ສູນກາງແນວລາວສ້າງຊາດ

Lao Front For National Development

ການນໍາຂັ້ນສູງຂອງ ສນຊ ປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ

ການນໍາຂັ້ນສູງຂອງ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດຂຶ້ນ, ຊຶ່ງນໍາໂດຍທ່ານ ປອ. ສິນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ  ແລະ ມີບັນດາທ່ານຮອງປະທານ ສນຊ, ຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ ແລະ ສູນຝຶກອົບຮົມ ສນຊ ເຂົ້າຮ່ວມ ໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2021 ນີ້, ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ.

ໃນໂອກາດນີ້, ທ່ານ ດຣ ຈັນເພັງ ສຸດທິວົງ ຄະນະປະຈໍາ, ຫົວໜ້າຫ້ອງການ ສນຊ ໄດ້ລາຍງານຕໍ່ທ່ານປະທານ ສນຊ ວ່າ: ການປູກຕົ້ນໄມ້ຄັ້ງນີ້, ເພື່ອເປັນການສ້າງຂະບວນການເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ​ ສອດຄ່ອງກັບການປະຕິບັດ 6 ສ ຂອງນະຄອນຫລວງວຽງຈັນ ໂດຍສະເພາະແມ່ນ ສີຂຽວ ແລະສະເໜ່​ ສະນັ້ນ,​ ການນໍາຂັ້ນສູງຂອງ ສນຊ ສ້າງຂະບວນການປູກຕົ້ນໄມ້ເພື່ອເປັນສິລິມຸງຄຸນ, ການປູກຕົ້ນໄມ້ ແມ່ນການສ້າງສະພາບແວດລ້ອມໃຫ້ແກ່ ບ້ານເມືອງຂອງເຮົາ ໃຫ້ເປັນພື້ນທີ່ສີຂຽວ ເພື່ອຫລຸດຜ່ອນຄວາມສ່ຽງຈາກໄພພິບັດ ເຮັດໃຫ້ມີອາກາດສົດຊື່ນ, ເປັນຕາຢູ່ ກາຍເປັນພື້ນທີ່ປົກຫຸ້ມໄປດ້ວຍຕົ້ນໄມ້ນາໆພັນ ແລະ ເປັນການຄືນປ່າທີ່ມີດັ້ງເດີມໃຫ້ກັບມາເທື່ອລະໜ້ອຍ, ແນໃສ່ເພິ່ມຄວາມປົກຫຸ້ມຂອງປ່າໄມ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ, ທັງເປັນການປູກຈິດສຳນຶກໃຫ້ແກ່ພະນັກງານ-ລັດຖະກອນ ໃນການຮັກສາສິ່ງແວດລ້ອມທີ່ດີ.

ຈາກນັ້ນ, ທ່ານ ປອ. ສິນລະວົງ ຄຸດໄພທູນ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຊົມພຶ້ນຖານໂຄງລ່າງຂອງ ສູນຝຶກອົບຮົມສູນກາງແນວລາວສ້າງຊາດ ໂດຍສະເພາະແມ່ນຫ້ອງປະຊຸມ, ຫ້ອງໄອທີ, ຫ້ອງເຮັດວຽກ ແລະ ຫ້ອງພັກເຊົາຕື່ມອີກ.

 

info@lfnd.org.la | 021 213754 | (856-21) 453191