ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະຜູ້ແທນສູນກາງແນວລາວສ້າງຊາດ ເຂົ້າຢ້ຽມຂໍ່ານັບ ທ່ານ ຮອງເລຂາພັກແຂວງໆເທື່ອທຽນເຫ້ວ

     ຄະນະຜູ້ແທນ,ຄະນະກໍາມະການສູນກາງແນວລາວສ້າງຊາດ ນໍາໂດຍ ທ່ານ ສຈ ປອ ອ໋ອດ ພົງສະຫວັນ ກໍາມະການສູນກາງແນວລາວສ້າງຊາດ, ຮອງປະທານສູນກາງແນວລາວສ້າງຊາດຜູ້ບໍ່ປະຈໍາການ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຟານງັອກຖໍ້ ຮອງເລຂາພັກແຂວງໆເທື່ອທຽນເຫ້ວ ສສ ຫວຽດນາມ ຢູ່ທີ່ຫ້ອງວ່າການພັກແຂວງເທື່ອທຽນເຫ້ວ ສສ ຫວຽດນາມ ໃນວັນທີ 12/11/2022ນີ້, ກ່ອນອື່ນ ທ່ານ ຮອງເລຂາພັກແຂວງໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຕີລາຄາສູງຕໍ່ການມາຢ້ຽມຢາມແຂວງເທື່ອທຽນເຫ້ວ ສສ ຫວຽດນາມ ຂອງຄະນະໃນຄັ້ງນີ້ ເຊີ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມມັກຄີແແບບພິເສດ ແລະການຮ່ວມມືຮອບດ້ານສອງພັກ-ສອງລັດ ລາວ-ຫວຽດນາມ, ເວົ້າລວມ, ເວົ້າສະເພາະແມ່ນການຮ່ວມມືໃນສອງແຂວງ ທີ່ມີ ສາຍແດນຕິດຈອດກັນຄື :ແຂວງເທື່ອທຽນເຫ້ວ ສສ ຫວຽດນາມແລະ ແຂວງສາລະວັນ ສປປລ ລາວ ຍາມໃດສອງແຂວງກໍ່ໄດ້ ມີການຮ່ວມມືຊ່ວຍເຫຼືອເຊີ່ງກັນແລະກັນຕະຫຼຶດມາເປັນຕົ້ນແມ່ນດ້ານການສຶກສາ, ດ້ານການການທ່ອງທ່ຽວແລະດ້ານການກະສິກໍາ, ນອກຈາກນີ້, ຂົງເຂດວຽກງານແນວໂຮມລະຫວ່າງສອງແຂວງກໍ່ມີການຮ່ວມມື ຢ່າງແໜ້ນແຟ້ນເຮັດໃຫ້ວຽກງານດັ່ງກ່າວມີຜົນປະໂຫຍດອັນສູງສຸດ ແລະ ມີບາດກ້າວໃໝ່ເລື້ອຍໆ.
     ທ່ານ ຮອງປະທານສູນກາງແນວລາວສ້າງຊາດ ຜູ້ບໍ່ປະຈໍາການກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັບອົບອຸ່ນ ຂອງການນໍາແຂວງເທື່ອທຽນເຫ້ວໃນຄັ້ງນີ້, ພ້ອມແຈ້ງຈຸດປະສົງໃນການມາຢ້ຽມຢາມແລະເຮັດວຽກຢູ່ແຂວງເທື່ອທຽນເຫ້ວ ສສ ຫວຽດນາມ, ການມາຢ້ຽມຢາມຂອງຄະນະຜູ້ແທນແນວລາວສ້າງຊາດຄັ້ງນີ້ ເປັນການສ້າງຂະບວນການຂໍ່ານັບຊົມເຊີຍການສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມຄື: ວັນເຊັນສົນທິສັນຍາແລະການຮ່ວມມືຄົບຮອບ 45ປີ ແລະວັນສ້າງຕັ້ງສາຍພົວພັນມິດຕະພາບການທູດ ລາວ-ຫວຽດນາມ ຄົບຮອບ 60ປີ ແລະ ເປັນການແລກປ່ຽນບົດຮຽນກ່ຽວກັບວຽກງານແນວໂຮມ, ວຽກງານກະສິກໍາແລະການທ່ອງທ່ຽວ ເພື່ອແນ່ໃສ່ສ້າງກົນໄກໃນການປະສານສົມທົບ ຮ່ວມມືລະຫວ່າງແນວລາວສ້າງຊາດ ແຂວງສາລະວັນ, ແນວລາວສ້າງຊາດແຂວງສະຫວັນນະເຂດ ແລະ ແນວໂຮມປະເທດຊາດຫວຽດນາມ ແຂວງເທື່ອທຽນເຫ້ວໃຫ້ຮັດແໜ້ນຄວາມສາມັກຄີ ພ້ອມກັນພັດທະນາແກ້ໄຂຄວາມທຸກຍາກຂອງປະໍຊາຊົນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂື້ນເປັນກ້າວໆ.
info@lfnd.org.la | 021 213754 | (856-21) 453191