ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ທອງລຸນ ສີສຸລິດ ໂອ້ລົມຕໍ່ ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ຄັ້ງທີ XI

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XI ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ ໃນວັນທີ 26 ພະຈິກນີ້ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາທ່ານການນຳພັກ-ລັດຂັ້ນສູງ, ອະດີດການນຳຂັ້ນສູງ ພ້ອມດ້ວຍຜູ້ແທນ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ 500 ກ່ວາທ່ານ.

ໃນໂອກາດອັນສະຫງ່າລາສີນີ້, ທ່ານ ທອງລຸນ ສີສຸລິດ ໄດ້ໃຫ້ກຽດໂອ້ລົມເພື່ອເປັນເຂັ້ມທິດເຍື່ອງທາງແກ່ຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ XI ຊຶ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍຕໍ່ການກະກຽມກອງປະຊຸມໃຫຍ່ ແລະ ຊົມເຊີຍຜົນງານການປະກອບສ່ວນຂອງແນວລາວສ້າງຊາດທຸກຂັ້ນຕະຫລອດໄລຍະສະໄໝທີ X ຜ່ານມາ​ ແລະຜົນສໍາເລັດຂອງກອງປະຊຸມຄັ້ງນີ້, ພ້ອມກັນນີ້ທ່ານໄດ້ເໜັ້ນ 6 ເນື້ອໃນສໍາຄັນດັ່ງນີ້:

ໜຶ່ງ: ສືບຕໍ່ຕັ້ງໜ້າເສີມຂະຫຍາຍບົດບາດຂອງແນວລາວສ້າງຊາດ ໃນການເຕົ້າໂຮມຄວາມເປັນປຶກແຜ່ນຂອງຊາດ, ເຊີດຊູສະຕິເປັນເຈົ້າ ແລະ ຄວາມຮັບຜິດຊອບ ຂອງຄົນລາວ ຕໍ່ຊາຕາກໍາ ຂອງປະເທດຊາດ. ກ່ອນອື່ນໝົດ ຕ້ອງສ້າງຄວາມຮັບຮູ້ເຂົ້າໃຈຕໍ່ວຽກງານແນວໂຮມ ແລະ ວຽກງານ ມະຫາຊົນຂອງພັກ ໃນໄລຍະໃໝ່ ໃຫ້ເລິກເຊິ່ງ ແລະ ກໍາໃຫ້ໄດ້ທັດສະນະພື້ນຖານ ທີ່ວ່າ: ” ພາລະກິດປະຕິວັດ ຍາມໃດກໍ່ແມ່ນພາລະກິດຂອງມະຫາຊົນ,​ ຕ້ອງຖືມະຫາຊົນເປັນກົກ ແລະ ເປັນຈຸດເລີ່ມ, ວຽກງານມະຫາຊົນຂອງພັກ ແມ່ນວຽກງານສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ແມ່ນການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ”. ສະນັ້ນ ແນວລາວສ້າງຊາດແຕ່ລະຂັ້ນ ຕ້ອງກໍາໃຫ້ໄດ້ແນວຄິດຈິດຕະສາດ, ວັດທະນະທໍາຮີດຄອງປະເພນີ ຂອງປະຊາຊົນລາວບັນດາເຜົ່າ, ຄວາມຕ້ອງການອັນແທ້ຈິງຂອງປະຊາຊົນ, ແຕ່ລະກຸ່ມຄົນ, ແຕ່ລະສາຂາອາຊີບ ຂອງທຸກຊັ້ນຄົນໃນທົ່ວສັງຄົມ ເພື່ອເຕົ້າໂຮມຄວາມສາມັກຄີ ແລະ ສ້າງເປັນກໍາລັງແຮງສັງລວມ ແນໃສ່ປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ, ລັດຖະທໍາມະນູນ, ກົດໝາຍຂອງລັດ ແລະ ຮູ້ນໍາເອົາແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ໄປຈັດຕັ້ງຜັນຂະຫຍາຍ,​ ສຶກສາອົບຮົມ ໃຫ້ແທດເໝາະກັບຈຸດພິເສດ ຂອງແຕ່ລະຄົນ, ແຕ່ລະກຸ່ມຄົນ ແລະ ແຕ່ລະທ້ອງຖິ່ນ. ການສ້າງຄວາມສາມັກຄີປອງດອງ ແມ່ນໝາກຫົວໃຈສໍາຄັນ ເພື່ອຕ້ານ ແລະ ສະກັດກັ້ນ ຄວາມແຕກແຍກໃນສັງຄົມ ເພາະວ່າຄວາມແຕກແຍກໃນສັງຄົມ ມັນເປັນໄພອັນຕະລາຍ ຕໍ່ສະຖຽນລະພາບຂອງປະເທດຊາດ, ຕໍ່ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ. ດັ່ງນັ້ນ, ການສຶກສາອົບຮົມ ໃຫ້ປະຊາຊົນລາວທຸກຊົນເຜົ່າ ມີຄວາມສະໝານສາມັກຄີທີ່ແໜ້ນແກ່ນ ເພື່ອສ້າງສະຕິຊາດ ທີ່ເປັນເອກະພາບ, ມີຄວາມຖະໜອມຫອມຮັກ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ຈາກຂະບວນການສ້າງບ້ານ ແລະ ຄອບຄົວສາມັກຄີປອງດອງ, ຂະບວນການພັດທະນາຊົນນະບົດໃໝ່ ຕິດພັນກັບການລຶບລ້າງຄວາມທຸກຍາກຂອງຄອບຄົວ, ຂອງບ້ານ, ຂອງເມືອງ, ຈຶ່ງຈະກາຍເປັນ ຊຸມຊົນ ທີ່ກ້າວໜ້າ, ພັດທະນາໄດ້, ເຮັດວຽກນີ້ໄດ້ດີເທົ່າໃດ ປະຊາຊົນເຮົາ ຈຶ່ງສາມາດປະລະໄດ້ ຄວາມເຊື່ອຖືງົມງວາຍ, ຮີດຄອງປະເພນີຫຼ້າຫຼັງ ທີ່ປັນການກົດໜ່ວງການພັດທະນາຊີວິດຄວາມເປັນຢູ່ທີ່ດີກວ່າ, ກ້າວໜາ້ກວ່າຂອງປະຊາຊົນບັນດາເຜົ່າຂອງພວກເຮົາ.

ສອງ: ສືບຕໍ່ຍົກລະດັບຄວາມສາມາດ ຂອງຄະນະກໍາມະການແນວລາວສ້າງຊາດ ຕໍ່ວຽກງານແນວໂຮມ ເປັນຕົ້ນໃນການນຳພາສຶກສາອົບຮົມ ແລະ ຍົກລະດັບຄວາມຕື່ນຕົວທາງການເມືອງ, ການເຂົ້າຮ່ວມການຄຸ້ມຄອງ, ການປະຕິບັດກົນໄກທາງການເມືອງ-ສັງຄົມ ຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ, ຮັບປະກັນສິດເປັນເຈົ້າ ຂອງປະຊາຊົນ, ຄວາມເປັນປະຊາທິປະໄຕ ແລະ ຍຸດຕິທຳໃນສັງຄົມ ບົນພື້ນຖານທຸກໆແນວທາງນະໂນບາຍພັກ ລະບຽບກົດໝາຍຂອງລັດ ຕ້ອງໃຫ້ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຂົ້າຮ່ວມປະຕິບັດ, ປະຊາຊົນກວດກາ ແລະ ປະຊາຊົນໄດ້ຮັບຜົນປະໂຫຍດ ເຮັດໄດ້ແນວນີ້, ຈຶ່ງເຮັດໃຫ້ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ເກີດໝາກຜົນ ແລະ ເປັນຮູບປະທາໍຕົວຈິງ; ຕ້ານໄດ້ບັນດາປັດໄຈໜໍ່ແໜງ, ສວຍໃຊ້ສາສະໜາ, ບັນຫາສິດທິມະນຸດ, ບັນຫາປະຊາທິປະໄຕແບບຈອມປອມເຂົ້າມ້າງຄວາມສາມັກຄີປອງດອງຂອງປະຊາຊົນ ເພື່ອຫັນເອົາແນວຄິດ ຂອງຄົນລາວເຜົ່າຕ່າງໆ ໄປສູ່ຄວາມແຕກແຍກ, ແບ່ງຊັ້ນວັນນະ, ແບ່ງເຜົ່າ ແລະອື່ນໆ.

ສາມ: ຕ້ອງຍົກສູງບົດບາດຕິດຕາມ, ກວດກາ ຂອງແນວລາວສ້າງຊາດໃຫ້ແຂງແຮງ ໂດຍຜ່ານຄໍາເຫັນ-ຄໍາສະເໜີ ຂອງປະຊາຊົນບັນດາເຜົ່າຕໍ່ການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍຂອງພັກໃນແຕ່ລະໄລຍະ, ທັງຕິດຕາມ, ກວດກາ ການເຄື່ອນໄຫວຂອງອົງການອໍານາດລັດ ຂອງສູນກາງ ແລະ ທ້ອງຖິ່ນ, ເບິ່ງແຍງດູແລ ແລະ ຕິດຕາມກວດກາການປະຕິບັດໜ້າທີ່ຂອງຜູ້ທີ່ປະຊາຊົນເລືອກມາໃຫ້ເປັນຜູ້ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນນັ້ນວ່າ ເປັນຜູ້ບໍລິສຸດຜຸດຜ່ອງຫຼືບໍ່, ເປັນຜູ້ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດ ແລະມີນໍ້າໃຈຮັບໃຊ້ປະຊາຊົນຫຼືບໍ່, ຖ້າເຫັນຜູ້ທີ່ດີ, ຜູ້ທີ່ເດັ່ນ ກໍ່ຕ້ອງສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອ ແລະ ຖືໄດ້ວ່າເປັນຜູ້ທີ່ປະຊາຊົນໃຫ້ຄວາມເຊື່ອໝັ້ນ, ເຄົາລົບນັບຖື. ແຕ່ຖ້າເຫັນຜູ້ທີ່ອ່ອນ ກໍ່ຕອ້ງກໍ່ສ້າງຊ່ວຍເຫຼືອ ຕໍານິຕິຊົມໄດ້, ແຕ່ຖ້າເຫັນຜູ້ກະທໍາຜິດ ກໍ່ສາມາດສະເໜີໃຫ້ຜູ້ມີໜ້າທີ່, ມີສິດອໍານາດແກ້ໄຂຢ່າງທັນການ, ບໍ່ປະປ່ອຍໃຫ້ເປັນຊ່ອງວ່າງໃຫ້ແກ່ຄົນບໍ່ດີ ເອົາເປັນຂໍ້ອ້າງ ເພື່ອສາ້ງຄວາມແຕກແຍກໃນສັງຄົມເຮົາ… ພ້ອມດຽວກັນນີ້, ອົງການແນວລາວສ້າງຊາດ ຕ້ອງລົງຕິດຕາມເກັບກໍາຫາງສຽງ, ຄວາມມຸ່ງມາດປາຖະໜາ ທັງສັງລວມເອົາຄໍາຄິດຄໍາເຫັນ, ຄໍາສະເໜີຂອງປະຊາຊົນບັນດາເຜົ່າ, ຕົວແທນຊັ້ນຄົນ, ສາສະໜາ, ນັກທຸລະກິດ ແລະຜູ້ປະກອບການເພື່ອສ່ອງແສງ ໃຫ້ອົງການຈັດຕງັ້ພັກ, ລັດ ແລະຂະແໜງການ ທີ່ກ່ຽວຂ້ອງ ຄົ້ນຄ້ວາແກ້ໄຂ ສິ່ງທີ່ປະກົດເຫັນວ່າ ຈະສ້າງຄວາມເສຍຫາຍນັ້ນ ໃຫ້ທັນການ ແລະຖືກກາລະເທສະ. ນອກຈາກນັ້ນ, ແນວລາວສ້າງຊາດ ຍັງຕ້ອງປະຕິບັດ ບົດບາດເຂົ້າຮ່ວມໄກ່ເກ່ຍ, ແກ້ໄຂຂໍ້ຂັດແຍ່ງ, ປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ຕາມພາລະບົດບາດຂອງຕົນ.

ສີ່: ອົງການແນວໂຮມແຕ່ລະຂັ້ນ ສືບຕໍ່ປັບປຸງແບບແຜນ ແລະ ກົນໄກ ການເຄື່ອນໄຫວເຮັດວຽກຂອງຕົນ ໃຫ້ຄ່ອງຕົວ ແລະ ສາມາດຮັບປະກັນປະສິດທິຜົນ ຂອງການປະຕິບັດໜ້າທີ່ການເມືອງ ເປັນຕົ້ນ: ກົນໄກການເຄື່ອນໄຫວເຮັດວຽກ ລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ ກັບ ແນວລາວສ້າງຊາດ ຂັ້ນທ້ອງຖິ່ນ-ຮາກຖານ; ກົນໄກການເຄື່ອນໄຫວເຮັດວຽກ ລະຫວ່າງ ແນວລາວສ້າງຊາດ ກັບ ບັນດາອົງການພາຄີ ອົງການແນວໂຮມແຕ່ລະຂັ້ນ ສືບຕໍ່ປັບປຸງແບບແຜນ ແລະ ກົນໄກ ການເຄື່ອນໄຫວເຮັດວຽກຂອງຕົນ ໃຫ້ຄ່ອງຕົວ ແລະ ສາມາດຮັບປະກັນປະສິດທິຜົນ ຂອງການປະຕິບັດໜ້າທີ່ການເມືອງ ເປັນຕົ້ນ: ກົນໄກການເຄື່ອນໄຫວເຮັດວຽກ ລະຫວ່າງ ແນວລາວສ້າງຊາດ ກັບ ບັນດາອົງການພາຄີ, ລັດຖະບານ ແລະ ອົງການເສນາທິການສູນກາງພັກ (ສະຖາບັນເສດຖະກິດ-ສັງຄົມແຫ່ງຊາດ). ເຮັດວຽກໃຫ້ສອດຄ່ອງກັນ, ທັງສ້າງກົນໄກປະສານງານ ເຊິ່ງກັນ ແລະ ກັນ, ຫາລືຖອດຖອນບົດຮຽນ ແລະ ອາດຈະຕັ້ງຫົວຂໍ້ສໍາມະນາແລກປ່ຽນຄໍາເຫັນກັນເປັນແຕ່ລະກໍລະນີ, ຖ້າເຮັດໄດ້ແນວນີ້, ຈະຊ່ວຍໃຫ້ການນໍາພາຂອງພັກ, ການບໍລິຫານລັດ ຂັ້ນຕ່າງໆ ມີຄວາມສະໜັບສະໜູນຊ່ວຍເຫຼືອ ແລະ ຢືນຢູ່ຄຽງຂ້າງພັກ, ລັດເຮົາ ແລະ ປະຊາຊົນ ຢ່າງເປັນປຶກແຜ່ນ.

ຫ້າ: ຄະນະກໍາມະການສູນກາງແນວລາວສ້າງຊາດຊຸດໃໝ່ ທີ່ໄດ້ຮັບຮອງເອົານີ້ ເພີ່ມທະວີ ຄວາມສາມັກຄີພາຍໃນ ແລະເຮັດວຽກຮ່ວມມືສາກົນ ແລະເປີດກວ້າງສາຍພົວພັນການທູດປະຊາຊົນ ຕາມແນວທາງການຕ່າງປະເທດ ຂອງພັກ-ລັດເຮົາ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບອົງການແນວໂຮມ ແລະ ອົງການຈັດຕັ້ງປະຊາຊົນ ຂອງປະເທດເພື່ອນມິດ ທີ່ມີມູນເຊື້ອ, ປະເທດເພື່ອນບ້ານໃກ້ຄຽງ, ປະເທດເພື່ອນມິດອື່ນໆ, ອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງການສະໜັບສະໜູນຊ່ວຍເຫຼືອ ປະກອບສ່ວນເຂົ້າໃນໂຄງການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດເຮົາ. ສໍາລັບແນວລາວສ້າງຊາດຂັ້ນທ້ອງຖິ່ນ ຕ້ອງໄດ້ເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີກັບປະຊາຊົນປະເທດເພື່ອນບ້ານ ທີ່ມີຊາຍແດນຕິດກັບປະເທດເຮົາ ແນ່ໃສ່ຂົນຂວາຍປະຊາຊົນ ປະຕິບັດແນວທາງ, ນະໂຍບາຍ ໃນການປົກປັກຮັກສາຊາຍແດນ, ເຂດນໍ້າ ແດນດິນ ຂອງຕົນ, ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ທີ່ຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ. ແນວລາວສ້າງຊາດ ສຸມໃສ່ການຄົ້ນຄວ້າ ແລະ ແລກປ່ຽນບົດຮຽນອັນດີຂອງວຽກງານແນວໂຮມ ຈາກປະເທດອ້າຍນ້ອງ ເພື່ອສືບຕໍ່ປັບປຸງດ້ານການຈັດຕັ້ງ, ເນື້ອໃນ ແລະ ຮູບການເຄື່ອນໄຫວຕົວຈິງ ຂອງແນວລາວສ້າງຊາດ ໃຫ້ສອດຄ່ອງກັບສະພາບຈຸດພິເສດ ຂອງວຽກງານນີ້ ໃນເງື່ອນໄຂໃໝ່ ບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະຮອບດ້ານ ເພື່ອຮັບປະກັນປະສິດທິຜົນ ໃນການເຄື່ອນໄຫວໃຫ້ສູງຂຶ້ນເລື້ອຍໆ. ບັນຫາສໍາຄັນໜຶ່ງອີກອັນໜຶ່ງ ຂອງການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃນໄລຍະນີ້ ແລະ ຕໍ່ໄປ ແມ່ນສືບຕໍ່ປັບປຸງຮູບການເຄື່ອນໄຫວການທູດພາກປະຊາຊົນ ໃຫ້ເຂົ້າສູ່ລວງເລິກ ເປັນຕົ້ນແມ່ນ ການນໍາເອົາມູນເຊື້ອທີ່ເປັນເອກະລັກ ຂອງຊາດ, ຜະລິດຕະພັນ, ວັດທະນະທໍາ, ອາຫານການກິນ ແລະ ສິນຄ້າອື່ນໆ ທີ່ເປັນເອກະລັກ ແລະຜະລິດຈາກປະຊາຊົນຂອງຊາດເຮົາ… ໄປສູ່ສາກົນ ໃຫ້ກວ້າງຂວາງ ແລະມີຊີວິດຊີວາ ເພື່ອດຶງດູດການລົງທຶນ, ການຢ້ຽມຢາມ, ທ່ອງທ່ຽວ ມາສູ່ປະເທດຊາດ ໃຫ້ຫຼາຍຂຶ້ນ.

ຫົກ: ສືບຕໍ່ສ້າງເງື່ອນໄຂ ແລະ ຊຸກຍູ້ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ພີ່ນ້ອງເຊື້ອສາຍລາວ ທີ່ຢູ່ຕ່າງປະເທດ ທີ່ຍັງຮັກເຊື້ອແພງຊາດ ໄດ້ອວ່າຍໜ້າມາຫາປະເທດຊາດ ທີ່ເປັນບ້ານເກີດເມືອງນອນຂອງຕົນ ເພື່ອຮ່ວມກັນສ້າງສາພັດທະນາປະເທດ ເທົ່າທີ່ມີເງື່ອນໄຂ ແລະຄວາມສາມາດຂອງຕົນ ເພື່ອຮ່ວມກັບປະຊາຊົນພາຍໃນປະເທດ ສ້າງສາພັດທະນາຊາດບ້ານເມືອງ ໃຫ້ຈະເລີນຮຸ່ງເຮືອງ ສືບຕໍ່ໄປ.

 

info@lfnd.org.la | 021 213754 | (856-21) 453191