ສູນກາງແນວລາວສ້າງຊາດ

Lao Front For National Development

ຍົກລະດັບຄວາມຮູ້ດ້ານວິຊາການໃຫ້ກັບພະນັກງານ ສູນກາງແນວລາວສ້າງຊາດ

ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມຝືກອົບຮົມຍົກລະດັບຄວາມຮູ້ດ້ານວິຊາການ ກ່ຽບກັບວຽກງານຫ້ອງການໃຫ້ພະນັກງານ ສສນ, ໃຫ້ກຽດເປັນປະທານກອງປະຊຸມຂອງ ທ່ານ ສຸຣິປັນຍາ ຣາຊສົມບັດ ຫົວໜ້າສູນຝືກອົບຮົມ ສູນກາງແນວລາວສ້າງຊາດ, ມີຄະນະ ສສນ ພ້ອມທັງພະນັກງານວິຊາການຜູ້ສືບທອດທັງໝົດເຂົ້າຮ່ວມ ໃນວັນທີ 15 ກໍລະກົດ 2021 ນີ້, ທີ່ສູນຝືກອົບຮົມ.

ການຝືກອົບຮົມໃນຄັ້ງນີ້, ສຳມະນາກອນໄດ້ຮຽນຮູ້ກ່ຽວກັບ 03 ເອກະສານຄື: ກົດໝາຍວ່າດ້ວຍເອກະສານຂອງກະຊວງພາຍໃນ, ບັນດາເອກະສານທາງການຂອງພັກທີ່ມາຈາກສະຖາບັນການເມືອງການປົກຄອງແຫ່ງຊາດ ແລະ ເອກະສານກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍເອກະສານ ແລະ ເຕັກນິກການຮ່າງເອກະສານທາງການຂອງ ສນຊ ໂດຍມີວີທະຍາກອນ 02 ທ່ານພາຍໃນສູນຝືກອົບຮົມ ສູນກາງແນວລາວສ້າງຊາດເປັນຜູ້ບັນຍາຍເອກະສານ.

ໃນໂອກາດນີ້, ທ່ານ ສຸຣິປັນຍາ ລາຊສົມບັດ ຫົວໜ້າສູນຝຶກອົບຮົມ ສູນກາງແນວລາວສ້າງຊາດ ກໍໄດ້ເນັ້ນໃຫ້ພະນັກງານວິຊາການຜູ້ສຶບທອດເອົາໃຈໃສ່ຮ່ໍາຮຽນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ພ້ອມທັງຍົກໃຫ້ເຫັນຄວາມສຳຄັນຂອງການຮ່າງເອກະສານທາງການ ແລະ ນິຕິກໍາຕ່າງໆໃຫ້ນັກສຳມະນາກອນນຳເອົາບົດຮຽນໃນຄັ້ງນີ້ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເກິດຜົນປະໂຫຍດສູງສຸດເຂົ້າໃຈວຽກງານຂອງຕົນເອງ.

info@lfnd.org.la | 021 213754 | (856-21) 453191