ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານຮອງປະທານ ສນຊ ຊຸກຍູ້ວຽກງານແນວລາວສ້າງຊາດ ຢູ່ 3 ແຂວງພາກເໜືອ

ໃນອາທິດຜ່ານມາ ທ່ານ ຄຳຫຼ້າ ລິ້ງນະສອນ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ເຮັດວຽກງານແນວລາວສ້າງຊາດ ຢູ່ແຂວງອຸດົມໄຊ, ຫຼວງນ້ຳທາ ແລະ ແຂວງຜົ້ງສາລີ;
ຢູ່ແຂວງອຸດົມໄຊ ໄດ້ເຂົ້າຢ້ຽມຂ່ຳນັບ ແລະ ພົບປະ ທ່ານ ຄຳພັນ ເຜີຍຍະວົງ ກຳມະການສູນກາງພັກ ເລຂາພັກ ແຂວງ-ເຈົ້າແຂວງອຸດົມໄຊ ພ້ອມທັງໄດ້ລາຍງານຈຸດປະສົງຂອງການເຄື່ອນໄຫວຄັ້ງນີ້ໃຫ້ທ່ານເຈົ້າແຂວງຮັບຊາບ; ຈາກນັ້ນ, ໄດ້ເຂົ້າເຮັດວຽກກັບແນວລາວສ້າງຊາດແຂວງ, ທ່ານ ວັນນາ ແກ້ວສັນຕິ ກຳມະການພັກແຂວງ ຮັກສາການປະທານ ແນວລາວສ້າງຊາດແຂວງ ໄດ້ຮັບຟັງການລາຍງານການກະ ກຽມ ແລະ ດຳເນີນກອງປະຊຸມໃຫຍ່ແນວລາວສ້າງຊາດ 3 ຂັ້ນ, ໃນນີ້ຂັ້ນ ເມືອງໄດ້ເປີດກອງປະຊຸມໃຫຍ່ຂັ້ນຂອງຕົນສຳເລັດ 4 ເມືອງ ຄື: ເມືອງໄຊ, ເມືອງຫຼາ, ເມືອງງາ ແລະ ເມືອງແບງ; ປະທານແນວລາວສ້າງຊາດເມືອງ ມີຕຳແໜ່ງຄະນະປະຈຳພັກເມືອງ 4 ເມືອງ ແລະ ຍັງ 3 ເມືອງ ບໍ່ທັນສຳເລັດ; ໂອກາດນີ້, ທ່ານຮອງປະທານ ສນຊ ໄດ້ເຮັດວຽກກັບແນວລາວສ້າງຊາດ. ຈາກນັ້ນ, ໄດ້ເຄື່ອນໄຫວເຮັດວຽກຢູ່ ແຂວງຫຼວງນ້ຳທາ, ທ່ານ ນາງ ລັດສະໝີ ມິ່ງບຸບຜາ ກຳມະການພັກແຂວງ ປະທານແນວລາວສ້າງຊາດ ແຂວງ ໄດ້ລາຍງານສະພາບການໂດຍຫຍໍ້ການເຄື່ອນໄຫວຂອງແນວລາວສ້າງຊາດ ໄລຍະ 1 ປີຜ່ານມາ; ໃນນັ້ນ, ທ່ານໄດ້ຍົກໃຫ້ເຫັນແຜນການບັນດາກິດຈະກຳ ເພື່ອຂ່ຳນັບຮັບຕ້ອນການສະເຫຼີມສະຫຼອງ ວັນສ້າງຕັ້ງແນວ ລາວສ້າງຊາດ ຄົບຮອບ 70 ປີ ເຊິ່ງໃນແຜນຈະໄດ້ຈັດກິດຈຳກຳສຳມະນາວິທະຍາສາດຢູ່ຂັ້ນແຂວງ 1 ຈຸດ, ກິດຈະກຳຍ່າງ ຕາມຮ່ອຍແນວລາວອິດສະຫຼະ, ຍ່າງຕາມຮ່ອຍກອງພັນທີ່ 2 ຜ່າວົງປິດລ້ອມຂອງສັດຕູ, ກິດຈະກຳຖາມ-ຕອບ ຄວາມຮູ້ ກ່ຽວກັບແນວລາວສ້າງຊາດ, ກິລາ, ວັນນະຄະດີຊົນເຜົ່າ ແລະ ກິດຈະກຳອື່ນໆ; ພ້ອມກັນນີ້ ທ່ານ ຮອງປະທານ ສນຊ ໄດ້ເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ ໄດ້ເຂົ້າເຮັດວຽກກັບແນວລາວສ້າງຊາດແຂວງ ໂດຍມີບັນດາທ່ານຜູ້ຕາງໜ້າບັນດາພະ ແນກການພາຍໃນແຂວງເຂົ້າຮ່ວມ; ທ່ານ ທອງສະຫວັນ ທຳມະວົງ ກຳມະການຄະນະປະຈຳພັກແຂວງ ປະທານ ແນວລາວສ້າງຊາດແຂວງຜົ້ງສາລີ ໄດ້ລາຍງານສະພາບລວມຂອງແຂວງ ແຂວງຜົ້ງສາລີເປັນແຂວງ ທີ່ຕັ້ງຢູ່ເໜືອສຸດຂອງປະເທດລາວ, ເນື້ອທີ່ພາຍໃນແຂວງ 99% ເປັນເຂດພູດອຍ, ປະກອບດ້ວຍ 17 ຊົນເຜົ່າ ທີ່ດຳລົງ ຊີວິດຢູ່ຮ່ວມກັນດ້ວຍຄວາມສາມັກຄີປອງດອງ; ການພັດທະນາເສດຖະກິດ-ສັງຄົມ ຂະຫຍາຍຕົວໃນລະດັບ 6,69%, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ 960 ໂດລາສະຫະລັດຕໍ່ຄົນຕໍ່ປີ; ທ່ານໄດ້ລາຍງານການເຄື່ອນໄຫວວຽກງານແນວ ລາວສ້າງຊາດ ໄລຍະ 1 ປີຜ່ານມາ (2019) ແລະ ແຜນການຕໍ່ໜ້າກ່ຽວກັບຂະບວນການຕ່າງໆ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ.
ການລົງເຄື່ອນໄຫວຂອງທ່ານຮອງປະທານ ສນຊ ພ້ອມດ້ວຍຄະນະ ເປັນການເກັບກຳສະພາບການລວມໃນຂົງ ເຂດວຽກງານແນວລາວສ້າງຊາດ, ເພື່ອຮັບຮູ້ໄດ້ຂໍ້ສະດວກ, ຂໍຫຍຸ້ງຍາກ ໃນການກະກຽມ ແລະ ດຳເນີນກອງປະຊຸມ ຢູ່ ຂັ້ນທ້ອງຖິ່ນຮາກຖານ, ການປັບປຸງກົງຈັກການຈັດຕັ້ງ, ການປະກອບບຸກຄະລາກອນເຂົ້າໃນວຽກງານແນວລາວສ້າງຊາດ ໃຫ້ມີຄວາມເໝາະສົມກັບສະພາບຂອງທ້ອງຖິ່ນ; ພ້ອມດຽວກັນນີ້, ຕ້ອງໃຫ້ຕິດພັນກັບວຽກງານຍ້ອງຍໍເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020);
ໂອກາດລົງເຄື່ອນໄຫວ ຢູ່ 3 ແຂວງພາກເໜືອ, ທ່ານຮອງປະທານ ສນຊ ໄດ້ນຳເອົາຄອມພີວເຕີຕັ້ງໂຕະ ຈຳນວນ 11 ຊຸດ, ຄອມພິວເຕີໂນດບຸກຈຳນວນ 9 ໜ່ວຍ ແລະປິ້ນເຕີ 3 ຊຸດ ມອບໃຫ້ແນວລາວສ້າງຊາດແຂວງ 3 ແຂວງດັ່ງກ່າວ ເພື່ອນຳໄປແຈກຢາຍໃຫ້ແນວລາວສ້າງຊາດບັນດາເມືອງພາຍໃນແຂວງຂອງຕົນ ແລະ ໄດ້ນຳໃຊ້ເຂົ້າໃນວຽກງານແນວລາວ ສ້າງຊາດ ໃຫ້ໄດ້ຮັບຜົນດີ.

info@lfnd.org.la | 021 213754 | (856-21) 453191