ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະຜູ້ແທນຂັ້ນສູງລາວ-ຫວຽດນາມ​ ວາງກະຕ໋າດອກໄມ້ຕໍ່ໜ້າອະນຸສອນສະຖານປະທານ ໄກສອນ ພົມວິຫານ.​

ຄະນະຜູ້ແທນຂັ້ນສູງ​ ສູນກາງແນວລາວສ້າງຊາດ ນໍາໂດຍທ່ານ ຄໍາເຜີຍ​ ບຸດດາວຽງ ກຳມະການສູນກາງພັກ,​ຮອງປະທານ​ ຜູ້ປະຈໍາການ ສູນກາງແນວລາວສ້າງຊາດ​ພ້ອມດ້ວຍຄະນະ,​ຝ່າຍຫວຽດນາມນໍາໂດຍ ທ່ານ​ ເລຕຽນເຈົາ ກຳມະການສູນກາງພັກ,​ ຮອງປະທານຜູ້ປະຈໍາການສູນກາງແນວໂຮມປະເທດຊາດຫວຽດນາມ​ພ້ອມດ້ວຍຄະນະ​ ໄດ້ພ້ອມກັນໄປວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນ​ ທ່ານປະທານໄກສອນ ພົມວິຫານ​  ເນື່ອງໃນໂອ​ກາດ​ຄະນະຜູ້ແທນຂັ້ນສູງ ດັ່ງກ່າວເດີນທາງມາຮ່ວມກອງປະຊຸມເສີມສ້າງຊາຍແດນລາວ-ຫວຽດນາມ ສັນຕິພາບ ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ​ ໄລຍະປີ 2022-2027  ທີ​ ສປປ ລາວ ​ເປັນເຈົ້າພາບ ຢູ່ແຂວງສະຫວັນນະເຂດ​ ໃນວັນທີ​ 22 ​ພະຈິກ​ 2022​ ນີ້​

ເພື່ອສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງພັກ, ລັດ ແລະ ປວງຊົນລາວທັງຊາດ; ປະທານເປັນຜູ້ຈັດຕັ້ງນຳພາລະກິດປະຕິວັດອັນຍິ່ງໃຫຍ່ຂອງປະເທດເຮົາ ກ້າວຈາກໄຊຊະນະນີ້ສູ່ໄຊຊະນະໃໝ່ຍິ່ງໃຫຍ່ກວ່າເກົ່າ, ນຳພາປ່ຽນແປງໃໝ່ ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກ.

 

ຂ່າວ-ຮູບ: ລີ+ເຢ້

info@lfnd.org.la | 021 213754 | (856-21) 453191