ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະກຳມະການສູນກາງແນວລາວສ້າງຊາດ ສືບຕໍ່ຮ່ວມມືກັບ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ

ເພື່ອເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມ ເວົ້າລວມ ແລະ ເວົ້າສະເພາະ ແມ່ນລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ. ໃນວັນທີ 29 ມິຖຸນາ 2021 ທີ່ນະຄອນຫຼວງຮ່າໂນ້ຍ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ມີພິທີເຊັນສັນຍາສືບຕໍ່ຮ່ວມມື ໄລຍະແຕ່ປີ 2021-2025 ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ຕາງໜ້າໂດຍທ່ານ ນາງ ຄຳຈັນ ພົມແສງສະຫວັນ ຄະນະປະຈຳພັກ, ຮອງປະທານສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ຕາງໜ້າໂດຍ ທ່ານ ບຸ່ຍ ຕວັນ ກວາງ ຮອງຫົົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ; ເປັນກຽດເຂົ້າຮ່ວມມີ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ.

ທັງສອງຝ່າຍໄດ້ຕົກລົງຮ່ວມມືວຽກງານໃນຫຼາຍດ້ານ ເປັນຕົ້ນແມ່ນ: ປະສານສົມທົບຊຸກຍູ້ວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມການເມືອງ-ແນວຄິດ ແລະ ຈິດສຳນຶກ ໃຫ້ແກ່ປະຊາຊົນບັນດາຊົນເຜົ່າ ຂອງສອງຊາດ ເປັນຕົ້ນຖັນແຖວເຍົາວະຊົນ, ຄົນຮຸ່ນໜຸ່ມ ຮັບຮູ້ເຖິງມູນເຊື້ອແຫ່ງການພົວພັນຂອງສອງປະເທດ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງລາວ-ຫວຽດນາມ; ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ປະສານສົມທົບ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ປະສານສົມທົບຢ່າງແໜ້ນແຟ້ນໃນການນຳພາ, ຊ່ວຍເຫຼືອ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແນວລາວສ້າງຊາດ ບັນດາແຂວງ ຂອງລາວ ແລະ ຄະນະຂົນຂວາຍປະຊາຊົນບັນດາທ້ອງຖິ່ນ ຂອງຫວຽດນາມ ທີ່ມີສາຍແດນຕິດຈອດກັນ ເພີ່ມທະວີແລກປ່ຽນປະສົບການ ແລະ ການຮ່ວມມືກ່ຽວກັບວຽກງານຂົນຂວາຍມະຫາຊົນ, ຂົນຂວາຍປະຊາຊົນເພື່ອພັດທະນາເສດຖະກິດ-ສັງຄົມ, ຮັບປະກັນໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ, ເຂົ້າຮ່ວມການກໍ່ສ້າງພັກ ແລະ ອຳນາດການປົກຄອງທີ່ສະອາດ, ປອດໃສ, ເຂັ້ມແຂງ, ເປີດກວ້າງຮູບແບບຂົນຂວາຍປະຊາຊົນ ຢ່າງມີໄຫວພິກທີ່ພົ້ນເດັ່ນ ແລະ ເຂົ້າຮ່ວມກອງປະຊຸມເສີມສ້າງສາຍແດນລາວ-ຫວຽດນາມ ສັນຕິພາບ, ມິດຕະພາບ, ຄວາມສະຫງົບ, ການຮ່ວມມື ແລະ ການພັດທະນາ; ສອງຝ່າຍເພີ່ມທະວີວຽກງານປະສານສົມທົບຂົນຂວາຍປະຊາຊົນເຂດສາຍແດນ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມສາຍແດນ ແລະ ສະກັດກັ້ນການເຄື່ອນໄຫວລັກລອບຂ້າມແດນທີ່ຜິດລະບຽບກົດໝາຍ.

info@lfnd.org.la | 021 213754 | (856-21) 453191