ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະຜູ້ແທນສູນກາງແນວລາວສ້າງຊາດ ໄດ້ໄປທັດສະນະສຶກ ແລະຢ້ຽມຢາມກຸ່ມບໍລິສັດເກ້ວເລີ່ມ

ວັນທີ13/11/2022ນີ້, ຄະນະຜູ້ແທນ, ຄະນະກໍາມະການສູນກາງແນວລາວສ້າງຊາດ, ນໍາໂດຍ ທ່ານ ສຈ ປອ ອ໋ອດ ພົງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈໍາການ ພ້ອມດ້ວຍຄະນະ ໄດ້ໄປທັດສະນະສຶກແລະຢ້ຽມຢາມກຸ່ມບໍລິສັດເກ້ວເລີ່ມ, ເຊີ່ງກຸ່ມບໍລິສັດເກ້ວເລີ່ມເປັນໜຶ່ງໃນບໍລິສັດທີ່ຜະລິດສະບຽງອາຫານປອດສານຜິດຄົບວົງຈອນ ແລະເປັນທີ່ຍອມຮັບຈາກລັດຖະບານ ສສ ຫວຽດນາມ, ຄະນະໄດ້ປຶກສາຫາລື ແລກປ່ຽນບົດຮຽນເຊີ່ງກັນແລະກັນໃນຂົງເຂດວຽກງານກະສິກໍາອີນຊີ ເຫັນວ່າສອງຝ່າຍມີຄວາມພ້ອມຈະຮ່ວມມືກັນແຕ່ຈະຊອກຫາວິທີສ້າງກົນໄກໃນການຮ່ວມມືສອງຝ່າຍໃຫ້ຖຶກຕ້ອງຕາມນະໂຍບາຍລວມຂອງສອງປະເທດ ລາວ-ຫວຽດນາມ ເພື່ອເປັນບ່ອນອິງໃນການສ້າງກິດຈະກໍາຮ່ວມກັນລະຫວ່າງ ກຸ່ມບໍລິສັດເກ້ວເລີ່ມ ແລະ ອົງການແນວລາວສ້າງຊາດ ເປັນຕົ້ນແມ່ນແນວລາວສ້າງຊາດ ແຂວງສາລະວັນ ແລະແຂວງເທື່ອທຽນເຫ້ວ ທີ່ມີສາຍແດນຕິດຈອດກັນ ພ້ອມກັນນີ້ ຝ່າຍຫວຽດນາມພ້ອມແລ້ວທີ່ຈະຍົກລະດັບໃນການຮ່ວມມືໃນທຸກຂົງເຂດວຽກງານໃຫ້ແກ່ ສປປ ລາວ, ຝຶກອົບຮົມທາງດ້ານເຕັກນິກແລະຕອບສະໜອງກົນຈັກທີ່ທັນສະໄໝເຂົ້າໃນການຜະລິດກະສິກໍາຢູ່ ສປປລ ລາວ ຫຼັງຈາກນີ້, ຄະນະຜູ້ແທນກໍ່ໄດ້ໄປທັດສະນະຕົວຈິງຢູ່ໂຮງງານຜະລິດຫົວອາຫານປອດສານຜິດ,ໂຮງງານຜະລິດຝຸ່ນຊີວະພາບ ແລະ ຢ້ຽມຢາມຄອບຄົວຕົວແບບ ໃນການລ້ຽງໝູແບບອິນຊີ.

info@lfnd.org.la | 021 213754 | (856-21) 453191