ໃນວັນທີ 1 ກັນຍາ 2020 ນີ້, ຢູ່ຫ້ອງປະຊຸມແນວລາວສ້າງຊາດ ແຂວງຫຼວງນ້ຳທາ ໄດ້ຈັດຕັ້ງທາບທາມບຸກຄະລາກອນບັນຈຸເຂົ້າຕຳແໜ່ງຮອງປະທານແນວລາວສ້າງຊາດແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ນ. ລັດສະໝີ ມິ່ງບຸບຜາ ກຳມະການສູນກາງແນວລາວສ້າງຊາດ ປະທານແນວລາວສ້າງຊາດແຂວງ, ມີຮອງປະທານ, ຫົວໜ້າ-ຮອງຫ້ອງການ, ຂະແໜງ, ຕາງໜ້າຄະນະຈັດຕັ້ງແຂວງ ພ້ອມດ້ວຍພະນັກງານພາຍໃນເຂົ້າຮ່ວມທັງໝົດ.

