ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານສູນກາງແນວລາວສ້າງຊາດ ພ້ອມຄະນະເຄື່ອນໄຫວຢ້ຽມຢາມໂຄງການປູກຢາງພາລາ ແລະ ຕົ້ນໄມ້ໃຫ້ໝາກຢູ່ແຂວງອັດຕະປື.

ໃນວັນທີ 26 ກໍລະກົດຜ່ານມານີ້ ທ່ານ ປອ.ໄຊສົມພອນພົມວິຫານກຳມະການກົມການເມືອງສູນກາງພັກ,ປະທານສູນກາງແນວລາວສ້າງຊາດລົງເຄື່ອນໄຫວຢ້ຽມຢາມໂຄງການປູກຢາງພາລາຂອງບໍລິສັດຮ່ວງແອັງ,

ບໍລິສັດຮວ່ງແອັງເປັນບໍລິສັດໜື່ງທີ່ດຳເນີນທຸລະກິດປູກຢາງພາລາມີເນື້ອທີ່ສຳປະທານທັງໜົດ 20 ພັນ ເຮັກຕາ; ໄລຍະຜ່ານມາບໍລິສັດໄດ້ສົ່ງອອກຜະລິດຕະພັນຂອງຕົນຕາມຄວາມຕ້ອງການຂອງຕະຫຼາດໃນທົ່ວໂລກ, ຜະລິດຕະພັນແມ່ນໄດ້ຮັບການຍອມຮັບຈາກລູກຄ້າທາງດ້ານຄຸນນະພາບ, ສ້າງລາຍຮັບໃຫ້ບໍລິສັດໄດ້ 900 ລ້ານໂດລາຕໍ່ປີ, ໂຄງການນີ້ໄດ້ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນພາຍໃນແຂວງຫຼາຍກວ່າ 3 ພັນກວ່າຕຳແໜ່ງ, ເຖິງປະຈຸບັນໂຄງການໄດ້ຂະຫຍາຍເນື້ອທີ່ດີນຕື່ມຈຳນວນ 6 ພັນ ເຮັກຕາເພື່ອປູກໄມ້ໃຫ້ໝາກເຊັ່ນ: ໝາກກ້ວຍ, ໝາກກ້ຽງໃຫຍ່, ໝາກມີ້ ແລະ ໝາກນັດເພື່ອສະໜອງຄວາມຕ້ອງການຂອງຕະຫຼາດໃນປະຈຸບັນ ແລະ ອານາຄົດ,ສະເພາະຜະລິດຕະພັນໝາກກ້ວຍແມ່ນສົ່ງຂາຍໄປຕະຫຼາດ ສປ ຈີນ80%, ເກົາຫຼີ10% ແລະ ຍີ່ປຸ່ນ10%; ສ່ວນໄມ້ໃຫ້ໝາກອີກຈຳນວນໜື່ງແມ່ນສະໜອງຢູ່ພາຍໃນ ແລະ ສົ່ງອອກສູ່ຕະຫຼາດວຽດນາມ; ໃນແຕ່ລະປີສາມາດເກັບກູ້ຜົນຜະລິດໄມ້ໃຫ້  ໝາກໄດ້ປະມານ 110 ໂຕນ;

ຫຼັງຈາກນັ້ນທ່ານປະທານສູນກາງແນວລາວສ້າງຊາດພ້ອມຄະນະໄດ້ເດີນທາງໄປຢ້ຽມຢາມໂຮງງານຜະລິດ ນ້ຳຕານອອ້ຍອັດຕະປືຈຳກັດເຊີ່ງເປັນການລົງທືນຂອງນັກທຸລະກິດວຽດນາມ,ໃນແຕ່ລະປີໂຮງງານສາມາດຜະລິດນ້ຳຕານໄດ້  20 ພັນໂຕນ, ຜະລິດຕະພັນສ່ວນຫຼາຍແມ່ນສົ່ງອອກຂາຍໄປບັນດາປະເທດໃນເອີຣົບ, ອາເມລິກາ ແລະ ຍີ່ປຸ່ນ, ນອກຈາກນີ້ບໍລິສັດຍັງໄດ້ສົ່ງເສີມປະຊາຊົນບໍລິເວນອອ້ມຂ້າງປູກອອ້ຍເພື່ອສະໜອງໃຫ້ໂຮງງານ, ໂດຍທາງໂຮງງານຍັງໄດ້ຈັດສົ່ງພະນັກງານວິຊາການລົງແນະນຳວິທີການປູກແລະບົວລະບັດໃຫ້ແກ່ພໍ່ແມ່ປະຊາຊົນທັ້ງນີ້ແມ່ນເພື່ອຮັບປະກັນດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດ.

ໂອກາດນີ້ທ່ານ ປອ. ໄຊສົມພອນ ພົມວິຫານ,ໄດ້ແນະນຳໃຫ້ບໍລິສັດໃຫ້ເອົາໃຈໃສ່ໃນການປົກປັກຮັກສາທຳມະຊາດ ສີງແວດລ້ອມ, ຫຼີກລ້ຽງການນຳໃຊ້ສານເຄມີເຊີ່ງຈະສົ່ງຜົນກະທົບຕໍ່ສະພາບແວດລ້ອມທາງທຳມະຊາດ ພ້ອມດຽວກັນໃຫ້ນຳໃຊ້ແຮງງານຂອງຄົນລາວໃຫ້ຫຼາຍຂື້ນເພື່ອເຮັດໃຫ້ເຂົາເຈົ້າໄດ້ມີວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ຄອບຄົວພ້ອມທັງເປັນການປັບປຸງຄຸນນະພາບຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂື້ນເປັນກ້າວໆ,ໃຫ້ເອົາໃຈໃສ່ສົ່ງເສີມຊາວກະສິກອນບໍລິເວນອອ້ມຂ້າງໂຄງການທຳການຜະລິດກະສິກຳໃຫ້ເປັນສິນຄ້າພ້ອມທັງແນະນຳເຕັກນິກການປູກ ແລະ ການຮັກສາໃຫ້ແກ່ພວກເຂົາເຈົ້າ.

info@lfnd.org.la | 021 213754 | (856-21) 453191