ສູນກາງແນວລາວສ້າງຊາດ

Lao Front For National Development

ຂະບວນການແຂ່ງຂັນກິລາຕີກ໊ອບ ມິດຕະພາບ

ສູນກາງແນວລາວສ້າງຊາດ ຮ່ວມກັບແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ຈັດຂະບວນການແຂ່ງຂັນກິລາຕີກ໊ອບ ຊິງຂັນກຽດຕິຍົດ ທ່ານ ປະທານສູນກາງແນວລາວສ້າງຊາດ ໃນວັນທີ 25 ກໍລະກົດ 2020 ນີ້, ເປັນກຽດເຂົ້າຮ່ວມ ມີທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ, ກຳມະການສູນກາງແນວລາວສ້າງຊາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ທີ່ສະໜາມກ໊ອບ ເລັກວິວ ນະຄອນຫຼວງວຽງຈັນ.

ຂະບວນການດັ່ງກ່າວ ແມ່ນເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ(13 ສິງຫາ 1950-13 ສິງຫາ 2020) ແລະ ເພື່ອສ້າງຂະບວນການຂ່ຳນັບຮັບຕ້ອນ ກອງປະຊຸມຄົບຄະນະກຳມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ X ແລະ ວັນສຳຄັນຕ່າງໆ ຂອງຊາດ. ໃນຕອນທ້າຍ ທ່ານ ຄຳໃບ ດຳລັດ ໄດ້ມອບຂັນລາງວັນໃຫ້ນັກກິລາທີ່ໄດ້ຊະນະໃນຂະບວນການແຂ່ງຂັນກິລາຕີກ໊ອບ ດັ່ງກ່າວ.

info@lfnd.org.la | 021 213754 | (856-21) 453191