ສູນກາງແນວລາວສ້າງຊາດ

Lao Front For National Development

ຍົກລະດັບທັກສະການສ້າງຄວາມສາມັກຄີ ແລະ ການແກ້ໄຂບັນຫາ

ເພື່ອໃຫ້ພະນັກງານແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າໃຈເລິກເຊິ່ງກ່ຽວກັບການສ້າງຄວາມສາມັກຄີ, ການໃຫ້ກຽດ, ເຄົາລົບເຊິ່ງກັນ ແລະ ກັນ, ເຂົ້າໃຈຕໍ່ການຮຽນຮູ້ບັນຫາ ແລະ ແກ້ໄຂບັນຫາຕ່າງໆ. ໃນວັນທີ 12-16 ຕຸລາ 2020 ນີ້, ກົມສາສະໜາ ສູນກາງແນວລາວສ້າງຊາດ(ສນຊ) ຮ່ວມກັບແນວລາວສ້າງຊາດ ເມືອງເລົ່າງາມ ແຂວງສາລະວັນ ຈັດກອງປະຊຸມຝຶກອົບຮົມວຽກງານ “ທັກສະການສ້າງຄວາມສາມັກຄີ ແລະ ການແກ້ໄຂບັນຫາ” ໃຫ້ແນວລາວສ້າງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງເມືອງດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ສີສະໄໝ ແສງສະຫວ່າງ ຮອງຫົວໜ້າກົມສາສະໜາ ສນຊ, ເປັນກຽດເຂົ້າຮ່ວມມີ ທ່ານ ຄຳພຽນ ຟອງມະລີ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີພະນັກງານວິຊາການແນວລາວສ້າງຊາດເມືອງ, ບັນດາສາສະໜາຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຝຶກອົບຮົມໃນຄັ້ງນີ້, ກໍໄດ້ຮຽນຮູ້ການສ້າງຄວາມສາມັກຄີ, ຮຽນຮູ້ທັກສະ, ການວິເຄາະ ແລະ ວິທີການແກ້ໄຂບັນຫາຂໍ້ຂັດແຍ່ງ, ການຮຽນຮູ້ເພື່ອການປ່ຽນແປງ, ຄວາມເຫັນອົກເຫັນໃຈ, ຄວາມເຄົາລັບນັບຖື ແລະ ຄວາມໄວ້ວາງໃຈເຊິ່ງກັນ ແລະກັນ. ພ້ອມກັນນັ້ນ, ກໍໄດ້ມີການປະກອບຄຳຄິດຄຳເຫັນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນນຳກັນຢ່າງກົງໄປກົງມາ ເຮັດໃຫ້ສຳມະນາກອນ ສາມາດຮັບຮູ້ ແລະ ເຂົ້າໃຈຕໍ່ເນື້ອໃນບົດຮຽນທີ່ໄດ້ຮຽນໃນຄັ້ງນີ້ຢ່າງເລິກເຊິ່ງ.

 

 

info@lfnd.org.la | 021 213754 | (856-21) 453191