ສູນກາງແນວລາວສ້າງຊາດ

Lao Front For National Development

ບົດບັນທຶກການຮ່ວມມືລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ຜູ້ຕາງໜ້າມູນນິທິ ວີເລີບຢູ ນາໆຊາດ

ພິທີເຊັນບົດບັນທຶກກ່ຽວກັບການຮ່ວມມື ລະຫວ່າງ ສູນກາງແນວລາວສ້າງຊາດ ແລະ ຜູ້ຕາງໜ້າມູນນິທິ ວີເລີບຢູ ນາໆຊາດ, ໂດຍເປັນກຽດເຂົ້າຮ່ວມມີທ່ານ ເຍ່ຍເກີຢ່າ ໜໍຈໍຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ, ຕາງໜ້າ ສນຊ ໂດຍທ່ານ ຈັນເພັງ ສຸດທິວົງ ຫົວໜ້າຫ້ອງການ ສນຊ, ທ່ານ ນາງ ອົກຄີ ຄິມ ຜູ້ຕາງໜ້າມູນນິທິ ວີເລີບຢູ ນາໆຊາດ ແລະ ພະນັກງານທີ່ກ່ຽວຂ້ອງ ຂອງທັງສອງຝ່າຍເຂົ້າຮ່ວມ ໃນວັນທີ 26 ກຸມພາ 2021 ທີ່ສູນກາງແນວລາວສ້າງຊາດ(ສນຊ).

ພິທີເຊັນບົດບັນທຶກໃນຄັ້ງນີ້, ເພື່ອເປັນການຮ່ວມມືກັນໃນການຈັດຕັ້ງປະຕິບັດໂຄງການ ແລະ ກິດຈະກຳຊ່ວຍເຫຼືອສັງຄົມ ແລະ ປະກອບສ່ວນພັດທະນາເຂດຊຸມຊົນ ໃນ ສປປ ລາວ ໂດຍຄວາມສະໝັກໃຈ, ບົນພື້ນຖານການປຶກສາຫາລືຮ່ວມກັນ, ແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ກ່ຽວກັບການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາດຂອງປະຊາຊົນ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ການຜະລິດເປັນສິນຄ້າ, ການສຶກສາ ແລະ ກິລາ, ການປົກປັກຮັກສາສິ່ງແວດລ້ອມ ແລະ ການຊ່ວຍເຫຼືອດ້ານສາທາລະນະສຸກ ເຊິ່ງບົດບັນທຶກດັ່ງກ່າວຮ່ວມມືກັນຈັດຕັ້ງປະຕິບັດເປັນໄລຍະເວລາ 3 ປີ.

info@lfnd.org.la | 021 213754 | (856-21) 453191