ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ນ. ຄໍາຈັນ ພົມແສງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງແນວລາວສ້າງຊາດ

ບັນດາທ່ານແຂກທີ່ມີກຽດ, ສື່ມວນຊົນຈາກພາກທຸກພາກສ່ວນທີ່ນັບຖື ແລະ ຮັກແພງຂ້າພະ ເຈົ້າ ຕາງໜ້າໃຫ້ຄະນະປະຈໍາສູນກາງແນວລາວສ້າງຊາດ ມີຄວາມຍິນດີແຈ້ງມາຍັງ ບັນດາທ່ານເພື່ອຊາບວ່າ: ກ່ຽວກັບການກະກຽມດໍາເນີນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງແນວລາວສ້າງຊາດ. ໂດຍປະຕິບັດຕາມແຜນການ ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງແນວລາວສ້າງຊາດ ສະບັບ ເລກທີ 007/ຄປຈ, ລົງວັນທີ 16/03/2021 ແລະ ອີງຕາມແຈ້ງການ ຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 10/ຫສພ, ລົງວັນທີ 19/04/2021 ວ່າດ້ວຍ ການເຫັນດີເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງແນວລາວສ້າງຊາດ. ກອງປະ ຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ຄັ້ງທີ  XI ມີຄວາມສໍາຄັນຫຼາຍ ຊຶ່ງພວກເຮົາຈະໄດ້ພ້ອມກັນຄົ້ນ ຄວ້າຮັບຮອງເອົາເນື້ອໃນສໍາຄັນຄື:

  1. ຈະໄດ້ຕີລາຄາຄືນຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ເພື່ອເຫັນໄດ້ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ໃນໄລຍະ 5 ປີຜ່ານມາ, ກໍານົດທິດທາງວຽກງານ ແລະ ແຜນງານໃຫຍ່ທີ່ຈະປະຕິບັດໃນ 5 ປີຕໍ່ໜ້າ, ວິໄສທັດ ແລະ ແຜນຍຸດທະສາດການພັດທະນາໄລຍະ 10 ປີ (2021-2030) ເພື່ອແນ່ໃສ່ສ້າງການຫັນປ່ຽນໃໝ່ໃນວຽກງານແນວລາວສ້າງຊາດ ຕາມທິດຊີ້ນໍາ ກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ.
  2. ຕີລາຄາຜົນການປະຕິບັດແຜນພັດທະນາວຽກງານແນວລາວສ້າງຊາດ 5 ປີຜ່ານມາ ແລະ ກໍານົດແຜນພັດທະນາ 5 ປີ (2021-225).
  3. ກອງປະຊຸມຈະໄດ້ພິຈາລະນາຮັບຮອງເອົາການປັບປຸງກົດລະບຽບຂອງແນວລາວສ້າງຊາດສະ ໄໝທີ XI.
  4. ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ແທນກອງປະຊຸມ ຕາງໜ້າໃຫ້ອົງການຈັດຕັ້ງພາຄີ ແລະ ແນວລາວສ້າງຊາດຂັ້ນຕ່າງໆຈໍານວນໜຶ່ງ. ກອງປະຊຸມຄັ້ງນີ້ ຈະໄດ້ຮັບຮອງເອົາຄະນະກໍາມະການສູນກາງແນວລາວສ້າງຊາດສະໄໝທີ XI ແລະ ຮັບຮອງເອົາມະຕິຂອງກອງປະຊຸມຕາມລະບຽບການ.

      ພິເສດ: ກອງປະຊຸມຈະໄດ້ຮັບຟັງການໂອ້ລົມຂອງທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນ

ກາງພັກ ເພື່ອເປັນທິດຊີ້ນໍາ ໃຫ້ຄະນະກໍາມະການສູນກາງແນວລາວສ້າງຊາດ ໃນການເສີມຂະຫຍາຍບົດບາດ ແລະ ສ້າງການຫັນປ່ຽນໃໝ່ຕໍ່ວຽກງານແນວໂຮມໃນຊຸມປີຕໍ່ໜ້າ.

  • ມາເຖິງປັດຈຸບັນນີ້ ສູນກາງແນວລາວສ້າງຊາດ ກໍ່ຄືຄະນະຮັບຜິດຊອບກອງປະຊຸມ ໄດ້ມີການກະກຽມ ແລະ ມີຄວາມພ້ອມ ເພື່ອຈັດຕັ້ງດໍາເນີນກອງປະຊຸມໃຫຍ່ ຊຶ່ງຈະໄດ້ຈັດຂຶ້ນໃນວັນທີ 25-26 ພະຈິກ 2021. ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ, ພ້ອມກັນນີ້ ກໍ່ຈະໄດ້ມີການຈັດກອງປະຊຸມທາງໄກ ເພື່ອໃຫ້ບັນດາທ່ານການນໍາຂອງແຂວງ, ກໍາມະການສູນກາງແນວລາວສ້າງຊາດຢູ່ບັນດາແຂວງ ສາມາດຕິດຕາມການດໍາເນີນກອງປະຊຸມຄັ້ງນີ້ໄດ້. ກອງປະຊຸມຄັ້ງນີ້ ຈະມີຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 581 ທ່ານ ໃນນີ້, ຈະເຂົ້າຮ່ວມຢູ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ຈໍານວນ 250 ທ່ານ. ໃນກອງປະຊຸມຄັ້ງນີ້ ບັນຫາສໍາຄັນແມ່ນຄະນະຮັບຜິດຊອບກອງປະຊຸມຈະໄດ້ພ້ອມກັນເອົາໃຈໃສ່ປະຕິບັດມາດຕາການປ້ອງກັນພະຍາດໂຄວິດ 19 ຢ່າງເຂັ້ມງວດ ເພື່ອຮັບປະກັນຄວາມປອດໄພໃນການດໍາເນີນກອງປະຊຸມໃນຄັ້ງນີ້.

 

 

 

info@lfnd.org.la | 021 213754 | (856-21) 453191