ສູນກາງແນວລາວສ້າງຊາດ

Lao Front For National Development

ທາບທາມ ບຸກຄະລາກອນ ຄະນະບໍລິຫານງານ ຊາວໝຸ່ມ ສນຊ

ໃນວັນທີ 15 ມິຖຸນາ 2020 ນີ້,  ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມ ທາບທາມ ຄັດເລືອກ ບຸກຄະລາກອນ ເພື່ອເປັນຄະນະບໍລິຫານງານ ຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຂອງສູນກາງແນວລາວສ້າງຊາດ ຊຸດໃໝ່ ໂດຍ ໃຫ້ກຽດເປັນ ປະທານ ຂອງ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າກົມ, ຫ້ອງການ, ສູນຝຶກອົບຮົມ ສນຊ ຕະຫຼອດຮອດສະມາຊິກຊາວໜຸ່ມ ພາຍໃນ ສນຊ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເປັນການທາບທາມບຸກຄະລາກອນ ເພື່ອກະກຽມເຂົ້າດໍາເນີນກອງປະຊຸມໃຫຍ່ຂອງຊາວໜຸ່ມສູນກາງແນວລາວສ້າງຊາດ ຄັ້ງທີ 8 ເຊິ່ງຄາດວ່າຈະໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ 2020 ນີ້. ໃນໂອກາດນີ້, ທ່ານ ຄໍາໃບ ດໍາລັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະບໍລິຫານງານຊາວໜຸ່ມ ສນຊ ຍາດມາໄດ້ໃນໄລຍະຜ່ານມາ ແລະ ສະຫາຍໄດ້ເນັ້ນຕື່ມວ່າ: ການປ່ອນບັດຕ້ອງອີງໃສ່ຜູ້ເກົ່າ ແລະ ຜູ້ໃໝ່ເພື່ອເປັນການເລືອກເຟັ້ນໃຫ້ໄດ້ ເພດ, ເຜົ່າ, ເອົາໃຈໃສ່ໃນແຜນຍຸດທະສາດ, ແຜນພັດທະນາຂອງຊາວໜຸ່ມ ສນຊ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ເພື່ອໃຫ້ອົງການຈັດຕັ້ງຊາວໜຸ່ມມີຄວາມເຂັ້ມແຂງ ພ້ອມດຽວກັນນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມແຕ່ລະສະຫາຍ ຈົ່ງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ, ຍົກລະດັບຄວາມຮູ້ຄວາມສາມາດ ຕໍ່ວຽກງານວິຊາສະເພາະ ເພື່ອນໍາໃຊ້ເຂົ້າໃນວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນສໍາເລັດ; ຈົ່ງມີຄວາມຮັບຜິດຊອບຕໍ່ວຽກງານທີ່ໄດ້ຮັບການມອບໝາຍ, ໃຫ້ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ສືບຕໍ່ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ  4 ບຸກຂອງຊາວໜຸ່ມປະຊາຊົນປະຕິວັດລາວ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ-ພັດທະນາ ແລະ ການສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ; ເພີ່ມທະວີເອົາໃຈໃສ່ລົງກວດກາ ແລະ ຊຸກຍູ້ໃນການສ້າງຂະບວນການ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງຊາວໜຸ່ມສູນກາງແນວລາວສ້າງຊາດ ຄັ້ງທີ 8  ທີ່ຈະມາເຖິງນີ້ໃຫ້ເປັນຂະບວນຟົດຟຶ້ນ.

ພ້ອມກັນນີ້, ໄດ້ຮັບຟັງການຜ່ານເງື່ອນໄຂມາດຖານຂອງຜູ້ສະໝັກທີ່ຈະເຂົ້າເປັນຄະນະບໍລິຫານງານຊາວໜຸ່ມສູນກາງແນວລາວສ້າງຊາດ ສະໄໝທີ 8 ນອກຈາກນີ້, ໄດ້ແຈກຢາຍໃບທາບທາມ ໃຫ້ແຕ່ລະສະຫາຍສະມາຊິກຊາວໜຸ່ມປ່ອນບັດຄັດເລືອກເປັນຮອບສຸດທ້າຍ. ມື້ດຽວກັນນີ້, ຄະນະຊາວໜຸ່ມສູນກາງແນວລາວສ້າງຊາດ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມຢູ່ສໍານັກງານແນວລາວສ້າງຊາດຕື່ມອິກ.

info@lfnd.org.la | 021 213754 | (856-21) 453191