ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດ ແຂວງສາລະວັນ ຄັ້ງທີ VII

ກອງປະຊຸມໃຫ່ຍຜູ້ແທນແນວລາວສ້າງຊາດແຂວງສາລະວັນ ຄັ້ງທີ VII ໄດ້ໄຂຂຶ້ນຢ່າງເປັນທາງການ ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ປອ. ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງສາລະວັນ, ມີບັນດາປະທານແນວລາວສ້າງຊາດເມືອງພາຍໃນແຂວງ, ບັນດາຜູ້ແທນສົມບູນ, ຕາງໜ້າພະແນກການອ້ອມຂ້າງ ຕະຫຼອດຮອດພະນັກງານແນວລາວສ້າງຊາດແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມ ທີ່ສະໂມສອນຫ້ອງວ່າການປົກຄອງແຂວງ ໃນວັນທີ 04 ກຸມພາ 2021 ນີ້,.
ກອງປະຊຸມ ໄດ້ຮັບຟັງການຜ່ານບົດລາຍງານການເມືອງທັງສອງພາກຄື: ຕີລາຄາລວມການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI; ໃນນີ້, ໄດ້ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າ, ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ຮັບຟັງບົດຄໍາເຫັນຂອງທ່ານເຈົ້າ ແຂວງ, ການປະກອບຄຳເຫັນຂອງບັນດາອົງການຈັດຕັ້ງມະຫາຊົນ; ພະແນກພາຍໃນແຂວງ ແລະ ແນວລາວສ້າງຊາດເມືອງສາລະວັນ ແລະ ໄດ້ຮັບຟັງການໂອ້ລົມ ຂອງທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ເພື່ອເປັນເຂັມທິດເຍືອງທາງໃຫ້ແກ່ຄະນະກໍາມະການແນວລາວສ້າງຊາດແຂວງຊຸດໃໝ່ ສືບຕໍ່ເອົາໃຈໃສ່ນໍາພາວຽກງານແນວໂຮມຢູ່ແຂວງເຊກອງ ໃຫ້ມີຄວາມທ່ວງທ່າອັນໃໝ່ ແລະ ມີຜົນສໍາເລັດສູງກວ່າເກົ່າ. 
info@lfnd.org.la | 021 213754 | (856-21) 453191