ໃນລະຫວ່າງວັນທີ 2-3ສິງຫາ 2018 ນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກໍາມະການກົມການເມືອງສູນກາງພັກ, ອາດີດຮອງນາຍຍົກລັດຖະມົນຕີ ພ້ອມດ້ວຍ ທ່ານ ຄໍາໃບ ດໍາລັດ ກໍາມະການສູນກາງພັກ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມຢູ່ ແຂວງ ບໍລິຄໍາໄຊ ແລະ ແຂວງ ຄໍາມ່ວນ.
ສໍາລັບແຂວງບໍລິຄໍາໄຊ ຄະນະກໍາມະການຮັບຜິດໄພພິບັດ ໄດ້ລາຍງານໃຫ້ຮູ້ວ່າ: ຜົນກະທົບໄພນໍ້າຖ້ວມໃນຄັ້ງນີ້, ມີ 6ເມືອງ, ມີ 56ບ້ານ ຈໍານວນຄອບຄົວທີ່ຖຶກຜົນກະທົບ 2.988 ຄອບຄົວ ຄື: ເມືອງປາກຊັນ ມີຈໍານວນ 2 ບ້ານ ລວມມີ 58 ຄອບ ຄົວ, ເມືອງວຽງທອງ ຈໍານວນ 4 ບ້ານ, ມີ 110ຄອບຄົວ, ເມືອງທ່າພະບາດ ມີຈໍານວນ 12 ບ້ານ, ມີ 223 ຄອບຄົວ, ເມືອງປາກກະດິງ ມີຈໍານວນ 10 ບ້ານ ມີ 486 ຄອບຄົວ, ເມືອງບໍລິຄັນ ມີຈໍານວນ 7 ບ້ານ ລວມມີ 429 ຄອບຄົວ ແລະ ເມືອງຄໍາເກີດ ມີຈໍານວນ 21 ບ້ານ ລວມມີ 1.680 ຄອບຄົວ. ໃນນີ້, ກໍ່ໄດ້ມອບເຄື່ອງອຸປະໂພກ ແລະ ບໍລິໂພກຈໍານວນໜຶ່ງໃຫ້ແກ່ແຂວງບໍລິຄໍາໄຊ ໃນ ມູນຄ່າ 43 ລ້ານກີບ ເພື່ອນໍາໄປບັນເທົາທຸກໃຫ້ປະຊາຊົນຜູ້ທີ່ຖຶກໄພນໍ້າຖ້ວມຢູ່ບັນດາເມືອງດັ່ງກ່າວ. ຫຼັງຈາກນັ້ນ, ຄະນະກໍ່ໄດ້ສືບຕໍ່ຢ້ຽມ ຢາມ ແລະ ມອບເຄື່ອງຊ່ວຍເຫຼືອໃຫ້ບັນດາເມືອງທີ່ຖຶກຜົນກະທົບຈາກໄພນໍ້າຖ້ວມ ຢູ່ແຂວງຄໍາມ່ວນ; ເຊີງແຂວງຄໍາມ່ວນ ມີ ເມືອງໜອງບົກ, ເມືອງເຊບັ້ງໄຟ, ເມືອງມາຫາໄຊ, ເມືອງຍົມມະລາດ, ເມືອງໄຊບົວທອງ ແລະ ເມືອງບົວລະພາ ທີ່ຖຶກຜົນກະທົບຈາກໄພນໍ້າຖ້ວມໃນຄັ້ງນີ້ ເຊັ່ນ: ເມືອງໜອງບົກ ມີຈໍານວນ 11 ບ້ານ, ມີ186 ຄອບຄົວ ແລະ ເມືອງອື່ນກໍ່ມີຜົນເສຍຫາຍເຊັ່ນກັນ. ສະນັ້ນ, ຄະນະກໍ່ໄດ້ນໍາເອົາເຄື່ອງຊ່ວຍເຫຼືອທີ່ ສູນກາງແນວລາວສ້າງຊາດລະດົມຈາກປວງຊົນ ນໍາໄປມອບໃຫ້ແຕ່ລະເມືອງ ທີ່ຖຶກຜົນກະທົບຈາກໄພນໍ້າຖ້ວມໃນເທືອນີ້ ລວມມູນຄ່າທັງໝົດທີ່ຊ່ວຍເຫຼືອຢູ່ 2 ແຂວງດັ່ງກ່າວ 2.100.000.000 ກວ່າກີບ.


ຕະຫຼອດການຢ້ຽມຢາມ 2 ແຂວງດັ່ງກ່າວ, ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເນັ້ນໃຫ້ ຄະນະພັກ ແຕ່ລະຂັ້ນ ຈົ່ງເພີ່ມທະວີຄວາມຮັບຜິດຊອບສູງໃນການແກ້ໄຂສະຖານນະການໄພນໍ້າຖ້ວມໃນຄັ້ງນີ້, ກ່ອນອື່ນ ຕ້ອງຕິດຕາມສະພາບການນໍ້າຂື້ນ, ນໍ້າລົງ ເພື່ອລາຍງານຂ່າວປະຈໍາວັນໃຫ້ແກ່ ປະຊາຊົນຜູ້ທີ່ຖຶກໄພນໍ້າຖ້ວມໄດ້ຮັບຮູ້ຂໍ້ມູນຂ່າວສານເປັນປະຈໍາ, ຕ້ອງວາງແຜນ ການແຕ່ເບື້ອງຕົ້ນໃນການແກ້ໄຂ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ, ຄວນເຮັດອັນໃດເພື່ອທົບແທນຜົນເສຍຫາຍຈາກໄພພິບັດດັ່ງກ່າວ, ຕິດຕາມເຝົ້າລະວັງດ້ານສຸຂະພາບຂອງປະຊາຊົນ ແລະ ຄະນະພັກແຕ່ລະຂັ້ນ ຕ້ອງເປັນເຈົ້າການໃນການສະເໜີການຊ່ວຍເຫຼືອໃຫ້ຖຶກກັບເປົ້າໝາຍ, ພິເສດແມ່ນຄົ້ນຄ້ວາວາງແຜນການລະອຽດຊອກສະຖານທີ ຮອງຮັບການເປີດສົກຮຽນໃໝ່ໃຫ້ແກ່ນັກຮຽນ ເພາະວ່າ ບາງເມືອງບັນດາໂຮຽຮຽນຖຶກນໍ້າຖ້ວມບໍ່ສາມາດຟື້ນຟູທັນກັບເວລາເປີດສົກຮຽນໄດ້.


