ງ ທ່ານ ໄດ້ຍົກໃຫ້ເຫັນວ່າຕະຫຼອດໄລຍະ 5 ປີຜ່ານມາ ຄະນະກຳມະການແນວລາວສ້າງຊາດແຂວງ ໄດ້ນຳເອົາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ໂຄສະນາເຜີຍແຜ່ໃຫ້ສະມາຊິກພັກ-ພະນັກງານ ແລະ ປະຊາຊົນໄດ້ຮັບຮູ້ເຊື່ອມຊຶມ ແລະ ກຳແໜ້ນ, ໄດ້ເປີດຂະບວນການແຂ່ງຂັນສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຢ່າງເປັນຂະບວນການຟົດຟື້ນ, ໄດ້ມີການເກັບກຳຫັນສຽງຂອງສັງຄົມ ເພື່ອສັງລວມແລ້ວລາຍງານໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄວ້າແກ້ໄຂ, ໄດ້ປຸກລະດົມປະຊາຊົນໃຫ້ເປັນເຈົ້າການຕັ້ງໜ້າເຂົ້າຮ່ວມຕ້ານ, ສະກັດກັ້ນພະຍາດອາດຍາສິດ ແລະ ການຫຼີ້ນກິນຟູມເຟືອຍ; ສຶກສາອົບຮົມໃຫ້ປະຊາຊົນມີການປົກປັກຮັກສາວັດທະນະທຳ ແລະ ຮີດຄອງປະເພນີ ອັນດີງາມຂອງແຕ່ລະຊົນເຜົ່າ; ໄດ້ເປັນເຈົ້າການນຳພາປະຊາຊົນທຳການຜະລິດກະສິກຳເປັນສິນຄ້າ ໂດຍນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີທີ່ທຳສະໄໝ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເທື່ອລະກ້າວ. ພ້ອມກັນນີ້, ໄດ້ຮັບຟັງປະກອບຄໍາເຫັນກ່ຽວກັບຄອບຄົວຕົວແບບໃນການປູກຝັງ, ບົດຮຽນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ, ການປົກປ້ອງຄຸ້ມຄອງສາສະໜາຕາມສາຍແດນ ແລະ ກອງທຶນພັດທະນາຂັ້ນບ້ານ ຈາກອົງການຈັດຕັ້ງມະຫາຊົນ ແລະ ບັນດາເມືອງພາຍໃນແຂວງ. ກອງປະຊຸມຮັບຮອງເອົາຄະນະກໍາມະການແນວລາວສ້າງຊາດແຂວງ ຊຸດໃໝ່ ຈໍານວນ 99 ທ່ານ, ພະສົງ 5  ອົງ, ຍິງ 16 ທ່ານ ແລະ ໄດ້ຮັບຮອງເອົາ ທ່ານ ເທບພະໄທ ແກ້ວເຂັມເພັດ ເປັນປະທານແນວລາວສ້າງຊາດແຂວງແຂວງ ຜູ້ໃໝ່, ທ່ານ ພວງພັນ ຈັນທະລັງສີ, ທ່ານ ສົມເພັດ ສີພອນໄຊ ແລະ ທ່ານ ນາງ ຄຳກອງ ຂັນທະວົງ ເປັນຮອງປະທານແນວລາວສາ້ງຊາດແຂວງ ແລະ ຮັບຮອງຄະນະປະຈຳແນວລາວສ້າງຊາດ ແຂວງຈຳນວນ 5 ທ່ານ.

ໃນຕອນທ້າຍ ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວຂອງຄະນະກໍາມະການແນວລາວສ້າງຊາດແຂວງ ຊຸດທີ VI ຕະຫຼອດໄລຍະຜ່ານມາ ແລະ ທ່ານ ໄດ້ເນັ້ນຕື່ມວ່າ ໃຫ້ຄະນະກຳມະການແນວລາວສ້າງຊາດແຂວງຊຸດໃໝ່ ຈົ່ງນຳເອົາມະຕິກອງປະຊຸມໃຫຍ່ໃນຄັ້ງນີ້ ໄປຈັດຕັ້ງເຜີຍແຜ່ໃຫ້ສະມາຊິກພັກ-ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ ແລະ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເປັນແຜນງານ, ໂຄງການ ແລະ ຈິດຈະກຳ ຢ່າງລະອຽດ ເພື່ອເປັນບ່ອນອິງ ໃນການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃຫ້ໄດ້ຮັບຜົນສຳເລັດດີຂຶ້ນເທື່ອລະກ້າວ, ປຸກລະດົມຂົນຂວາຍມະຊາຊົນ ໃຫ້ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວແຂວງຢ່າງຮອບດ້ານ; ສືບຕໍ່ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຊຸກຍູ້ຂະບວນການຂະບວນການຜະລິດກຳສິກຳເປັນສິນຄ້າ, ສົ່ງເສີມການອະນຸລັກຮັກສາວັດທະນະທຳ-ຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງເຜົ່າ; ເອົາໃຈໃສ່ຊີ້ນຳ-ນຳພາ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃນການເຄື່ອນວຽກງານຕາມພາລະບົດບາດ ໃຫ້ມີເນື້ອໃນສົມບູນຂຶ້ນກວ່າເກົ່າ.

 

info@lfnd.org.la | 021 213754 | (856-21) 453191