ສູນກາງແນວລາວສ້າງຊາດ

Lao Front For National Development

ການນໍາ ສນຊ ວາງພວງມາລາໄວ້ອາໄລ ແດ່ດວງວິນຍານ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

ໃນຕອນບ່າຍວັນທີ 13 ພຶດສະພາ 2020 ນີ້, ຄະນະນໍາສູນກາງແນວລາວສ້າງຊາດ (ສນຊ) ເຊິ່ງນໍາໂດຍ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານ ສນຊ ພ້ອມດ້ວຍຄະນະໄດ້ເຂົ້າວາງພວງມາລາໄຫວ້ອາໄລແດ່ດວງວິນຍານ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ອາໄລອາວອນ ຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງບໍ່ມີວັນຫວນກັບຄືນມາ. ຢູ່ທີ່ສະໂມສອນໃຫຍ່ກະຊວງປ້ອງກັນປະເທດ, ນະຄອນຫລວງວຽງຈັນ, ມີບັນດາການນໍາພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເຂົ້າຮ່ວມ.

ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນຜູ້ນໍາຮຸ່ນທໍາອິດຂອງພັກ ແລະ ລັດເຮົາ ທີ່ໄດ້ອຸທິດຊີວິດຂອງຕົນຕິດພັນກັບການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ
ໃໝ່, ສະຫາຍແມ່ນນັກຮົບປະຕິວັດຜູ້ອົງອາດເກັ່ງກ້າສາມາດ, ມີນໍ້າໃຈເສຍສະຫຼະອັນສູງສົ່ງ, ເປັນໜຶ່ງໃນນາຍທະຫານນໍາພາ-ບັນຊາທີ່ີດີເດັ່ນ, ເປັນທີ່ເຄົາລົບຮັກຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ; ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ຍັງແມ່ນພະນັກງານນໍາພາທີ່ດີ, ມີຄວາມສາມັກຄີເປັນເອກະພາບພາຍໃນພັກ ແລະ ຢຶດໝັ້ນໃນອຸດົມການປະຕິວັດຢ່າງສູງສົ່ງ ໃນພາລະກິດປະຕິວັດປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາລະບອບໃໝ່.

info@lfnd.org.la | 021 213754 | (856-21) 453191