ສູນກາງແນວລາວສ້າງຊາດ

Lao Front For National Development

ກົມໂຄສະນາ ສນຊ ເຜີຍແຜ່ຄຳສັ່ງຂອງກົມການເມືອງສູນກາງພັກ.

ໂດຍປະຕິບັດຕາມແຈ້ງການເລກທີ 251/ຫກ. ສນຊ ລົງວັນທີ 19 ສິງຫາ 2021, ກົມໂຄສະນາ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດຕັ້ງເຜີຍແຜ່ເນື້ອໃນຄໍາສັ່ງຂອງກົມການເມືອງສູນກາງພັກ 2 ສະບັບທີ່ສຳຄັນຄື: ຄຳສັ່ງເລກທີ 01 ວ່າດ້ວຍການເພີ້ມທະວີການນຳພາຊີ້ນຳ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມທຸກຍາກ ດ້ານເສດຖະກິດ-ການເງິນ, ຄໍາສັ່ງເລກທີ 02 ວ່າດ້ວຍການເພີ້ມທະວີການນຳພາຊີ້ນຳຂອງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເຊິ່ງເອກະສານສອງສະບັບດັ່ງກ່າວນີ້ແມ່ນວາລະແຫ່ງຊາດ ທີ່ພັກເຮົາໄດ້ກໍານົດໄວ້ຢູ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ; ຄໍາສັ່ງເລກທີ 01 ໄດ້ກໍານົດ 4 ເນື້ອໃນໃຫຍ່ຫລັກໆ ໃນການວາງແນວທາງ ວິທີການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາ ເຊິ່ງການແກ້ໄຂໂດຍເນັ້ນໃສ່ 3 ຫລັກການຄື: ເດັດຂາດ, ໂປ່ງໃສ ແລະ ຫລັກວິທະຍາສາດ. ສ່ວນຄໍາສັ່ງເລກທີ 02 ກໍ່ໄດ້ກໍານົດ 9 ເນຶື້ອໃນສໍາຄັນ ແລະ ເນັ້ນໃສ່ 3 ຫລັກການ, 2 ຍຶດໝັ້ນ, 2 ມາດຕະການ ແລະ 3 ເດັດດ່ຽວຕ້ານການກະທຳທີ່ບໍ່ຖືກຕ້ອງ. ເຜີຍແຜ່ໂດຍທ່ານ ນາງ ແພງພັນ ບຸບຜາພອນ ຫົວໜ້າກົມໂຄສະນາ ໃຫ້ກຽດເຂົ້າຮ່ວມໃນຄັ້ງນີ້ມີທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນຳວຽກງານໂຄສະນາ ແລະມີພະນັກງານ-ສະມາຊິກພັກ-ລັດຖະກອນພາຍໃນກົມໂຄສະນາທັງໝົດເຂົ້າຮ່ວມ ໃນວັນທີ 24 ສິງຫາ 2021 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ສູນກາງແນວລາວສ້າງຊາດ.
ການເຜີຍແຜ່ເຊື່ອມຊຶມ ເພື່ອໃຫ້ພະນັກງານ-ສະມາຊິກພັກ-ລັດຖະກອນພາຍໃນກົມໄດ້ຮັບຮູ້, ເຊື່ອມຊຶມ, ກຳແໜ້ນ ຕໍ່ເນື້ອໃນຈິດໃຈຂອງຄຳສັ່ງດັ່ງກ່າວໃຫ້ທົ່ວເຖິງ, ເລິກເຊິ່ງ ແລະມີຄວາມເປັນເອກະພາບສູງຕໍ່ການຈັດຕັ້ງປະຕິບັດຕາມນິຕິກໍາດັ່ງກ່າວ.
ຈາກນັ້ນ ທ່ານ ຮອງປະທານຜູ້ຊີ້ນຳ ໄດ້ມີຄຳເຫັນຊີ້ນຳວ່າ: ການເຊື່ອມຊຶມໃນຄັ້ງນີ້ ກໍ່ເພື່ອສ້າງຄວາມເຂົ້າໃຈເປັນເອກະພາບກັນ ກ່ຽວກັບນິຕິກໍາທັງສອງສະບັບດັ່ງກ່າວ ໃນສະພາບທີ່ພັກ-ລັດກຳລັງປະເຊີນຢູ່ເຊັ່ນ: ບັນຫາຢາເສບ, ບັນຫາດ້ານເສດຖະກິດ-ການເງິນ-ການແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ແລະ ຍັງໄດ້ແນະນໍາໃຫ້ພະນັກງານຂອງກົມຈົ່ງນຳເອົາຄຳສັ່ງດັ່ງກ່າວໄປສຶກສາຄົ້ນຄວ້າຕື່ມອີກໃຫ້ເຂົ້າໃຈຢ່າງລະອຽດ, ເລິກເຊິ່ງ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບພາລະບົດບາດ ຕາມນິຕິກຳທີ່ວາງອອກ. ໃນໂອກາດນີ້ ຍັງໄດ້ມອບບັດສະມາຊິກພັກໃຫ້ ສະມາຊິກພັກສົມບູນພາຍໃນໜ່ວຍພັກກົມໂຄສະນາ 2 ສະຫາຍຕື່ມອີກ.
ບກ: ພ ບຸບຜາ
ຂ່າວ-ພາບ: ແກ້ວອຸດົມ
info@lfnd.org.la | 021 213754 | (856-21) 453191