ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານສູນກາງແນວລາວສ້າງຊາດ ເຂົ້າຢ້ຽມຂໍ່ານັບ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

ໂອກາດນີ້, ສະຫາຍ ສີນລະວົງ ຄຸດໄພທູນ, ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດໄດ້ສະແດງຄວາມຍິນດີຕໍ່ການເດີນທາງຢ້ຽມຢາມ ສປປ ລາວ ຂອງສະຫາຍ ຫງວຽນ ຊວນ ຟຸກ,  ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໃນການມາຢ້ຽມຢາມລາວໃນຄັ້ງນີ້, ເຊີ່ງໄດ້ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບ, ສາຍພົວພັນທີ່ສະໜິດສະໜົມ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ; ພ້ອມດຽວກັນ, ສະຫາຍ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ແລະ ໄຊຊະນະອັນໃຫ່ຍຫຼວງໃນຫຼາຍດ້ານຂອງປະຊາຊົນຫວຽດນາມອ້າຍນ້ອງ ໂດຍສະ ເພາະ ແມ່ນການສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ-ນໍາພາອັນສະຫຼາດສ່ອງໃສ, ຖືກ ຕ້ອງຂອງພັກກອມມູນິດຫວຽດນາມ ທີ່ມີຄວາມໜັ້ນທ່ຽງດ້ານການເມືອງ, ເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ໄດ້ຮັບການປັບປຸງດີຂື້ນເລື້ອຍໆ, ເຮັດໃຫ້ຖານະບົດບາດຂອງພັກ, ລັດ ຫວຽດນາມນັບມື້ນັບສູງຂື້ນໃນເວທີພາກພື້ນ ແລະ ສາກົນ; ສະເພາະການຮ່ວມມືລະຫວ່າງສູນກາງແນວລາວສ້າງຊາດ ກັບອົງການຈັດຕັ້ງຕ່າງໆ ຂອງ ສສ ຫວຽດນາມ ແມ່ນໄດ້ກວມເອົາຫຼາຍດ້ານ: ໄດ້ມີບົດບັນທືກກ່ຽວກັບການຮ່ວມມືລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ບົດບັນທຶກສັນຍາຮ່ວມມື ລະຫວ່າງຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະ ການສາສະໜາແຫ່ງລັດຖະບານ ສສ ຫວຽດນາມ ແລະ ການຮ່ວມມື ລະຫວ່າງ ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການຂົນຂວາຍປະຊາ ຊົນສູນກາງພັກກອມມູນິດຫວຽດນາມ; ເປົ້າໝາຍແມ່ນເພື່ອໂຄສະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກ ເຊິ່ງກ່ຽວກັບມູນເຊື້ອຂອງຄວາມສາມັກຄີພິເສດທີ່ການນຳຮຸ່ນກ່ອນໄດ້ສ້າງໄວ້.

ໂອກາດນີ້ສະຫາຍ ຫງວຽນ ຊວນ ຟຸກ,  ກຳມະການກົມການເມືອງສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ເໜັ້ກໜັກໃຫ້ຄະນະກຳມະການສູນກາງແນວລາວສ້າງຊາດ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍໃຫ້ຫຼາຍຂື້ນ ແລະ ຮອບດ້ານ, ໂດຍສະເພາະ ແມ່ນບັນດາໜ້າວຽກທີ່ຢູ່ໃນຄວາມຮັບຜິດ ຊອບຂອງຕົນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະ ຊາຊົນສອງຊາດລາວ-ຫວຽດນາມ; ຫວຽດນາມ-ລາວ ຍິ່ງໆຂຶ້ນ.

 

info@lfnd.org.la | 021 213754 | (856-21) 453191