ສູນກາງແນວລາວສ້າງຊາດ

Lao Front For National Development

ຊາວໜຸ່ມ ສ້າງຂະບວນການອອກແຮງງານລວມ

ໃນວັນທີ 6 ພະຈິກ 2020 ຜ່ານມານີ້, ທ່ານ ດຣ. ຈັນເພັງ ສຸດທິວົງ ຫົວໜ້າຫ້ອງການ ສນຊ ແລະ ທ່ານ ວັນດີ ຈັນສົມບັດ ເລຂາຄະນະບໍລິຫານງານຊາວໜູ່ມ ສູນກາງແນວລາວສ້າງຊາດ ໄດ້ນໍາພາສະມາຊິກຊາວຫນຸ່ມທົ່ວສໍານັກງານສູນກາງແນວລາວສ້າງຊາດ ສ້າງຂະບວນການອະນາໄມລວມໃນຂອບເຂດສໍານັກງານສູນກາງແນວລາວສ້າງຊາດ ໂດຍສະເພາະແມ່ນການອະນາໄມທໍາຄວາມສະອາດຕະຄອງຮ່ອງລະບາຍ ນ້ໍາເປື້ອນຢູ່ຈຸດຕ່າງໆ ເພື່ອຂ່ໍານັບຮັບຕ້ອນ ວັນສໍາຄັນຕ່າງໆ ຂອງພັກຂອງຊາດໂດຍສະເພາະແມ່ນວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ກໍ່ຄືການກະກຽມ ແລະ ດໍາເນີນກອງປະຊຸມຄະນະປະຈໍາເປີດກວ້າງຂອງສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄຫມທີ 10 ທີ່ຈະມາເຖິງ ໃນມໍ່ໆນີ້.

info@lfnd.org.la | 021 213754 | (856-21) 453191