ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ປະທານ ສນຊ ເຂົ້າຮ່ວມກອງປະຊຸມປຶກສາຫາລື ແລະ ກະກຽມຄວາມພ້ອມ ໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ VII

 

ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ໄດ້ເປີດກອງປະຊຸມປຶກສາຫາລື ແລະ ກະກຽມຄວາມພ້ອມ ໃຫ້ແກ່ການດຳເນີນ ກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ VIII ວັນທີ 15 ກໍລະກົດ 2021 ນີ້ ຢູ່ທີ່ຫ້ອງ ປະຊຸມໃຫຍ່ສູນກາງແນວລາວສ້າງຊາດ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ພຣະອາຈານໃຫຍ່ມະຫາເຫວດ ມະເສໄນ ຮອງປະທານ ສູນກາງອົງການພຸດທະສາສະໜາສຳພັນລາວ, ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງທຸກພາກສ່ວນເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເພື່ອລາຍງານຄວາມພ້ອມການກະກຽມໃຫ້ແກ່ການດຳເນີນກອງປະຊຸມດັ່ງກ່າວ ເຊິ່ງສະເໜີໂດຍ ພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ຮອງປະທານສູນກາງອົງການພຸດທະສາສະໜາສຳພັນລາວ. ຈາກນັ້ນ ຜູ້ເຂົ້າຮ່ວມກໍ່ຜັດປ່ຽນກັນປະກອບຄຳຄິດຄຳເຫັນ, ຄຳສະເໜີຕ່າງໆໃສ່ ແລະ ສາມາດສະຫຼຸບໄດ້ວ່າ: ມາຮອດປະຈຸບັນ ການກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວປະເທດ ສະໄໝທີ VIII ອົງການພຸດທະສາສະໜາສຳພັນລາວແມ່ນມີຄວາມພ້ອມແລ້ວ ແຕ່ຍັງລໍຖ້າການອະນຸມັດຈາກຄະນະໜ່ວຍສະເພາະກິດ ລະດັບຊາດ ເພື່ອຕ້ານສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຂໍ້ຕົກລົງອະນຸມັດເປີດກອງປະຊຸມ.

 

info@lfnd.org.la | 021 213754 | (856-21) 453191