ສູນກາງແນວລາວສ້າງຊາດ

Lao Front For National Development

ທ່ານ ຮອງປະທານ ສນຊ ປະກອບຄຳເຫັນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII

ໂດຍປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໃນການຕິດຕາມກວດກາ ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ. ໃນວັນທີ 16 ພະຈິກ 2020 ນີ້, ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານ ສູນກາງແນວລາວສ້າງຊາດ(ສນຊ) ປະກອບຄຳເຫັນຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII, ໂດຍການເປັນປະທານ ຂອງທ່ານ ນາງ ປານີ ຢ່າທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີບັນດາທ່ານຮອງປະທານ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ ທີ່ຫ້ອງປະຊຸມ ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ.

ທ່ານ ຮອງປະທານ ສນຊ ໄດ້ຕາງໜ້າອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ສະເໜີຕໍ່ສະພາແຫ່ງຊາດ ວ່າ: 1. ໃຫ້ສະພາແຫ່ງຊາດເພີ່ມທະວີການຕິດຕາມກວດກາ, ກະຕຸກຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງ ໃນການໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃຫ້ກ້ວາງຂວາງ, ທົ່ວເຖິງ ເພື່ອໃຫ້ສັງຄົມມີຄວາມຮັບຮູ້ເຂົ້າໃຈຕໍ່ເນື້ອໃນຂອງກົດໝາຍ; 2. ສະເໜີໃຫ້ສະພາແຫ່ງຊາດ ໃນການປະເມີນຜົນສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ, ຄວາມຮັບຮູ້ເຂົ້າໃຈຂອງປະຊາຊົນ ຕໍ່ການສ້າງກົດໝາຍຈໍານວນໜຶ່ງ; 3. ສະເໜີໃຫ້ສະພາແຫ່ງຊາດ ເພີ່ມທະວີການຕິດຕາມກວດກາ ການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບການອະນຸມັດໃຫ້ບໍລິສັດເອກະຊົນທັງພາຍໃນ ແລະ ຕ່າງປະເທດ ສຳປະທານທີ່ດິນ ເພື່ອປູກຕົ້ນໄມ້ອຸດສາຫະກຳ ແລະ ກະສິກຳ ຢູ່ບັນດາແຂວງຈໍານວນໜື່ງ ທີ່ມີຜົນກະທົບຕໍ່ສີ່ງແວດລ້ອມສັງຄົມ ແລະ ທຳມະຊາດ, ບ່ອນຢູ່ອາໄສຂອງປະຊາຊົນ; 4. ການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງລະຫວ່າງຄະນະປະຈໍາສະພາແຫ່ງຊາດ ກັບຄະນະປະຈໍາສູນກາງແນວລາວສ້າງຊາດ ເຂົ້າສູ່ວຽກງານຕົວຈິງ ຍັງບໍ່ທັນໄດ້ດີ ດັ່ງນັ້ນຄວນມີການປັບປຸງກົນໄກປະສານງານໃຫ້ເຂັ້ມແຂງຕື່ມ.

ພ້ອມກັນນັ້ນ, ທ່ານ ຮອງປະທານ ສນຊ ກໍໄດ້ນຳເອົາຄຳຄິດຄຳເຫັນຂອງປະຊາຊົນລາວບັນດາເຜົ່າ ສະເໜີຕໍ່ສະພາແຫ່ງຊາດ ເປັນຕົ້ນແມ່ນເອົາໃຈໃສ່ ຊຸກຍູ້ສົ່ງເສີມເສດຖະກິດໃນເງື່ອນໄຂທີ່ມີການແຜ່ລະບາດຂອງພະຍາດ Covid-19 ໄດ້ສົ່ງຜົນກະທົບຕໍ່ການດຳເນີນທຸລະກິດ, ເຮັດໃຫ້ມີຫຼາຍກິດຈະການຢຸດເຊົາ ດັ່ງນັ້ນຈື່ງຂໍສະເໜີໃຫ້ຂະແໜງການກ່ຽວຂ້ອງມີນະໂຍບາຍຊັດເຈນ, ມີວິທີແກ້ໄຂຊ່ວຍທຸລະກິດ ເປັນຕົ້ນແມ່ນ ບັນດານະໂຍບາຍສົ່ງເສີມທຸລະກິດ ໃຫ້ສະດວກ ວ່ອງໄວຂື້ນ ເພື່ອຊ່ວຍຜູ້ປະກອບການບໍ່ໃຫ້ລົ້ມລະລາຍ; ສະເໜີໃຫ້ມີການຄວບຄຸມລາຄາສິນຄ້າອຸປະໂພກ, ບໍລິໂພກ ຢູ່ທ້ອງຕະຫຼາດ ທີ່ຖີບຕົວສູງຂື້ນ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ; ຜ່ານມາໄດ້ມີການວາງລະບຽບການຊື້-ຂາຍສັດ ແຕ່ບໍ່ຮັດກຸມ, ການເອົາສັດໄປປ້ອນໂຮງຂ້າສັດກໍ່ບໍ່ໄດ້ຮັບຄວາມຮ່ວມມືດີເທົ່າທີ່ຄວນ ແລະ ບໍ່ມີຄວາມເຄັ່ງຄັດ ໃນການກວດກາຂອງສັດຕະວັດແພດ ບັນຫານີ້ຂໍໃຫ້ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂຢ່າງເຂັ້ມງວດຕື່ມ.

info@lfnd.org.la | 021 213754 | (856-21) 453191