ສູນກາງແນວລາວສ້າງຊາດ

Lao Front For National Development

ກອງປະຊຸມ ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI        

ສູນກາງແນວລາວສ້າງຊາດ (ສນຊ) ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຂຶ້ນ ໃນຕອນແລງ ວັນທີ 13 ກໍລະກົດ 2021 ນີ້ ທີ່ຫ້ອງປະຊຸມໃຫຍ່ຊັ້ນ II. ເປັນກຽດເຜີຍແຜ່ໂດຍສະຫາຍ ຄຳເຜີຍ ບຸດດາວຽງ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຫົວໜ້າ-ຮອງກົມ, ຫ້ອງການ, ສູນຝຶກອົບຮົມ, ຕະຫຼອດຮອດຫົວໜ້າ-ຮອງຫົວໜ້າພະແນກ ຂອງ ສນຊ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ໄດ້ຮັບຟັງເນື້ອໃນຄື: ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ, ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ການສ້າງການ ຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ທຸກຂອດໃນວຽກງານພະນັກງານ.

ການເຊື່ອມຊຶມໃນຄັ້ງນີ້, ກໍ່ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ພາຍໃນສູນກາງແນວລາວສ້າງຊາດ ຈົ່ງຍົກສູງຄວາມຮັບຜິດຊອບທາງການເມືອງ, ນ້ຳໃຈເສຍສະຫຼະ, ມານະຈິດບຸກບືນປະຕິວັດ, ພ້ອມກັນເດັດດ່ຽວຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກ, ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງຮອບດ້ານ ແລະ ເຮັດໃຫ້ສະມາຊິກພັກ-ພະນັກງານໄດ້ຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນບັນດາເນື້ອໃນສຳຄັນຂອງມະຕິກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ແລະ ນຳໃຊ້ເຂົ້າໃນໜ້າວຽກງານທີ່ຕົນຮັບຜິດຊອບ ໃຫ້ປະກົດຜົນເປັນຈິງ.

ພ້ອມກັນນັ້ນ, ກົມຈັດຕັ້ງກໍ່ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ແລະ ຂໍ້ຕົກ ລົງວ່າດ້ວຍການອະນຸມັດໃຫ້ພະນັກງານສູນກາງແນວລາວສ້າງຊາດ ອອກພັກການຮັບອຸດໜູນບຳນານ 3 ທ່ານຄື: ທ່ານ ຄຳຫຼ້າ ອຸມາລີ ຜູ້ຊ່ວຍທ່ານ ປະທານສູນກາງແນວລາວສ້າງຊາດ, ທ່ານ ສົມລິດ ສຸກສົມຫວັງ ຮອງຫົວໜ້າກົມສາສະ

ໜາ ສູນກາງແນວລາວສ້າງຊາດ ອອກພັກການຮັບອຸດໜູນບຳນານ, ທ່ານ ນາງ ບົວຈັນ ແກ້ວສົມພັນ ຮອງຫົວໜ້າພະແນກບໍລິຫານຫ້ອງການ ສູນກາງແນວລາວສ້າງຊາດ ອອກພັກການຮັບອຸດໜູນບຳນານ.

ໂອກາດດັ່ງກ່າວ, ທ່ານ ຄຳເຜີຍ ບຸດດາວຽງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທັງສາມ ທ່ານຍາດມາໄດ້ຕະຫຼອດໄລຍະຜ່ານມາທີ່ໄດ້ປະກອບສ່ວນ, ສຸມທຸກສະຕິປັນຍາເຂົ້າໃນການ ປະຕິບັດໜ້າທີ່ວຽກງານ ເຊິ່ງມີຜົນງານອັນພົ້ນເດັ່ນຫຼາຍດ້ານ ແລະ ມີຜົນສຳເລັດເປັນກ້າວໆມາ ຂໍອວຍພອນໃຫ້ບັນດາທ່ານຈົ່ງມີສຸຂະພາບເຂັ້ມແຂງ ເຖິງຈະໄດ້ອອກພັກການຮັບອຸດໜູນບຳນານໄປ ກໍ່ໃຫ້ສືບຕໍ່ເຂົ້າຮ່ວມວຽກງານຢູ່ຂັ້ນຮາກຖານບ້ານທີ່ຕົນອາໄສຢູ່.

info@lfnd.org.la | 021 213754 | (856-21) 453191