ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ສິນລະວົງ ຄຸດໄພທູນ ເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດ ຢູ່ແຂວງຫຼວງນ້ຳທາ

ໃນວັນທີ 12-13 ທັນວາ 2022 ນີ້ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງນ້ຳທາ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ  ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫຼວງນ້ຳທາ ແລະ ທ່ານ ຄຳຈັນ ອິນທອງໄຊ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະນຳຂອງແຂວງ.

ທ່ານ ປະທານແນວລາວສ້າງຊາດແຂວງ ໄດ້ລາຍງານຜົນງານທີ່ພົ້ນເດັ່ນໃນການເຄື່ອນໄຫວວຽກງານແນວລາວສ້າງຊາດ ຂອງແຂວງໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າໂດຍຫຍໍ້ ໃຫ້ທ່ານປະທານ ສນຊ ໄດ້ຮັບຊາບ ເຊິ່ງໄດ້ຍົກໃຫ້ເຫັນວ່າແນວລາວສ້າງຊາດ ໄດ້ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະ ບັນດາເອກະສານທີ່ຕິດພັນກັບ 2 ວາລະແຫ່ງຊາດ ມາເຜີຍແຜ່ໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ;        ໄດ້ເກັບກຳຄວາມມຸ້ງມາດປາຖະໜາ, ຫາງສຽງສັງຄົມ ພ້ອມລົງແກ້ໄຂ ເຮັດໃຫ້ສັງຄົມມີຄວາມສະຫງົບ; ເອົາໃຈຈັດຊຸກຍູ້ວຽກງານຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ເຊີ່ງໃນໄລຍະຜ່ານມາສາມາດປະຕິບັດໄດ້ 34,652 ຄອບຄົວ; ບ້ານສາມັກຄີປອງດອງໄດ້ 323 ບ້ານ ແລະກຳລັງກະກຽມຈະປະກາດເມືອງທີ່ຜ່ານການປະເມີນ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະບ້ານສາມັກຄີປອງດອງ ໃນບໍ່ດົນນີ້.

ທ່ານ ປະທ່ານ ສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດທີ່ແນວລາວສ້າງຊາດແຂວງສາມາດຍາດໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ມີບາງຄຳເຫັນເນັ້ນຕື່ມວ່າ: ໃຫ້ພະນັກງານ-ລັດຖະກອນ ຈົ່ງເອົາໃຈໃສ່ສຶກສາຄົ້ນຄວ້າແນວທາງນະໂຍບາຍຂອງພັກ-ລັດ, ແລະ ບັນດານິຕິກຳຕ່າງໆ        ທີ່ກ່ຽວຂ້ອງກັບວຽກງານແນວລາວສ້າງຊາດ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ນຳໄປໝູນໃຊ້ເຂົ້າໃນວຽກງານ ໃຫ້ໄດ້ຮັບຜົນສຳເລັດ; ສືບຕໍ່ສຶກສາອົບຮົມ, ປຸກລະດົມຂົນຂວາຍປະຊາຊົນລາວບັນດາເຜົ່າ ໃຫ້ມີຄວາມສາມັກຄີປອງດອງ ຊ່ວຍເຫລືອເຊິ່ງກັນ ແລະກັນ, ໃຫ້ຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງກອງທຶນສາມັກຄີພັດທະນາ ເພື່ອສ້າງລາຍຮັບໃຫ້ແນວລາວສ້າງຊາດ ແລະ ນຳໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າຢູ່ພາຍໃນແຂວງ ໃຫ້ນັບມື້ດີຂື້ນ. ພ້ອມກັນນັ້ນ ຄະນະກໍ່ໄດ້ໄປຢ້ຽມຢາມເຂດພັດທະນາເສດຖະກິດພິເສດບໍ່ເຕນແດນງາມ ຕື່ມອີກ.

info@lfnd.org.la | 021 213754 | (856-21) 453191