ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະວິຊາການ ສນຊ ໄປທັດສະນະສຶກສາ ແລະ ຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ

ຄະນະວິຊາການ ສູນກາງແນວລາວສ້າງຊາດ(ສນຊ) ນຳໂດຍ ທ່ານ ນາງ ກົງແກ້ວ ທຳມະໂຄດ ຮອງຫົວໜ້າກົມໂຄສະນາ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ໄປທັດສະນະສຶກສາ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນວັນທີ 19 ມັງກອນ 2021 ນີ້.

ການໄປທັດສະນະສຶກສາຄັ້ງນີ້, ໄດ້ຮັບຟັງການບັນຍາຍປະຫວັດການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ມູນເຊື້ອອັນສະຫງ່າລາສີ ຂອງພັກ-ລັດ ແລະ ປະຫວັດການເຄື່ອນໄຫວປະຕິວັດ ຂອງທ່ານ ປະທານ ໄກສອນ ພົມວິຫານ. ເພື່ອໃຫ້ສະມາຊິກພັກ-ພະນັກງານ ສູນກາງແນວລາວສ້າງຊາດ ໄດ້ຮ່ຳຮຽນຄຸນສົມບັດສິນທຳປະຕິວັດ, ແບບຢ່າງການດຳລົງຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ໄກສອນ ພົມວິຫານ.

info@lfnd.org.la | 021 213754 | (856-21) 453191