ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະຄົນເຊື້ອຊາດລາວເຂົ້າຢ້ຽມຂໍ່ານັບປະທານ ສນຊ

ທ່ານ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະສະຫະພັນມວຍສາກົນແຫ່ງຊາດລາວ ແລະ ນັກກິລາຄົນເຊື້ອຊາດລາວ (ສັນຊາດອາເມລິກາ) ຊິ່ງນໍາໂດຍທ່ານ ຫຽມ ພົມມະຈັນ  ກໍາມະການສູນກາງແນວລາວສ້າງຊາດ, ຫົວໜ້າຄະນະທີ່ປຶກສາວຽກງານພົວພັນຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດ, ມີທ່ານ ສີສຸພັນ ແສງສະຫວັນ ກໍາມະການສູນກາງແນວລາວສ້າງຊາດ ປະທານສະຫະພັນມວຍສາກົນແຫ່ງຊາດລາວເຂົ້າຮ່ວມ ໃນວັນທີ 10 ມີນາ 2021 ນີ້, ທີ່ສູນກາງນແນວລາວສ້າງຊາດ.

ໃນໂອກາດນີ້, ທ້າວ ວອລເຕີ້ສະນ້ອຍ ອຸປະຖານາ ນັກກິລາ ຄົນເຊື້ອຊາດລາວ (ສັນຊາດອາເມລິກາ) ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ເປັນການເອງຂອງ ທ່ານປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ລາຍງານ ຈຸດປະສົງໃນການມາເຮັດວຽກໃນຄັ້ງນີ້, ແມ່ນເພື່ອມາແຂ່ງຂັນກິລາ.

ໂອກາດນີ້, ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບຄົນເຊື້ອຊາດລາວທີ່ດໍາລົງຊີວິດຢູ່ຕ່າງປະເທດທີ່ມີຄວາມຮູ້, ປະສົບການຕ່າງໆ ມາປະກອບສ່ວນຊ່ວຍພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ ແລະ ສີວິໄລເປັນກ້າວໆ.

info@lfnd.org.la | 021 213754 | (856-21) 453191