ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະນຳສູນກາງແນວລາວສ້າງຊາດ ອວຍພອນວັນຊາດ ຫວຽດນາມ

ທ່ານ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 75 ປີ(2/9/1945-2/9/2020) ຢູ່ທີສະຖານທູດຫວຽດນາມ ປະຈຳ ສປປ ລາວ ໃນວັນທີ 1 ກັນຍາ 2020.

ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຕະຫຼອດໄລຍະ 75 ປີທີ່ຜ່ານມາ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ທີ່ຍາດໄດ້ຜົນສຳເລັດອັນຍິ່ງໃຫຍ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງ ສສ ຫວຽດນາມ. ພ້ອມທັງ​ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ​ລະຫວ່າງ​ສອງ​ພັກ-ສອງ​ລັດ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ  ຈົ່ງເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ.

​     ໃນໂອກາດດັ່ງກ່າວ, ທ່ານ ຫງວຽນ ບ໋າ ຮຸ່ງ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ຄະນະນຳສູນກາງແນວລາວສ້າງຊາດ ທີ່ໄດ້ເຂົ້າອວຍພອນວັນຊາດ ຂອງ ສສ ຫວຽດນາມ ໃນຄັ້ງນີ້.

info@lfnd.org.la | 021 213754 | (856-21) 453191