ສູນກາງແນວລາວສ້າງຊາດ

Lao Front For National Development

ຊຸກຍູ້ການຜະລິດເປັນສິນຄ້າ

ທ່ານ ນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ຄະນະຮັບຜິດຊອບອະນຸກຳມະການໂຄສະນາ-ຂະບວນການ ກະກຽມກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ພ້ອມດ້ວຍຄະນະ ໂດຍການນຳພາ ແລະ ຮ່ວມເດີນທາງຂອງທ່ານ ຄຳຜິວ ວົງສະຫວັນ ອາດີດຮອງເລ ຂາພັກແຂວງ ປະທານແນວລາວສ້າງຊາດ ແຂວງຫົວພັນ ໄດ້ລົງຊຸກຍູ້ການຜະລິດເປັນສິນຄ້າໃນການປູກຕົ້ນໄມ້ໃຫ້ໝາກ ໂດຍສະເພາະໝາກມ່ວງ ຢູ່ບ້ານວຽງໄຊ ເມືອງວຽງໄຊ, ບ້ານກົກໄຊ ເມືອງຊຽງຄໍ້ ແຂວງຫົວພັນ ຊຶ່ງນອນຢູ່ໃນໂຄງການຮ່ວມມືກັບກຸ່ມບໍລິສັດ ພົງສະຫວັນ ຈຳກັດ ໂດຍຕິດພັນກັບຂະ ບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ; ຄະນະດັ່ງກ່າວ, ໄດ້ລົງ ເຄື່ອນໄຫວ ໃນວັນທີ 25-26 ທັນວາ 2020; ເພື່ອເປັນການສ້າງຂະບວນການ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະມາເຖິງ.

 

info@lfnd.org.la | 021 213754 | (856-21) 453191