ສູນກາງແນວລາວສ້າງຊາດ

Lao Front For National Development

ປະທານແນວລາວສ້າງຊາດ 17 ແຂວງ, ນະຄອນຫລວງ ແລະ 148 ເມືອງ ເຂົ້າຢ້ຽມຊົມຫໍມູນເຊື້ອ ແນວລາວສ້າງຊາດ

ເນື່ອງໃນໂອກາດ ມາຮ່ວມກອງປະຊຸມຄະນະປະຈໍາສູນກາງແນວລາວສ້າງຊາດເປີດກວ້າງ ຄັ້ງທີ 5 ສະໄໝທີ X, ຄະນະຜູ້ແທນກອງປະຊຸມ ໂດຍສະເພາະແມ່ນ ປະທານແນວລາວສ້າງຊາດ 17 ແຂວງ, ນະຄອນຫລວງ ແລະ 148 ເມືອງ ໄດ້ເຂົ້າຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ໃນວັນທີ 09 ທັນວາ 2020;
ຫໍມູນເຊື້ອ ແນວລາວສ້າງຊາດ ໄດ້ຈັດຕັ້ງພິທີເປີດນຳໃຊ້ຢ່າງເປັນທາງການ ໃນວັນເກີດປະທານ ສຸພານຸວົງ ຄົບຮອບ 111 ປີ (13 ກໍລະກົດ 1909-13 ກໍລະກົດ 2020) ເຊິ່ງເປັນໜຶ່ງໃນຂະ ບວນການເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ (13 ສິງຫາ 1950-13 ສິງຫາ 2020), ຄະນະຜູ້ແທນກອງປະຊຸມດັ່ງກ່າວ ເປັນຄະນະທີ 78 ທີ່ເຂົ້າມາຢ້ຽມຊົມ ແລະ ມີຜູ້ ເຂົ້າມາຢ້ຽມຊົມຫຼາຍກວ່າ 1.000 ກວ່າຄົນ; ເນື້ອໃນການຈັດວາງສະແດງປະກອບດ້ວຍ 4 ພາກ ໃຫຍ່ ຄື: ພາກນຳສະເໜີປະເທດລາວຄົນລາວເປັນເຈົ້າຂອງ, ແນວລາວອິດສະຫຼະ 1950-1956, ແນວລາວຮັກຊາດ 1956-1979 ແລະ ແນວລາວສ້າງຊາດ 1979-ປັດຈຸບັນ; ແຕ່ລະໜ້າພຽງປະກອບມີພາບນິ້ງ, ວີດີໂອມູນເຊື້ອ, ວັດຖຸພັນ ແລະ ເອກະລັກຂອງບັນດາເຜົ່າຈຳນວນໜຶ່ງຕາມ 4 ໝວດພາສາ 50 ຊົນ ເຜົ່າຂອງປະເທດລາວ;
ໂອກາດເຂົ້າຢ້ຽມຊົມ, ຄະນະຜູ້ແທນໄດ້ສະແດງຄວາມຮູ້ສຶກພາກພູມໃຈ ທີ່ໄດ້ມາຢ້ຽມຊົມຫໍມູນເຊື້ອແນວລາວສ້າງຊາດ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອົງການແນວລາວສ້າງຊາດ ທີ່ໄດ້ເອົາໃຈໃສ່ໃນການສ້າງຫໍມູນເຊື້ອ ເພື່ອເປັນບ່ອນທັດສະນະສຶກສາ, ຮຽນຮູ້ປະຫວັດຄວາມເປັນມາຂອງແນວລາວສ້າງຊາດ ແລະເປັນການໂຄສະນາມູນເຊື້ອພິລະອາດຫານຂອງບັນດາທ່ານຜູ້ນໍາຂອງການປະຕິວັດລາວ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອ ເພື່ອພາລະກິດລວມຂອງປະເທດຊາດ ເຊິ່ງໄດ້ກາຍເປັນບົດຮຽນອັນລໍ້າຄ່າໄວ້ໃຫ້ຄົນຮຸ່ນຫຼັງໄດ້ສຶກສາຮໍ່າຮຽນ ແລະສືບທອດຕໍ່ໄປ.
info@lfnd.org.la | 021 213754 | (856-21) 453191