ສູນກາງແນວລາວສ້າງຊາດ

Lao Front For National Development

ບາງຜົນງານທີ່ພົ້ນເດັ່ນໃນໄລຍະ 5 ປີ ຜ່ານມາ ຂອງອົງການແນວລາວສ້າງຊາດ

      ໃນບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບວາວຸດ ແລະ ປະຊາຊົນລາວບັນດາເຜົ່າພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ກວ້າງຂວາງ ແລະເລິກເຊີ່ງນັ້ນ, ສູນກາງແນວລາວສ້າງຊາດກໍ່ຄືແນວລາວສ້າງຊາດແຕ່ລະຂັ້ນໃນຂອບເຂດທົ່ວປະເທດ ພ້ອມກັນສ້າງຜົນງານຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຕາມພາລະບົດບາດພ້ອມກັນນັ້ນກໍ່ສ້າງຂະບວນການໃນດ້ານຕ່າງຯເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດຄັ້ງທີXI ຂອງຕົນໃຫ້ເປັນຂະບວນການຟົດຟື້ນ, ໃນໂອກາດດັ່ງກ່າວນັ້ນ, ເພື່ອເປັນການສະເໜີຜົນງານທີ່ພົ້ນເດັ່ນ ຂອງອົງການແນວລາວສ້າງຊາດນັບແຕ່ຂັ້ນສູນກາງຮອດທ້ອງຖິ່ນ ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ ໂດຍຜ່ານລະບົບສື່ມວນສູ່ສັງຄົມໃຫ້ກວ້າງຂວາງນັ້ນ, ທ່ານ ນ. ຄໍາຈັນ ພົມແສງສະຫວັນ ຄະນະປະຈໍາພັກ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ໃຫ້ສໍາພາດ ຕໍ່ສື່ມວນຊົນ ຂອງສູນກາງແນວລາວສ້າງຊາດ ໃນຄັ້ງວັນທີ 28 ກໍລະກົດ 2021ນີ້່ວ່າ:

       ຕະຫຼອດໄລຍະ 05 ປີຜ່ານມາ ຄະນະກໍາມະການສູນກາງແນວລາວສ້າງຊາດ ເວົ້າລວມ, ເວົ້າສະເພາະແມ່ນຄະນະປະຈໍາສູນກາງແນວລາວສ້າງຊາດ ໄດ້ນໍາພາວຽກງານຂອງຕົນຕາມພາລະບົດບາດໜ້າທີ່,ທີ່ໄດ້ກໍາດນົດໄວ້ໃນກົດໝາຍວ່າດ້ວຍແນວລາວສ້າງຊາດ ເຊືີ່ງພາຍຫຼັງກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ສະໄໝທີ X ແຕ່ເດືອນ 6/2016 ເປັນຕົ້ນມາ ຄະນະນໍາ ຂອງສູນກາງແນວລາວສ້າງຊາດ ໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ໃນການເຕົ້າໂຮມຄວາມສາມັກຄີປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ ທັງປຸກລະດົມກໍາລັງແຮງຂອງປະຊາຊົນ ເຂົ້າຮ່ວມປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນແນວລາວສ້າງຊາດທົ່ວປະເທດ.

ຜ່ານໄລຍະເວລາດັ່ງກ່າວ ພາຍໃຕ້ການຊີ້ນໍາໆພາຂອງພັກ ຄະນະປະຈໍາສູນກາງແນວລາວສ້າງຊາດ-ແນວລາວສ້າງຊາດແຕ່ລະຂັ້ນ ໄດ້ນໍາພາ ໄດ້ຈັດຕັ້ງຜັນຂະຫຍາຍວຽກງານແນວໂຮມໄລຍະໃໝ່ ມີຜົນສໍາເລັດ ສາມາດສັງລວມໄດ້ດັ່ງນີ້:

     ດ້ານໂຄງປະກອບການຈັດຕັ້ງ: ຄະນະກໍາມະການສູນກາງແນວລາວສ້າງຊາດ ສະໄໝທີ X ມີ 231 ທ່ານ; ຍິງ 47 ທ່ານ; ພຣະສົງ 14 ອົງ; ກໍາມະການຢູ່ອ້ອມຂ້າງສູນກາງມີ 48 ທ່ານ; ປະຈໍາຢູ່ບັນດາແຂວງ-ນະຄອນຫຼວງ 173 ທ່ານ; ຢູ່ຕ່າງປະເທດ 10 ທ່ານ, ກອງປະຊຸມຄັ້ງທີ X ໄດ້ເລືອກເອົາຄະນະປະຈໍາສູນກາງແນວລາວສ້າງຊາດ 10 ທ່ານ ເພື່ອຕາງໜ້າໃຫ້ກໍາມະການສູນກາງແນວລາວສ້າງຊາດ ໃນການຄົ້ນຄ້ວາພິຈາລະນາບັນຫາສໍາຄັນ ຕິດພັນກັບມະຕິ, ພາລະບົດບາດໜ້າທີ່ຂອງແນວລາວສ້າງຊາດ, ນອກຈາກນີ້ ມີຮອງປະທານບໍ່ປະຈໍາການ, ມີບັນດາກົມ, ຫ້ອງການ, ສູນ, ມີ 6 ຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ (ສໍາລັບຂັ້ນສູນກາງ) ມີແນວລາວສ້າງຊາດຂັ້ນແຂວງ-ນະຄອນຫຼວງ, ແນວລາວສ້າງຊາດຂັ້ນເມືອງ-ເທດສະບານ ແລະ ແນວລາວສ້າງຊາດຂັ້ນບ້ານ; ແນວລາວສ້າງຊາດແຕ່ລະຂັ້ນ ມີໂຄງປະກອບກົງຈັກ ການຈັດຕັ້ງ, ໂຄງປະກອບບຸກຄະລາກອນ, ມີພາລະບົດບາດ-ໜ້າທີ່ ຂອບເຂດສິດຂອງຕົນ.

     ດ້ານນິຕິກໍາ: ສໍາເລັດການປັບປຸງກົດໝາຍວ່າດ້ວຍແນວລາວສ້າງຊາດ ແລະ ຖືກຮັບຮອງຕາມມະຕິຂອງກອງປະຊຸມສະໄໝສາມັນເທື່ອທີ່ 5 ຂອງສະພາແຫ່ງຊາດສະໄໝທີ່ VIII ສະບັບເລກທີ 090/ສພຊ, ລົງວັນທີ 20/6/2018 ແລະ ໄດ້ຈັດພິມ ແລະ ແປເປັນພາສາອັງກິດຈໍານວນໜື່ງ. ສໍາເລັດການປັບປຸງຮ່າງມະຕິກົມການເມືອງສູນກາງພັກ ວ່າດ້ວຍວຽກງານແນວໂຮມ ແລະ ວຽກງານມະຫາຊົນ ຂອງພັກໃນໄລຍະໃໝ່ ຈາກສະບັບເລກທີ 05/ກມສພ, ລົງວັນທີ 10ກຸມພາ 1993 ມາເປັນມະຕິ 108/ກມສພ, ລົງວັນທີ 30 ເມສາ 2020, ໄດ້ສໍາເລັດການສ້າງຫຼັກສູດຝຶກອົບຮົມຄວາມຮູ້ຟື້ນຖານກ່ຽວກັບວຽກງານແນວລາວສ້າງຊາດ ເຊິ່ງໄດ້ຮັບຮອງຈາກພາກສ່ວນທີ່ກ່ຽວຂ້ອງ,ລວມມີ7ວຽກ ທີ່ໄດ້ຄົ້ນຄົ້ວາມະຕິ 108 ມາເປັນຄູ່ມືຝຶກອົບຮົມວຽກງານແນວໂຮມ ແລະ ວຽກງານມະຫາຊົນ ຂອງພັກ, ປັບປຸງມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສູນກາງແນວລາວສ້າງຊາດ ເປັນສະບັບເລກທີ 029/ກມສພ, ລົງວັນທີ 28/12/2017. ສະບັບນໍາໃຊ້ໃນປັດຈຸບັນ ແລະ ຄົ້ນຄ້ວາອອກຂໍ້ຕົກລົງວ່າດ້ວຍການເຄື່ອນໄຫວຂອງບັນດາກົມ, ສູນ ແລະ ແນວລາວສ້າງຊາດຂັ້ນຕ່າງໆ.

     ວຽກງານໂຄສະນາ: ເຊີ່ງຄະນະປະຈໍາຖືເປັນກະບອກສຽງທີ່ສໍາຄັນຂອງຕົນ ໂດຍໄດ້ປັບປຸງຄຸນນະພາບດ້ານເນື້ອໃນ, ສີສັນໃນວຽກງານວາລະສານ, ເພີ່ມເວລາລາຍການວິທະຍຸ-ໂທລະພາບ, ສ້າງຕັ້ງໜັງສືພິມສາມັກຄີພັດທະນາເປັນລາຍເດືອນ, ສ້າງຕັ້ງເວັບໄຊ, ຊ່ອງຢູທູບ, ແອບ ແລະ ສືອອນໄລນ໌ ຫຼາຍຊ່ອງທາງ ເພື່ອໃຫ້ທັນກັບເງື່ອນໄຂປັດຈຸບັນ; ສ້າງຕັ້ງ ແລະ ເປີດນໍາໃຊ້ຫໍມູນເຊື້ອ ຂອງແນວລາວສ້າງຊາດ ຢ່າງເປັນທາງການ ໃນວັນທີ 13/7/2020 ແລະ ໄດ້ຄົ້ນຄ້ວາຈັດພິມປື້ມປະຫວັດຮູບພາບ 70 ປີ ແນວລາວສ້າງຊາດ; ປື້ມປະຫວັດສາດແນວລາວສ້າງຊາດ.

     ວຽກງານສາສະໜາ: ອີງໃສ່ຄວາມຮັບຜິດຊອບໃນການຄຸ້ມຄອງວຽກງານສາສະໜາຂອງອົງການແນວລາວສ້າງຊາດທີ່ລະບຸໄວ້ໃນໝວດທີ່6 ມາດຕາ 32 ຂອງດໍາລັບ 315/ລບ. ສູນກາງແນວລາວສ້າງຊາດ ໄດ້ອອກຄໍາແນະນໍາໃຫ້ແນວລາວສ້າງຊາດຂັ້ນຕ່າງໆ ເພື່ອຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມບົດບາດ, ໜ້າທີ່ ຂອງຕົນ, ໄດ້ເຂົ້າຮ່ວມຄົ້ນຄ້ວາປັບປຸງທໍາມະນູນສົງ ສໍາເລັດ ແລະ ປະກາດໃຊ້ໃນປີ2019; ສົມທົບການກະກຽມ ແລະ ຈັດຕັ້ງກອງປະຊຸມປະທານອົງການພຸດທະສາສະໜາ 3 ປະເທດ (ຫວຽດນາມ-ລາວ-ກໍາປູເຈຍ) ຄັ້ງທີ I ທີ່ນະຄອນຫຼວງວຽງຈັນ,​ ຈັດຕັ້ງສະເຫຼີມສະຫຼອງວັນວິສາຂະບູຊາ,  ວັນຊາວພຸດສາກົນ ວັນທີ 8 ເມສາ, ພິເສດ ແມ່ນການຈັດກິດຈະກໍາ ທາງພຸດທະສາສະໜາ ຂອງໂຄງການທໍາມະຍາດຕາ 5 ແຜນດິນລຸ່ມແມ່ນໍ້າຂອງ, ຈັດກິດຈະກໍາຖວາຍກະຖິນຜ້າປ່າມະຫາສາມັກຄີກັບພີ່ນ້ອງເຊື້ອຊາດລາວ ຈາກປະເທດຝຣັ່ງ ແລະ ເອີລົບ, ຈັດງານບຸນຄົບຮອບ 100 ປີ ຂອງທ່ານປະທານ ໄກສອນ ພົມວິຫານ, ປະທານສຸພານຸວົງ ແລະ ອາດີດການນໍາທ່ານອື່ນໆ, ຈັດຕັ້ງການຝຶກອົບຮົມເຕົ້າໂຮມຄວາມສາມັກຄີ ກັບອົງການຈັດຕັ້ງສາສະໜາຕ່າງໆ, ທັງປຸກລະດົມປະກອບສ່ວນວັດຖຸປັດໄຈຊ່ວຍເຫຼືອປະຊາຊົນທີ່ປະສົບໄພພິບັດ, ການແຜ່ລະບາດຂອງພະຍາດໂຄວິດ-19 ມູນຄ່າຫຼາຍຮ້ອຍລ້ານກີບ.

     ວຽກງານຊົນເຜົ່າ: ໄດ້ປະສານສົມທົບ ພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄ້ວາຊື່ເອີ້ນຊົນເຜົ່າບຣູ ແລະ ໄດ້ຮັບການພິຈາລະນາຮັບຮອງຈາກກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII. ຊົນເຜົ່າບຣູ    ເປັນຊົນເຜົ່າທີ່ 50 ຂອງສປປລາວ, ໄດ້ຈັດຕັ້ງກອງປະຊຸມພົບປະຜູ້ຊົງຄຸນວຸດທິທົ່ວປະເທດ ຄັ້ງທີ III ປີ 2018, ໄດ້ຊີ້ນໍາການຈັດຕັ້ງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຂອງແນວລາວສ້າງຊາດ ຕາມທິດ 3 ສ້າງຢ່າງເປັນຂະບວນຟົດຟື້ນ.

ນັບແຕ່ປີ2017 ເປັນຕົ້ນມາ ວຽກດັ່ງກ່າວໄດ້ກາຍເປັນຂະບວນການໜື່ງທີ່ສໍາຄັນຂອງແນວລາວສ້າງຊາດ ທັງເປັນໜຶ່ງໃນມາດຕະຖານ ຂອງຄອບຄົວ-ບ້ານພັດທະນາ, ຮອດປີ 2020ໃນທົ່ວປະເທດ ສາມາດຮັບຮອງເອົາຄອບຄົວສາມັກຄີປອງດອງໄດ້ 876.875 ຄອບຄົວ=66%; ຮັບຮອງເອົາບ້ານສາມັກຄີປອງດອງໄດ້ 5.561ບ້ານ=66%; ແລະ ຮັບຮອງເອົາເມືອງສາມັກຄີປອງດອງໄດ້ 12 ເມືອງ=8.10%.

  • ຕິດພັບກັບຂະບວນການທີ່ກ່າວມາ ພວກເຮົາໄດ້ເອົາໃຈໃສ່ ການຝຶກອົບຮົມ. ຍົກລະດັບຄວາມຮູ້ຄວາມສາມາດ ສ້າງຄວາມເຂັ້ມແຂງໃຫ້ພະນັກງານທີ່ເຮັດວຽກງານແນວລາວສ້າງຊາດໃນທຸກວຽກຢ່າງກ້ວາງຂວາງ ຝຶກອົບຮົມຢູ່ພາຍໃນ ແລະ ຕ່າງປະເທດ.

     ຮ່ວມກັບການຈັດຕັ້ງສັງຄົມ, ຜູ້ຊົງຄຸນວຸດທິ, ນັກທຸລະກິດ, ການຈັດຕັ້ງສາກົນ ປະກອບຄໍາຄິດຄໍາເຫັນ, ປະກອບທຶນຮອນຊັບສິນສ່ວນຕົວ ເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນຕົ້ນ: ການຮ່ວມປະຕິບັດໂຄງການສ້າງຄອບຄົວ-ບ້ານສາມັກຄີປອງດອງ ຢູ່ບັນດາເມືອງຂອງແຂວງ ຈໍານວນໜື່ງເຊັ່ນ: ແຂວງ ໄຊສົມບູນ, ຫົວພັນ,​ ສະຫວັນນະເຂດ ແລະ ອື່ນໆ.

     ວຽກງານກວດກາ: ໂດຍອີງໃສ່ກົດໝາຍວ່າດ້ວຍແນວລາວສ້າງຊາດ ທີ່ລະບຸໄວ້ໃນພາກທີ V ມາດຕາ 26-28 ຄະນະປະຈໍາ ສູນກາງແນວລາວສ້າງຊາດ ໄດ້ເອົາໃຈໃສ່ຊີ້ນໍາວຽກງານກວດກາ ໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າ ເພື່ອປະຕິບັດໜ້າທີ່ຕິດຕາມກວດກາ ຂອງແນວລາວສ້າງຊາດ ໂດຍຜ່ານການຮັບຟັງຄໍາເຫັນ, ຄໍາສະເໜີ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນ ຕໍ່ການປະຕິບັດບົດບາດ-ໜ້າທີ່ ຂອງສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນແຂວງ, ອົງການບໍລິຫານ, ອົງການຕຸລາການ ຕະຫຼອດເຖີງສະມາຊິກພັດ-ພະນັກງານ ໄດ້ປະກອບຄໍາເຫັນ ໂດຍຜ່ານ ກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນແຂວງ ໃນແຕ່ລະປີ; ສູນກາງແນວລາວສ້າງຊາດ ໄດ້ເປີດໂທລະສັບສາຍດ່ວນ 1054 ຂອງແນວລາວສ້າງຊາດ, ໄດ້ມີຂໍ້ຕົກລົງ ຮ່ວມກັບ ຄະນະປະຈໍາສະພາແຫ່ງຊາດ ເພື່ອປະຕິບັດໜ້າທີ່ຕິດຕາມ-ກວດກາ ໃນຖານະເປັນອົງການຕົວແທນເພື່ອປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນບັນດາເຜົ່າ.

     ວຽກງານຫ້ອງການ ແລະ ການກໍສ້າງພື້ນຖານໂຄງລ່າງ: ໄດ້ສໍາເລັດການປຸກສ້າງ ແລະ ຈັດພິທີມອບ-ຮັບຫ້ອງການຫຼັງໃໝ່, ປະກອບອຸປະກອນຮັບໃຊ້ ຫັນເປັນທັນສະໄໝເທື່ອລະກ້າວ ການນໍາໃຊ້ເຄື່ອງມືທີ່ທັນສະໄໝ ຮັບໃຊ້ແກ່ການຈັດກອງປະຊຸມທາງໄກ ທັງຢູ່ພາຍໃນ ແລະ ການພົວພັນອົງການແນວໂຮມປະເທດເພື່ອນມິດ ໄດ້ເປີດການນໍາໃຊ້ ຕຶກສູນຝຶກອົບຮົມ ແລະ ຕຶກຫໍມູນເຊື້ອຂອງແນວລາວສ້າງຊາດ.

     ວຽກງານການທູດປະຊາຊົນ: ປັດຈຸບັນ ສູນກາງແນວລາວສ້າງຊາດ ມີກໍາມະການສູນກາງແນວລາວສ້າງຊາດ 10 ທ່ານ ຈາກ 07 ປະເທດ ທີ່ເປັນຕົວແທນຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ຄື: ອາເມລິກາ, ຝຣັ່ງ, ການາດາ, ອົດສະຕາລີ, ນິວຊີແລນ, ອັງກິດ ແລະ ຍີ່ປຸ່ນ; ໄດ້ສໍາເລັດການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຮ່ວມມື ກັບອົງການແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍປະຊາຊົນ, ຄະນະກໍາມະການຊົນເຜົ່າ ແລະ ສາສະໜາ ຂອງ ສສ ຫວຽດນາມ, ມີການພົວພັນຮ່ວມມືກັບບັນດາອົງການແນວໂຮມປະເທດເພື່ອນມິດ ເຊັ່ນ: ສສ ຫວຽດນາມ, ສປ ຈີນ, ຣາຊະອານາຈັກກໍາປູເຈຍ, ກູບາ, ສປປ ເກົາຫຼີ ແລະ ສະຫະພາບລັດເຊຍ, ໄດ້ຈັດກອງປະຊຸມບັນດາແຂວງທີ່ມີຊາຍແດນ ລາວ-ຫວຽດນາມ ແລະ ລາວ-ກໍາປູເຈຍ; ນອກນັ້ນ ສູນກາງແນວລາວສ້າງຊາດ ຍັງໄດ້ຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ກະຊວງຕ່າງໆເຊັ່ນ: Unicef , ອົງການອະນາໄມໂລກ, ກະຊວງສາທາລະນະສຸກ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ, ຮ່ວມກັບກຸ່ມບໍລິສັດພົງສະຫວັນ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 8. ພ້ອມກັນນີ້ ຍັງໄດ້ຮ່ວມມືກັບບັນດາສະມາຄົມ, ມູນນິທິ ແລະ ການຈັດຕັ້ງສັງຄົມອື່ນໆ ໃນການປຸກສ້າງໂຮງຮຽນ, ເຈາະນໍ້າບາດານ ແລະ ຊ່ວຍອຸປະກອນການແພດ, ລົດຮັບສົ່ງຄົນເຈັບ, ຢາປິ່ນປົວພະຍາດ ໃຫ້ໂຮງໝໍຢູ່ບັນດາແຂວງ ຈໍານວນໜື່ງ.

ແນວລາວສ້າງຊາດ ແຂວງ-ເມືອງ ແລະ ບ້ານ ກໍ່ໄດ້ຕັ້ງໜ້າປະກອບສ່ວນ ເຂົ້າໃນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະຕິບັດແນວທາງ, ນະໂຍບາຍ, ນິຕິກໍາ ຂອງລັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຂອງລັດ ແລະ ໄດ້ຜັນຂະຫຍາຍ 6 ແຜນງານເຂົ້າສູ່ວຽກງານ ໄດ້ມີໝາກຜົນ ໂດຍສະເພາະການສ້າງຄວາມເຂັ້ມແຂງດ້ວຍການສ້າງກອງທຶນພັດທະນາຂັ້ນບ້ານ, ກອງທຶນສາມັກຄີ ຕິດພັນກັບການແກ້ໄຂຄວາມທຸກຍາກ ຂອງປະຊາຊົນເສີມຂະຫຍາຍມູນເຊື້ອວັດທະນະທໍາ, ຮິດຄອງປະເພນີອັນດີງາມ ຂອງຊາດ-ຂອງເຜົ່າ.

ທັງໝົດນັ້ນແມ່ນຜົນງານພົ້ນເດັ່ນຈໍານວນໜື່ງ ຂອງແນວລາວສ້າງຊາດທຸກຂັ້ນ ທີ່ໄດ້ພ້ອມກັນເສີມຂະຫຍາຍມູນເຊື້ອຂອງພັກ ມູນເຊື້ອຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ, ສາສະໜາ, ຊັ້ນຄົນ, ເພດ-ໄວ ຕະຫຼອດໄລຍະ 5 ປີ ຜ່ານມາ.

ສູນກາງແນວລາວສ້າງຊາດ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ທຸກພາກສ່ວນ, ການຈັດຕັ້ງສັງຄົມ ຕະຫຼອດເຖິງປະຊາຊົນບັນດາເຜົ່າ ທີ່ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາ, ກໍາລັງຊັບ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ກໍ່ຄືປະກອບສ່ວນພັດທະນາວຽກງານແນວໂຮມຕະຫຼອດໄລຍະຜ່ານມາ.

                                                ໂດຍ: ຄະນະ ບັນນາທິການ ກົມໂຄສະນາ ສູນກາງແນວລາວສ້າງຊາດ

 

info@lfnd.org.la | 021 213754 | (856-21) 453191