ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານ​ສູນກາງແນວລາວສ້າງຊາດ​ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຜົ້ງສາລີ

 

ໃນວັນທີ 19 ກັນຍາ 2022 ນີ້ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ,​ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ແລະເຮັດວຽກຢູ່ແຂວງຜົ້ງສາລີ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ ແລະ ທ່ານ ທອງສະຫວັນ ທຳມະວົງ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດແຂວຜົ້ງສາລີ ພ້ອມດ້ວຍຄະນະນຳຂອງແຂວງ.

ທ່ານ ເຈົ້າແຂວງໄດ້ລາຍງານສະພາບລວມໃນການຈັດຕັ້ງປະຕິບັດວຽກງານ ທີ່ພົ້ນເດັ່ນຂອງແຂວງໃນໄລຍະ 6 ເດືອນຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າ ໃຫ້ທ່ານປະທານໄດ້ຮັບຊາບ. ພ້ອມກັນນັ້ນ ທ່ານ ປະທານແນວລາວສ້າງຊາດແຂວງ ໄດ້ລາຍງານການເຄື່ອນໄຫວວຽກງານຂອງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ໃນໄລຍະ 6ເດືອນຕົ້ນປີ 2022  ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ  ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ທີ່ຈະຕ້ອງໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

ເນື່ອງໃນໂອກາດທີ່ມີຄວາມໝາຍສຳຄັນນີ້ ທ່ານ ປະທານສູນກາງແນວລາວສ້າງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນ ທີ່ຄະນະພັກ, ຄະນະນຳ ແລະຄະນະກຳມະການ ແນວລາວສ້າງຊາດແຂວງ ສາມາດຍາດໄດ້ໃນໄລຍະຜ່ານມາ ແລະທ່ານໄດ້ເນັ້ນຕື່ມວ່າ: ໃຫ້ສືບຕໍ່ເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ຕິດພັນກັບສອງວາລະແຫ່ງຊາດ, ໃຫ້ປະຊາຊົນໄດ້ຮັບຮູ້ເຊຶ່ອມຊຶມ, ເພິ່ມທະວີຄວາມສາມັກຄີເປັນປຶກແຜ່ນ ຂອງທົ່ວປວງຊົນລາວທັງຊາດ, ໃຫ້ຈັດຕັ້ງຜັນຂະຫຍາຍ 4 ການຫັນປ່ຽນຂອງວຽກງານແນວໂຮມ ຄື: ສ້າງການຫັນປ່ຽນດ້ານຈິດຕະນາການ, ສ້າງການຫັນປ່ຽນທາງດ້ານການເງີນ, ສ້າງການຫັນປ່ຽນໃນຮູບການ ແລະ ວິທີການປຸກລະດົມຂົນຂວາຍ ແລະ ສ້າງການຫັນປ່ຽນຮູບແບບການຮ່ວມສຳພັນ ລະຫວ່າງອົງການພາຄີດ້ວຍກັນ; ໃຫ້ເອົາໃຈໃສ່ຊຸກຍູ້ການຜະລິດເປັນສິນຄ້າ ຂອງປະຊາຊົນ, ໃຫ້ຈັດຕັ້ງປະຕິບັດແຜນວຽກ 4 ຮ່ວມກັບອົງການພາຄີ ໂດຍເລິ່ມຄົ້ນຄວ້າຄວາມເປັນໄປໄດ້ໃນການທົດລອງໂຄງການ ເພື່ອສ້າງລາຍຮັບໃຫ້ແຂວງ, ໃຫ້ສືບຕໍ່ຊຸກຍູ້ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງໃຫ້ເປັນຂະບວນການຟົດຟື້ນ ແລະ ໃຫ້ຄະນະກຳມະການແນວລາວສ້າງຊາດ ແຕ່ລະຂັ້ນ ຈົ່ງສຶກສາຄົ້ນຄວ້າບັນດານິຕິກຳຂອງແນວລາວສ້າງຊາດ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍ ແລະ ເປັນບ່ອນອີງໃນການເຄື່ອນວຽກງານທີ່ຕົນຮັບຜິດຊອບໃຫ້ໄດ້ຮັບຜົນສຳເລັດພ້ອມກັນນັ້ນ, ທ່ານ ປະທານ ສນຊ ໄດ້ມອບເງີນສົດ ແລະ ເຄື່ອງຊ່ວຍເຫລືອຈຳນວນໜຶ່ງ ລວມມູນຄ່າ 75 ລ້ານກວ່າກີບ ໃຫ້ແຂວງ ເພື່ອນຳໄປມອບຕໍ່ໃຫ້ບາງເມືອງທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດນ້ຳຖ້ວມຢູ່ແຂວງຜົ້ງສາລີ

ຂ່າວ+ພາບ: ເຢ້ຢ່າ

ບກ: ສຊ ຈື່ໄຊ

 

info@lfnd.org.la | 021 213754 | (856-21) 453191