ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານປະທານສູນກາງແນວລາວສ້າງຊາດ ລົງຢ້ຽມຢາມໂຄງການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ຢູ່ເມືອງລ້ອງຊານ

ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມໂຄງການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ຢູ່ເຂດຈຸດສຸມ 516 ກຸ້ມບ້ານໂພນສະຫວາດ ເມືອງລ້ອງຊານ ແຂວງໄຊສົມບູນ; ໂຄງການດັ່ງກ່າວເປັນໂຄງການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ກັບກຸ່ມບໍລິສັດພົງສະຫວັນ ຈຳກັດ ເຊິ່ງເປັນໂຄງການຊຸກຍູ້, ສົ່ງເສີມການພັດທະນາກະສິກຳຄົບວົງຈອນ ແລະ ພັດທະນາການທ່ອງທ່ຽວປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດ ໂດຍໄດ້ເລີ່ມລົງມືຈັດຕັ້ງ ປະຕິບັດມາແຕ່ຕົ້ນປີ 2018;

ທ່ານ ສີວິໄລ ພົມມະຈັກ ຜູ້ອຳນວຍການໃຫຍ່ກຸ່ມບໍລິສັດພົງສະຫວັນຈຳກັດ ກ່າວວ່າ: ມາຮອດປັດຈຸບັນເຫັນ ວ່າໂຄງການໄດ້ມີຜົນສຳເລັດຫຼາຍດ້ານເຊັນ: ດ້ານພື້ນຖານໂຄງລ່າງ ແມ່ນສຳເລັດການສ້າງສູນຝຶກອົບຮົມ 1 ຫຼັງ ສາມາດ ຮັບຮອງໄດ້ 300-400 ຄົນ, ເຮືອນພັກພະນັກງານ 2 ຫຼັງ 8 ຫ້ອງ, ເຮືອນພັກໂຮມສະເຕ 2 ຫຼັງ; ກິດຈະກຳປູກຝັງ ມີ: ປູກເຫັດ, ປູກເຂົ້າທົດລອງໃນໂອ່ງ, ປູກໝາກມັງກອນ, ສ້າງເຮືອນຮົ່ມປູກໝາກເມລອນ 5 ຫຼັງ, ເຮືອນຮົມໝາກເລັນເຊີ້ ລີ 2 ຫຼັງ, ການປູກຕົ້ນໄມ້ໃຫ້ໝາກ 18,2 ເຮັກຕາ; ການລ້ຽງສັດ ມີ: ງົວນົມ, ແບ້, ໝູປ່າ ແລະ ສັດປີກ; ພ້ອມນີ້, ໄດ້ ຈັດຝຶກອົມຮົມການປູກຝັງ-ລ້ຽງສັດ ໃຫ້ປະຊາຊົນ ໄດ້ຈຳນວນ 6 ຄັ້ງ; ພິເສດໂຄງການຍັງໄດ້ໃຫ້ການຊ່ວຍເຫຼືອສັງຄົມ ໂດຍສະເພາະຜູ້ທີ່ດອຍໂອກາດ ເປັນຕົ້ນແມ່ນໄດ້ປຸກເຮືອນໃຫ້ຄອບຄົວອານາຖາ ຈຳນວນ 6 ຫຼັງ, ປະກອບເຄື່ອງໃຊ້ທີ່ ຈຳເປັນຈຳນວນໜຶ່ງ, ມອບສັດລ້ຽງ ໃຫ້ຄອບຄົວທີ່ທຸກຍາກຢູ່ເຂດປະຕິບັດໂຄງການ, ຈັດຕັ້ງກຸ່ມຜະລິດ ໄດ້ 3 ກຸ່ມ, ສ້າງຕັ້ງໜ່ວຍບໍລິການທະນາຄານເພື່ອປ່ອຍເງິນກູ້ໃຫ້ກຸ່ມການຜະລິດແລະຈັດສົ່ງປະຊາຊົນຈຳນວນໜຶ່ງໄປຖອດຖອນບົດ ຮຽນດ້ານກະສິກຳ ຢູ່ປະເທດເພື່ອນບ້ານ. ນອກຈາກນີ້, ສຳລັບທິດທາງແຜນການໃນຕໍ່ໜ້າ ແມ່ນສືບຕໍ່ສ້າງພື້ນຖານໂຄງ ລ່າງ ສິ່ງອຳນວຍຄວາມສະດວກ ໃຫ້ສຳເລັດຕາມລະດັບຄາດໝາຍ, ຈັດຝຶກອົບຮົບໃຫ້ຄອບຄົວປະຊາຊົນໄດ້ຮຽນຮູ້ເຕັກ ນິກວິທີການປູກຝັງ-ລ້ຽງສັດ ຫັນເປັນສິນຄ້າຕິດພັນກັບຕະຫຼາດ, ກະກຽມລະບົບນ້ຳໃຫ້ພຽງພໍ, ຂະຫຍາຍການປູກຝັງ-ລ້ຽງສັດ ເພື່ອສະໜອງແນວພັນໃຫ້ປະຊາຊົນ ແລະ ສືບຕໍ່ລົງຕິດຕາມກ່ຽວກັບການລ້ຽງ, ການໃຫ້ອາຫານສັດ ຂອງປະຊາຊົນທີ່ໂຄງການໄດ້ມອບໃຫ້ໄປລ້ຽງໃນ 8 ບ້ານເຂດພັດທະນາ ແລະ ບ້ານອ້ອມຂ້າງເທດສະບານເມືອງລ້ອງຊານ.

ການລົງຢ້ຽມຢາມໂຄງການ ຂອງທ່ານປະທານສູນກາງແນວລາວສ້າງຊາດ ຄັ້ງນີ້, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ເລັງຊົງ ຕົງສີ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດ ແຂວງໄຊສົມບູນ, ມີຄະນະນຳຂອງກຸ່ມບໍລິສັດ ພົງສະຫວັນຈຳກັດ, ປະທານແນວລາວສ້າງຊາດເມືອງ ແລະ ອົງການປົກຄອງ 8 ບ້ານເຂົ້າຮ່ວມ ທີ່ສູນຝຶກອົບຮົມ ຂອງໂຄງການ ຢູ່ເມືອງລ້ອງຊານ ໃນວັນທີ 22 ກໍລະກົດ 2021.

info@lfnd.org.la | 021 213754 | (856-21) 453191