ສູນກາງແນວລາວສ້າງຊາດ

Lao Front For National Development

ບົດຖະແຫຼງຂ່າວ

ຂອງ ທ່ານ ສົມດີ ດວງດີ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຫົວໜ້າຄະນະສະເພາະກິດ ​ກ່ຽວກັບ ການສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ, ຄວມຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະແຕ່ ວັນທີ 04 17 ພຶດສະພາ 2020

(ວັນສຸກ,​ ວັນທີ 01 ພຶດສະພາ 2020, ທີ່ ຫສນຍ)

ພໍ່ແມ່ ພີ່ນ້ອງຊາວລາວ ໃນທົ່ວປະເທດ ທີ່ເຄົາລົບຮັກ ທັງຫຼາຍ.

ໃນນາມຫົວໜ້າຄະນະສະເພາະກິດ ຂ້າພະເຈົ້າ ຂໍແຈ້ງມາຍັງ ພໍ່ແມ່ພີ່ນ້ອງປະຊາຊົນລາວ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ ສປປ ລາວ ຊາບ ທົ່ວເຖິງກັນວ່າ: ພະຍາດອັກເສບປອດສາຍພັນໃໝ່ “COVID-19” ຍັງເປັນໄພຄຸກຄາມໃນທຸກໆປະເທດທົ່ວໂລກ ແລະ ແຜ່ລະບາດ ດ້ວຍຈັງຫວະໄວ ແລະ ເພີ່ມຄວາມຮຸນແຮງ ຂຶ້ນຊັກໄຊ້. ມາຮອດມື້ນີ້, COVID-19 ໄດ້ຂ້າຊີວິດຂອງຄົນໄປແລ້ວ ເປັນແສນໆ ແລະ ຍັງມີຜູ້ຕິດເຊື້ອ ຫຼາຍກວ່າ 3 ລ້ານກວ່າຄົນ ແລະ ກຳຍັງສືບຕໍ່ມີຜູ້ຕິດເຊື້ອ ແລະ ເສຍຊີວິດ ເປັນແຕ່ລະວັນ ຊຶ່ງຍັງບໍ່ຮູ້ໄດ້ວ່າ ເວລາໃດພວກເຮົາຈຶ່ງຈະສາມາດຢັບຢັ້ງ ແລະ ຍຸດຕິມັນໄດ້, ທັງໄດ້ມີຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດ ແລະ ສັງຄົມ ໃນທົ່ວໂລກ.

ສຳລັບຢູ່ປະເທດເຮົາ, ຜ່ານໄລຍະເວລາ 1 ເດືອນກວ່າ ທີ່ພວກເຮົາພ້ອມກັນຈັດຕັ້ງປະຕິບັດຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ວັນທີ 29 ມີນາ 2020 ແລະ ບັນດາແຈ້ງການ, ຄຳແນະນຳ ຂອງຄະນະສະເພາະກິດ ແລະ ຂອງພາກສ່ວນກ່ຽວຂ້ອງຕ່າງໆ ພວກເຮົາສາມາດຄວບຄຸມ ແລະ ຈຳກັດການແຜ່ລະບາດຂອງເຊື້ອພະຍາດໄວ້ໄດ້ ເລີ່ມແຕ່ວັນທີ 12 ເມສາ ເປັນຕົ້ນມາ ບໍ່ມີຜູ້ຕິດເຊື້ອໃໝ່ ເພີ່ມຂຶ້ນ ເປັນເວລາ 19 ມື້.  ມາຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ 19 ຄົນ ໃນນີ້ໄດ້ຮັບການປິ່ນປົວຫາຍດີ ອອກໂຮງໝໍແລ້ວ 8 ຄົນ, ສ່ວນທີ່ເຫຼືອ 11 ຄົນ ທີ່ກຳລັງປິ່ນປົວ ກໍ່ຍັງ ຢູ່ໃນຂັ້ນອາການເບົາບາງ. ເຫັນວ່າ ສະພາບການລະບາດ ຂອງພະຍາດCOVID-19 ຢູ່ປະເທດເຮົາໄດ້ຜ່ອນຄາຍລົງແດ່ແລ້ວ, ແຮງງານລາວທີ່ກັບມາແຕ່ຕ່າງປະເທດ ກໍ່ໄດ້ມີຈຳນວນຫຼຸດລົງ, ສູນຈຳກັດບໍລິເວນໄດ້ຮັບການປັບປຸງ. ພ້ອມນີ້, ບັນດາອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆ ກໍໄດ້ຕີລາຄາສູງວ່າ ສປປ ລາວ ມີມາດຕະການປ້ອງກັນແຕ່ຫົວທີໄດ້ດີ ຈຶ່ງສາມາດຄວບຄຸມການລະບາດ ບໍ່ໃຫ້ຂະຫຍາຍອອກສູ່ວົງກວ້າງ.

ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ກໍຄື ຄະນະສະເພາະກິດ ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຂອບອົກຂອບໃຈ ບັນດາຂະແໜງການ, ອົງການ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ, ພໍ່ແມ່ປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຊາວຕ່າງປະເທດທຸກຄົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ພາກທຸລະກິດ ທີ່ໄດ້ໃຫ້ການຮ່ວມມືເປັນຢ່າງດີ ໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງ 06/ນຍ ແລະ ໃຫ້ການຊ່ວຍເຫຼືອ, ສະໜັບສະໜູນວຽກງານປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການ ລະບາດຂອງເຊື້ອພະຍາດ ຈຶ່ງເຮັດໃຫ້ພວກເຮົາສາມາດຄວບຄຸມການລະບາດຂອງພະຍາດ ແລະ ອັດຕາການຕິດເຊື້ອຢູ່ໃນລະດັບຕ່ຳກວ່າໝູ່ໃນປະເທດອາຊຽນ. ພ້ອມນີ້, ສະແດງຄວາມຊົມເຊີຍ ແລະ ຂອບໃຈເປັນຢ່າງຍິ່ງ ຕໍ່ບັນດາພະນັກງານແພດ-ໝໍ ທີ່ໄດ້ສຸມທຸກກຳລັງແຮງ ປະຕິບັດໜ້າທີ່ ດ້ວຍຄວາມເສຍສະຫຼະ ແລະ ມີຄວາມຮັບຜິດຊອບສູງ ໃນການຊ່ວຍເບິ່ງແຍງ ແລະ ປິ່ນປົວຄົນເຈັບ ກໍຄື ການປະຕິບັດບັນດາວຽກງານການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃຫ້ໄດ້ຮັບຜົນສູງ.

 

ພໍ່ແມ່ພີ່ນ້ອງທີ່ຮັກແພງ ທັງຫຼາຍ,

ເຖິງແນວໃດກໍຕາມ, ພວກເຮົາ ກໍ່ບໍ່ຄວນນິ້ງນອນໃຈຕໍ່ຜົນສຳເລັດ ແລະ ການຕີລາຄາດັ່ງກ່າວ, ໃຫ້ຖືວ່າຜົນສຳເລັດອັນນັ້ນ ເປັນພຽງຜົນສຳເລັດເບື້ອງຕົ້ນເທົ່ານັ້ນ, ໃນຕໍ່ໜ້າ ພວກເຮົາ ຍັງຈະມີຄວາມສ່ຽງສູງທີ່ຈະເກີດມີການລະບາດອີກຮອບໃໝ່ ແລະ ສິ່ງທ້າທາຍຈໍານວນບໍ່ໜ້ອຍ ຍ້ອນສະພາບການລະບາດຂອງພະຍາດ ມີການຜັນແປຢ່າງສັບສົນ, ພ້ອມກັນນັ້ນ ການລະບາດຂອງພະຍາດ COVID-19 ຍັງຈະສືບຕໍ່ມີຜົນກະທົບຢ່າງໜັກໜ່ວງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ຊິວິດການເປັນຢູ່ ຂອງປະຊາຊົນ ກໍຄືຄວາມໝັ້ນຄົງຂອງຊາດ.  ສະນັ້ນ ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມ ເພື່ອຮັບມືກັບການລະບາດຂອງພະຍາດ COVID-19 ແລະ ເຮັດໃຫ້ມີຜົນກະທົບຜົນກະທົບຕໍ່ເສດຖະກິດ-ສັງຄົມ ໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິ ເທື່ອລະກ້າວ ເພື່ອຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ປະເທດຊາດ ມີຄວາມໝັ້ນຄົງ. ລັດຖະບານ ຈຶ່ງໄດ້ຕົກລົງ ແລະ ຊີ້ນໍາການຈັດຕັ້ງປະຕິບັດບັນດາມາດຕະການຕ່າງ ໃນຕໍ່ໜ້າ ຄືດັ່ງນີ້:

 

  1. ໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ, ພາກສ່ວນທີ່ກ່ຽວຂ້ອງ, ພະນັກງານ ລັດຖະກອນ, ທະຫານ, ຕຳຫຼວດ, ປະຊາຊົນບັນດາເຜົ່າໃນທົ່ວປະເທດ ສືບຕໍ່ຍົກສູງຄວາມຮັບຜິດຊອບໃນການຕິດຕາມ, ເຝົ້າລະວັງໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID- 19 ດ້ວຍຄວາມເປັນເຈົ້າການ, ໃຫ້ຖືການຊີ້ນໍາ-ນໍາພາໃນການແກ້ໄຂວຽກງານດັ່ງກ່າວນີ້ ເປັນວຽກສຳຄັນ ແລະ ເປັນບູລິມະສິດກ່ອນໝູ່ ໃນໄລຍະນີ້, ປຽບເໝືອນການຊີ້ນໍາ-ນໍາພາໃນສະພາບສົງຄາມ;
  2. ໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ ສປປ ລາວ ສືບຕໍ່ປະຕິບັດເຂັ້ມງວດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ;
  3. ໃຫ້ຄະນະສະເພາະກິດ, ອົງການປົກຄອງທ້ອງຖິ່ນທຸຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາດດັ່ງກ່າວ ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ໃນຮູບແບບທີ່ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ. ພ້ອມກັນນັ້ນ ກໍ່ໃຫ້ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍ ຂ່າວລວງ, ຂ່າວລື, ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ;
  4. ເຫັນດີໃຫ້ປະຕິບັດມາດຕະການຜ່ອນຜັນຈຳນວນໜື່ງ ເພື່ອໃຫ້ມີຜົນກະທົບຕໍ່ເສດຖະກິດ-ສັງຄົມໜ້ອຍທີ່ສຸດ, ສ້າງເງື່ອນໄຂໃຫ້ຊຸມຊົມໄດ້ກັບມາໃຊ້ຊີວິດຕາມປົກກະຕິ ເທື່ອລະກ້າວ, ແຕ່ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ເປັນຕົ້ນແມ່ນ ການຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ, ບັນດາມາດຕະການທີ່ຜ່ອນຜັນ ມີດັ່ງນີ້:
    • ອະນຸຍາດໃຫ້ສໍານັກງານອົງການຂອງພັກ-ລັດ, ສຳນັກງານຂອງບໍລິສັດ ເປີດດໍາເນີນການ ໂດຍ ໃຫ້ພະນັກງານລັດຖະກອນໝູນວຽນມາເຮັດວຽກເປັນປົກກະຕິ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ, ຖ້າຫາກສໍານັກງານອົງການໃດມີເງື່ອນໄຂເຮັດວຽກ ຜ່ານລະບົບສື່ສານເອເລັກໂຕຼນິກ ແລະ ເຄືອຂ່າຍອິນເຕີເນັດ ກໍ່ສາມາດສືບຕໍ່ຕາມຄວາມເໝາະສົມ;
    • ອະນຸຍາດໃຫ້ປະຊາຊົນ, ພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໄສຢູ່ ສປປ ລາວ ສາມາດອອກຈາກເຮືອນໄດ້ ແລະ ເດີນທາງພາຍໃນນະຄອນຫຼວງ ແລະ ແຂວງ ຕາມຄວາມຈຳເປັນ ແຕ່ຕ້ອງໃຫ້ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ;
    • ອະນຸຍາດໃຫ້ມີການຝຶກອົບຮົມ ແລະ ການປະຊຸມເປັນທາງການ ພາຍໃນນະຄອນຫຼວງວຽງຈັນ ແລະ ແຂວງ, ແຕ່ໃຫ້ຈຳກັດ ຜູ້ເຂົ້າຮ່ວມ ໂດຍຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ;
    • ອະນຸຍາດໃຫ້ອອກກຳລັງກາຍ ຫຼື ຫຼີ້ນກິລາກາງແຈ້ງທີ່ບໍ່ເປັນທີມ ເຊັ່ນ: ຍ່າງອອກກຳລັງກາຍ, ຂີ່ລົດຖີບ, ເຕັ້ນອາໂຣບິກ, ຕີກ໊ອບ, ແຕ່ປະຕິບັດໄລຍະຫ່າງ ແລະ ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ;
    • ອະນຸຍາດໃຫ້ບັນດາຫ້າງ ຮ້ານຕ່າງໆ ເຊັ່ນ: ຮ້ານອາຫານ, ຮ້ານຂາຍຂອງກິນສຸກ, ຮ້ານຂາຍເຄື່ອງຍ່ອຍ, ຮ້ານຕັດຜົມ, ຮ້ານເສີມສວຍ, ຕະຫຼາດສົດ, ສູນການຄ້າ, ຮ້ານຄ້າຂາຍົກ, ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານກາເຟ, ຮ້ານສ້ອມແປງລົດ, ຮ້ານລ້າງ-ອັດສີດ, ໂຮງງານນໍ້າດື່ມ ແລະ ໂຮງງານນໍ້າກ້ອນ ດຳເນີນກິດຈະການໄດ້ ແຕ່ຕ້ອງປະຕິບັດໄລຍະຫ່າງ ແລະ ຮັບປະກັນມາດຕະການປ້ອງກັນການຕິດເຊື້ອ;
    • ບັນດາໂຮງງານ, ໂຄງການລົງທຶນ ທີ່ເປັນກິດຈະການຂະໜາດໃຫຍ່ ຂອງພາກທຸລະກິດຕ່າງໆ ທີ່ສາມາດປະຕິບັດຖືກຕ້ອງຕາມເງື່ອນໄຂ ມາດຕະການຕາມຂໍ້ແນະນຳເລກທີ 031/ສພກ ແມ່ນສາມາດເປີດດຳເນີນກິດຈະການໄດ້. ມອບໃຫ້ທັງສອງຄະນະສະເພາະກິດ ຂັ້ນສູນກາງ ແຕ່ງຕັ້ງຄະນະວິຊາການ ລົງກວດກາ, ຢັ້ງຢືນ ແລະ ເຮັດບົດບັນທຶກສຳລັບໂຄງການຂະໜາດໃຫຍ່ ທີ່ນໍາໃຊ້ແຮງງານຈໍານວນຫຼວງຫຼາຍ ທີ່ສູນກາງເປັນຜູ້ຄຸ້ມຄອງ, ສຳລັບຫົວໜ່ວຍທຸລະກິດໃດ ທີ່ອົງການປົກຄອງທ້ອງຖິ່ນອະນຸຍາດ ແລະ ຄຸ້ມຄອງ ກໍ່ມອບໃຫ້ຄະນະສະເພາະກິດ ຂັ້ນແຂວງ ແລະ ນະຄອນຫຼວງ ເປັນຜູ້ຮັບຜິດຊອບກວດກາ, ຢັ້ງຢືນ ແລະ ອະນຸຍາດ;
    • ໃຫ້ ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຊາດ ແລະ ກະຊວງປ້ອງກັນຄວາມສະຫງົບ ກະກຽມເປີດໂຮງຮຽນຄືນ ໃນຊັ້ນ​ ປະຖົມສຶກສາປີທີ 5, ມັດທະຍົມສຶກສາປີທີ 4 ແລະ ປີທີ 7  ແລະ ໂຮງຮຽນໃນຂົງເຂດ ປກສແລະ ປກຊ ເລີ້ມແຕ່ວັນທີ 18 ພຶດສະພາ 2020 ໂດຍ ຮັກສາໄລຍະຫ່າງ 1 ແມັດຂື້ນໄປ, ມີບ່ອນລ້າງມືດ້ວຍນໍ້າສະອາດ, ໃສ່ສະບູ ຫຼື ເຈວລ້າງມື, ໃສ່ຜ້າອັດປາກ-ດັງ, ວັດແທກອຸນຫະພູມ ແລະ ອະນາໄມສະຖານທີ່ ຕາມຄໍາແນະນໍາຂອງຄະນະສະເພາະກິດວາງອອກ. ສ່ວນຊັ້ນຮຽນ ມະຫາວິທະຍາໄລ ແລະ ສະຖານບັນການສຶກສາລະດັບອື່ນໆ ນອກຈາກທີ່ກຳນົດໄວ້ນີ້ ແມ່ນໃຫ້ສືບຕໍ່ປິດ ຈົນກວ່າຈະມີແຈ້ງການເພີ່ມຕື່ມພາຍຫຼັງ.
    • ອະນຸຍາດໃຫ້ຊາວຕ່າງປະເທດ ທີ່ໄດ້ມາເຮັດວຽກ, ອອກແຮງງານ ແລະ ສຶກສາ ຢູ່ ສປປ ລາວ ກັບຄືນປະເທດຕາມຈຸດປະສົງ. ສຳລັບນັກສຶກສາລາວ ທີ່ຕ້ອງການກັບຄືນໄປຮຽນຕໍ່ ຫຼື ເຮັດວຽກ ຢູ່ຕ່າງປະເທດ ແມ່ນສາມາດເດີນທາງໄປໄດ້ ຕາມລະບຽບການຂອງປະເທດເຈົ້າພາບ.
  5. ເຫັນດີໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 06/ນຍ, ລົງວັນທີ 29 ມີນາ 2020 ຄືດັ່ງນີ້:
    • ຫ້າມບຸກຄົນເດີນທາງລະຫວ່າງແຂວງຫາແຂວງ ຍົກເວັ້ນ ກໍລະນີຈຳເປັນ ເປັນຕົ້ນ: ການໄປເຮັດວຽກທາງການ, ນັກຮຽນ, ນັກທຸລະກິດ, ການເຈັບເປັນ, ການເສຍຊີວິດ, ການຂົນສົ່ງສິນຄ້າ, ການນຳສົ່ງຄົນເຈັບ ແມ່ນສາມາດເດີນທາງໄດ້ ແຕ່ຕ້ອງມີເອກະສານຢັ້ງຢືນ;
    • ປິດບັນດາກິດຈະການຮ້ານບັນເທີງ, ຮ້ານເຫຼົ້າ-ເບຍ, ຮ້ານກິນດື່ມ, ໂຮງຮູບເງົາ, ຮ້ານຄາຣາໂອເກະ, ຮ້ານບໍລິການນວດ-ສະປາທຸກປະເພດ, ກາຊິໂນ, ຕະຫຼາດກາງຄືນ, ສະຖານທີ່ອອກກຳລັງກາຍ-ຫຼີ້ນກິລາໃນຮົ່ມ, ກິລາກາງແຈ້ງ ເປັນທີມທີ່ມີການໃກ້ຊິດກັນ ເຊັ່ນ: ກິລາບານເຕະ, ບານບ້ວງ, ບານສົ່ງ, ມາລາທອນ, ຕີມວຍ, ຕີໄກ່, ເປຕັງ ແລະ ການແຂ່ງຂັນກິລາທຸກປະເພດ ທີ່ມີຜູ້ຊົມ ແລະ ນັກກິລາ ເຂົ້າຮ່ວມເກີນ 10 ຄົນ ແລະ ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້;
    • ຫ້າມຈັດກິດຈະກຳຊຸມນຸມ, ຊຸມແຊວ, ງານສ້າງສັນ ຫຼື ການເຕົ້າໂຮມຄົນເປັນຈຳນວນຫຼາຍ ກວ່າ 10 ຄົນ ແລະ ບໍ່ສາມາດຮັກສາໄລຍະຫ່າງເກີນ 1 ແມັດໄດ້ ທີ່ມີຄວາມສ່ຽງຕໍ່ການຕິດເຊື້ອ;
    • ປິດດ່ານປະເພນີ, ດ່ານທ້ອງຖີ່ນ ແລະ ດ່ານສາກົນ ສຳລັບການເຂົ້າອອກຂອງບຸກຄົນທົ່ວໄປ, ເວັ້ນເສຍແຕ່ຜູ້ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດ ແລະ ລົດຂົນສົ່ງສິນຄ້າ ເຂົ້າ-ອອກ;
    • ໂຈະການອອກວີຊາທຸກປະເພດ ໃຫ້ບຸກຄົນທົ່ວໄປທີ່ເດີນທາງມາຈາກປະເທດທີ່ຍັງມີການລະບາດຂອງພະຍາດ COVID-19, ຍົກເວັ້ນວີຊາສໍາລັບຊ່ຽວຊານ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈຳເປັນເຂົ້າມາປະຕິບັດວຽກງານ ຢູ່ບັນດາໂຄງການທີ່ສຳຄັນ ແລະ ຈຳເປັນ, ແຕ່ຕ້ອງປະຕິບັດການກວດຫາເຊື້ອ COVID-19 ແລະ ຈຳກັດບໍລິເວນຕົວເອງ 14 ວັນ ຢູ່ຕາມສູນທີ່ທາງການກຳນົດ ຕາມທີ່ລະບຸໄວ້ໃນແຈ້ງການ ສະບັບເລກທີ 507/ຫສນຍ, ລົງວັນທີ 24 ເມສາ 2020. ມອບໃຫ້ຄະນະສະເພາະກິດ ອອກຄຳແນະນໍາໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ລະອຽດ ແລະ ຮັດກຸມ.

 

ພໍ່ແມ່ ພີ່ນ້ອງຊາວລາວ ທີ່ຮັກແພງທັງຫຼາຍ,

ມາດຕະການຜ່ອນຜັນເຫຼົ່ານີ້ ແມ່ນມາດຕະການຊົ່ວຄາວ ເຊິ່ງຈະຈັດຕັ້ງປະຕິບັດ ນັບແຕ່ວັນທີ 04 ຫາວັນທີ 17 ພຶດສະພາ 2020, ຖ້າມີການລາຍງານ ກໍລະນີຜູ້ຕິດເຊື້ອເກີດຂື້ນ ຢູ່ໃນແຂວງໃດແຂວງໜຶ່ງ ແມ່ນຈະໄດ້ຈຳກັດການເຂົ້າ-ອອກ ແລະ ປະຕິບັດຄືນມາດຕະການຕ່າງໆຢ່າງເຂັ້ມງວດສະເພາະແຂວງນັ້ນໆ ເຊິ່ງແມ່ນຄະນະສະເພາະກິດກ່ຽວຂ້ອງ ຈະເປັນຜູ້ປະກາດແຈ້ງການ; ຖ້າຫາກເກີດມີຜູ້ຕິດເຊື້ອ ເປັນຈຸ້ມ ແຕ່ 2 ແຂວງຂຶ້ນໄປ ແມ່ນຈະໄດ້ກັບມາປະຕິບັດມາດຕະການຕ່າງໆ ທີ່ໄດ້ກຳນົດໃນຄໍາສັ່ງເລກທີ 06/ນຍ ຄືນໃໝ່ ຢ່າງເຂັ້ມງວດ.

ໃນນາມຕາງໜ້າຄະນະສະເພາະກິດ, ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ພົນລະເມືອງລາວທຸກຄົນ ພ້ອມດ້ວຍຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດ ທີ່ດຳລົງຊີວິດ ແລະ ທຳມາຫາກິນ ຢູ່ ສປປ ລາວ ຈົ່ງພ້ອມກັນປະຕິບັດບັນດາມາດຕະການ ຢ່າງເຂັ້ມງວດ. ສຳຄັນທີ່ສຸດ ຕ້ອງເວັ້ນໄລຍະຫ່າງລະຫວ່າງກັນ ຢ່າງໜ້ອຍ 1 ແມັດ, ໃສ່ຜ້າອັດປາກ-ອັດດັງ, ໝັ່ນລ້າງມືດ້ວຍນໍ້າສະອາດ ແລະ ສະບູ ຫຼື ນ້ຳຢາລ້າງມື.

ຮຽກຮ້ອງມາຍັງທຸກຄົນ ທຸກພາກສ່ວນ ໃນທົ່ວປະເທດ ໃຫ້ເປັນຈິດໜຶ່ງໃຈດຽວກັນ, ສາມັກຄີກັນຕໍ່ສູ້ຕ້ານກັບ COVID-19 ແລະ ປະຕິບັດຄຳຂວັນ “ຮ່ວມແຮງຮ່ວມໃຈຕ້ານ COVID-19 ແມ່ນພາລະກິດຂອງໝົດທຸກຄົນ”.

ທ້າຍສຸດນີ້ ຂໍອວຍພອນ ໃຫ້ພໍ່ແມ່ ພີ່ນ້ອງຊາວລາວ ໃນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ປອດໄພຈາກພະຍາດ COVID-19.

 

(ຂໍຂອບໃຈ)

info@lfnd.org.la | 021 213754 | (856-21) 453191