ສູນກາງແນວລາວສ້າງຊາດ

Lao Front For National Development

ຄະນະອະນຸເນື້ອໃນກະກຽມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ຢ້ຽມຢາມເຂດໂຄງການທົດລອງສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ

ໃນວັນທີ 24 ມີນາ 2020 ນີ້, ທ່ານ ຈະເລີນ ເຍຍປາວເຮີ ກໍາມະການສູນກາງພັກ, ຫົວໜ້າອະນຸເນື້ອໃນຄົ້ນຄວ້າວຽກງານແນວໂຮມຂອງພັກ ແລະ ອົງການຈັດຕັ້ງມະຫາຊົນ ກະກຽມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ພ້ອມດ້ວຍຄະນະອະນຸເນື້ອໃນຈາກ ສູນກາງແນວລາວສ້າງຊາດ, ສູນກາງຊາວປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງ, ສູນກາງກຳມະບານ ແລະ ຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກໄດ້ລົງຢ້ຽມຢາມ ເຂດໂຄງການທົດລອງສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ ທີ່ບ້ານແກ່ວສາມີ, ເມືອງລ້ອງຊານ ແຂວງໄຊສົມບູນ, ເປັນກຽດຕ້ອນຮັບຂອງທ່ານ ແດງ ປະທົມທອງ ຮອງເຈົ້າແຂວງໆ ໄຊສົມບູນ, ມີທ່ານ ຄໍາຫຼ້າ ລໍລອນສີ ຮອງປະທານກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ພ້ອມດ້ວຍຄະນະຮັບຜິດຊອບໂຄງການຂັ້ນສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ.


ໃນໂອກາດນີ້, ໄດ້ຮັບຟັງການລາຍງານປະຫວັດຄວາມເປັນມາໂດຍຫຍໍ້ ກ່ຽວກັບໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ແມ່ນໜຶ່ງໃນມາດຕະຖານການສ້າງຄອບຄົວ ແລະ ບ້ານພັດທະນາຂອງລັດຖະບານ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຕາມທິດ 3 ສ້າງ; ໂດຍປະຕິບັດຕາມບົດບັນທຶກຊ່ວຍຈໍາໂຄງການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ, ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ອົງການທ້ອງຖິ່ນກ່ຽວຂ້ອງ ຊຶ່ງສຸມໃສ່ການປຸກລະດົມຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່ ໂດຍໄດ້ກໍານົດເອົາຈຸດສຸມໂພນສະຫວາດ 516 ເປັນຈຸດທົດລອງສ້າງເປັນຕົວແບບໃນການຮຽນຮູ້ ແລະ ຖອດຖອນບົດຮຽນ, ໃນໄລຍະ 3 ປີ 2018-2020 ໂດຍເລີ່ມພັດທະນາແຕ່ນ້ອຍຫາໃຫ່ຍ.


ການຈັດຕັ້ງປະຕິບັດໂຄງການທົດລອງ “ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງຕິດພັນກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ” ຕະຫຼອດໄລຍະຜ່ານມາໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງພົບປະການຈັດຕັ້ງບ້ານ ແລະ ຜູ້ຊົງຄຸນວຸດທິບັນດາເຜົ່າ ຢູ່ 8 ບ້ານເຂດພັດທະນາໂຄງການທົດລອງ, ໄດ້ເກັບກໍາຂໍ້ມູນ ແລະ ທາບທາມການເວນດິນໃນພຶ້ນທີ່ພັດທະນາໂຄງການ. ໄດ້ຈັດກອງປະຊຸມຄະນະຮັບຜິດຊອບໂຄງການ 3 ຂັ້ນ ເພື່ອສ້າງຄວາມເປັນເອກະພາບແຜນພັດທະນາໂຄງການ, ແຕ່ງຕັ້ງຄະນະວິຊາການລົງສໍາຫຼວດພຶ້ນທີ່, ວິໄຈດິນ, ນໍ້າ ແລະ ອາກາດ ເພື່ອນໍາເຂົ້າສູ່ການພັດທະນາດ້ານການກະສິກໍາ, ພາຍຫຼັງສໍາຫຼວດແລ້ວ ທັງສອງຝ່າຍໄດ້ເຊັນບົດບັນທຶກຊ່ວຍຈໍາ ກ່ຽວກັບການຮ່ວມມືຈັດຕັ້ງປະຕິບັດໂຄງການທົດລອງ ລະຫວ່າງ ສູນກາງແນວລາວສ້າງຊາດ, ກຸ່ມບໍລິສັດ ພົງສະຫວັນ ຈໍາກັດ ແລະ ແນວລາວສ້າງຊາດ ແຂວງໄຊສົມບູນ ຄັ້ງວັນທີ 26 ທັນວາ 2017 ແລະ ໄດ້ວາງສີລາລຶກເປີດໂຄງການຢ່າງເປັນທາງການ ວັນທີ 27 ມີນາ 2018, ໂຄງການໄດ້ປຸກເຮືອນໃຫ້ປະຊາຊົນ ທີ່ທຸກຍາກ ແລະ ອານະຖາ 6 ຫຼັງ ມູນຄ່າ 160 ລ້ານກີບ, ມອບເບ້ຍໄມ້ກິນໝາກໃຫ້ແກ່ເມືອງຮົ່ມ 10.000 ຕົ້ນ ມູນຄ່າ 70 ລ້ານກີບ ແລະ ມອບເງິນສົດໃຫ້ກອງທຶນບ້ານ 150 ລ້ານ, ໄດ້ສໍາເລັດການສ້າງສູນຝຶກອົບຮົມ 1 ຫຼັງ, ເຮືອນພັກຂອງພະນັກງານ 2 ຫຼັງ, ໂຮມສະເຕ 1 ຫຼັງ, ໄດ້ລ້ຽງສັດເຊັນ: ງົວພັນນົມ, ແບ້, ໝູປ່າ, ໄກ່-ເປັດ ແລະ ອື່ນໆ.


ໃນໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ໄດ້ມີຄໍາເຫັນເນັ້ນບາງເນື້ອໃນວ່າ: ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງກຸ່ມບໍລິສັດພົງສະຫວັນ ກໍ່ຄືຄະນະຮັບຜິດຊອບໂຄງການຂັ້ນແຂວງ, ເມືອງທີ່ໄດ້ລິເລີ່ມໃກ້ສິດຕິດແທດກັບປະຊາຊົນລາວບັນດາເຜົ່າໃນເຂດພັດທະນາໂດຍໃຫ້ຄວາມຮ່ວມມືເປັນເອກະພາບຈັດຕັ້ງປະຕິບັດໂຄງການທົດລອງ ຕະຫຼອດໄລຍະເກືອບ 3 ປີຜ່ານມາ ແລະ ທ່ານ ໄດ້ເນັ້ນທິດທາງແຜນການໃນຕໍ່ໄປນີ້ ຄະນະຮັບຜິດຊອບຂັ້ນສູນກາງ ຕ້ອງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ເພື່ອສືບຕໍ່ປະຕິບັດຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ; ປັບປຸງແບບແຜນວິທີເຮັດວຽກປະສານງານ, ປະຊຸມປຶກສາຫາລືແລກປ່ຽນບົດຮຽນຂອງຄະນະຮັບຜິດຊອບແຕ່ລະທ່ານ ພ້ອມກັນນັ້ນ, ຕ້ອງມີການຜັນຂະຫຍາຍເປັນອັນລະອຽດ. ສືບຕໍ່ຮ່ວມມືກັບກົມສົ່ງເສີມເຕັກນິກ ແລະ ການປຸງແຕ່ງ, ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ໃນການຊຸກຍູ້ ການພັດທະນາເສດຖະກິດ-ສັງຄົມໃນຊົນນະບົດ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ-ທຸກຂະແໜງການສືບຕໍ່ປະກອບສ່ວນຮ່ວມໄມ້ຮ່ວມມືນໍາກັນ ເພື່ອເຮັດໃຫ້ໂຄງການດໍາເນີນໄປຢ່າງມີປະສິດທິຜົນ, ຍືນຍົງຕິດພັນກັບການພັດທະນາສີຂຽວ ໃນວາລະສຸດທ້າຍ ຄະນະໄດ້ຢ້ຽມຊົມເຂດພັດທະນະໂດຍສະເພາະແມ່ນຄອກລ້ຽງງົວນົມ, ແບ້, ໝູປ່າ, ໄກ່, ເປັດ ແລະ ເຂດປູກໄມ້ກິນໝາກອື່ນໆ.

info@lfnd.org.la | 021 213754 | (856-21) 453191